ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​​ປ້ອງ​ກັນ​ປະ​ເທດ​ອິ​ສ​ຣາ​ແອລ ປະ​ກາດ​ຂັ້ນ​ຕອນ​ໃໝ່ ​ຂອງ​ສົງ​ຄາມ ແລະ​ແຜນ​ການຫຼັງ​ສົງ​ຄາມ


ລົດ​ຖັງ​ອິ​ສ​ຣາ​ແອ​ລ ພວມ​ແລ່ນ​ຢູ່​ໃນ​ເຂດ​ຊາຍ​ລະ​ຫວ່າ​ງ​ອິ​ສ​ຣາ​ແອ​ລ​ແລະ​ເຂດ​ກາ​ຊາ ທີ່​ສາ​ມາດ​ແນມ​ເຫັນ​ຈາກ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 4 ມັງ​ກອນ 2024.
ລົດ​ຖັງ​ອິ​ສ​ຣາ​ແອ​ລ ພວມ​ແລ່ນ​ຢູ່​ໃນ​ເຂດ​ຊາຍ​ລະ​ຫວ່າ​ງ​ອິ​ສ​ຣາ​ແອ​ລ​ແລະ​ເຂດ​ກາ​ຊາ ທີ່​ສາ​ມາດ​ແນມ​ເຫັນ​ຈາກ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 4 ມັງ​ກອນ 2024.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອິສຣາແອລ ໃນ​ວັນ​ພະ​ຫັດ​ວານນີ້ ​ໄດ້​ປະ​ກາດແຜນ​ການ​ກ່ຽວ​ກັບ​ຂັ້ນ​ຕອນ​ໃໝ່​ຂອງ​ສົງ​ຄາມ ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ເຂດ​ກາ​ຊາ ຮວມ​ທັງ​ຍຸດ​ທະ​ສາດ​ໃນ​ການໂຈມ​ຕີ​ແບບ​ມີ​ເປົ້າໝາຍ​ເພີ້ມ​ຂຶ້ນຢູ່​ໃນ​ພາກ​ເໜືອ​ຂອງ​ເຂດ​ດັ່ງ​ກ່າວ.

“ຢູ່​ໃນ​ພາກ​ເໜືອ​ເຂດ​ກາ​ຊາ ພວກ​ເຮົາ​ຈະ​ຫັນ​ປ່ຽນ​ ໄປ​ສູ່​ວິ​ທີ​ການ​ສູ້​ລົບ​ແບບ​ໃໝ່​ເພື່ອໃຫ້​ສອດ​ຄ່ອງ ​ໃນ​ການ​ບັນ​ລຸ​ທາງ​ທະ​ຫານ ຢູ່​ທາງ​ພາກ​ພື້ນ​ດິນ” ຫ້ອງ​ການ​ຂອງ​ທ່ານ​ໂຢ​ອາບ ກາ​ແລນ ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ອິ​ສ​ຣາ​ແອ​ລ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

ກົນ​ລະ​ຍຸດ​ທີ່​ກຳ​ນົດ​ໄວ້​ແມ່ນ​ຮວມ​ທັງ​ການ​ບຸກກວດ​ຄົ້ນ ທຳ​ລາຍ​ອຸ​ໂມງ ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ​ທາງ​ພາກ​ພື້ນ​ດິນແລະ​ການ​ປະ​ຕິ​ບັດ​ງານ​ຂອງ​ກຳ​ລັງ​ພິ​ເສດ ທ່ານ​ກາ​ແລນ​ກ່າວ.

ອິ​ສ​ຣາ​ແອ​ລ ​ເລີ້ມ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ ເພື່ອ​ກຳ​ຈັດ​ກຸ່ມ​ຮາ​ມາ​ສ​ໃຫ້​ສິ້ນ​ຊາກ ຫຼັງ​ຈາກ​ພວກ​ນັກ​ລົບ​ຂອງ​ກຸ່ມ​ຮາ​ມາ​ສ​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ພາກ​ໃຕ້​ອິສຣາແອລເມື່ອ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ. ອິສຣາແອລກ່າວ​ວ່າມີ​ປະ​ມານ 1,200 ຄົນ​ຖືກ​ຂ້າ​ຕາຍ ແລະ​ປະ​ມານ 240 ຄົນ​ຖືກ​ຈັບ​ໄປ​ເປັນ​ໂຕ​ປະ​ກັນ ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ດັ່ງ​ກ່າວ. ໂຕ​ປະ​ກັນ​ຈຳ​ນວນ​ນຶ່ງ​ໄດ້​ຮັບ​ການ​ປ່ອຍ​ໂຕໂດຍ​ທີ່​ຍັງ​ເຫຼືອ​ປະ​ມານ 130 ຄົນ​ຍັງ​ຖືກ​ຈັບ​ຢູ່​ໃນ​ເຂດ​ກາ​ຊາ. ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ເຂດ​ກາ​ຊາ​ກ່າວ​ວ່າ ມີ​ຊາວ​ປາ​ແລັ​ສ​ໄຕ​ນ໌​ຫຼາຍກວ່າ 22,400 ຄົນ​ໄດ້ຮັບ​ການ​ຢືນ​ຢັນ​ວ່າ​ເສຍ​ຊີ​ວິດ ສ່ວນ​ໃຫຍ່​ແມ່ນ​ພວກ​ແມ່​ຍິງ​ແລະ​ເດັກ​ນ້ອຍ ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ທະ​ຫານ​ຂອງ​ອິ​ສ​ຣາ​ແອ​ລ​ຕໍ່​ເຂດ​ກາ​ຊາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG