ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາ​ແອ​ລ​ ​ອະນຸມັດ ການຕັ້ງຖິ່ນຖານໃໝ່ ໃນ​ຮອບ 25 ປີ ຢູ່​ເຂດ West Bank ​


ຄົນງານຜູ້ນຶ່ງກຳລັງກໍ່ສ້າງ ຢູ່ໃນເຂດຕັ້ງຖິ່ນຖານຂອງຊາວຢີວ ໃນເມືອງ Shilo,
ຄົນງານຜູ້ນຶ່ງກຳລັງກໍ່ສ້າງ ຢູ່ໃນເຂດຕັ້ງຖິ່ນຖານຂອງຊາວຢີວ ໃນເມືອງ Shilo,

ຄະ​ນະ​ລັດຖະມົນຕີຄວາມ​ໝັ້ນຄົງ​ອິສຣາ​ແອ​ລ​ ​ໄດ້​ໃຫ້ການ​ອະນຸມັດ​ການຕໍ່​ການ​ຕັ້ງ​ຖິ່ນ
|​ຖານ​ໃໝ່ຂອງຊາວຢິວເປັນເທື່ອ​ທຳ​ອິດ ​ໃນ​ຮອບ 25 ປີ ຢູ່​ໃນເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ
ຂອງ​ແມ່​ນໍ້າຈໍແດັນ ​ໃນ​ຂະນະ​ທີ່ເຈລະຈາ​ຫາລືກັບ​ສະຫະລັດກ່ຽວ​ກັບ​ກິດຈະການ​ໃນ
​ອະນາ​ຄົດ.ບ້ານ​ເຮືອນ​ຂອງ​ຊາວ​ຢີວ ທີ່​ໄດ້ປຸກ​ສ້າງຂຶ້ນ​ ຢູ່​ໃນເຂດ​ແຄມ​ຝັ່ງ​ຕາ​ເວັນຕົກ
ຂອງ​ແມ່​ນໍ້າຈໍແດັນຕັ້ງແຕ່​ປີ 1992 ນັ້ນ ​ໄດ້ຮັບ​ອະນຸຍາດ​ໃຫ້​ຂະ​ຫຍາ​ຍອອກ​ຕື່ມ​ໄດ້.
ການ​ກໍ່ສ້າງ​ທີ່ໄດ້​ຮັບ​ການອະນຸມັດ​ ໃນ​ວັນ​ພະຫັດ​ວານ​ນີ້ ​ໃກ້ໆ​ກັບ​ເມືອງ Shilo ​ຈະ
​ເປັນ​ການ​ກໍ່ສ້າງໃໝ່​ໂດຍສິ້ນ​ເຊີງເທື່ອ​ທຳ​ອິດ.

ນາ​ຍົກ​ລັດຖະມົນຕີ​ອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ
ຍາ​ວ່າ ຈະ​ປຸກ​ສ້າງ​ເຮືອນ​ໃໝ່​ຫລາຍ​ຮ້ອຍ​ຫລັງ ​ໃຫ້​ແກ່່​ພວກ​ຕັ້ງ​ຖິ່ນ​ຖານທີ່​ໄດ້​ຖືກບັງ​
ຄັບ​ໃຫ້ປະຖິ້ມບ້ານ​ເຮືອນ​ຢູ່ໃນ​ເຂດ​ບ້ານ​ໃໝ່ Amona ຊຶ່ງ​ສານ​ສູງ​ສຸດ​ໄດ້​ ປະກາດ​ວ່າ​
ເປັນການ​ກໍ່ສ້າງຜິດ​ກົດໝາຍ​ໃສ່​ດິນ​ແດນ​ຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ນັ້ນ. ບານ​ໃໝ່​ດັ່ງ
ກ່າວ​ໄດ້​ຖືກ​ທຳລາຍ​ໄປ​ແລ້ວ.

ການ​ຕັ້ງ​ຖິ່ນ​ຖານ​ບ່ອນ​ໃໝ່ນີ້ ​ຈະ​ສ້າງ​ໃກ້​ກັບ​ບ້ານ Amona ຢູ່​ໃນເຂດ​ແຄມ​ຝັ່ງ​ຕາ​ເວັນ
ຕົກ ຂອງ​ແມ່​ນໍ້າຈໍແດັນ ໃນ​ດິນ​ແດນທີ່ຊາວປາ​ແລ​ສ​ໄຕ​ນ໌ຕ້ອງການຢາກ ​ໃຫ້​ເປັນ​ພາກ
ສ່ວນນຶ່ງ ​ຂອງ​ປະ​ເທດເຂົາ​ເຈົ້າໃນ​ອະນາ​ຄົດ.

ຊາວ​ປາ​ແລ​ສ​ໄຕ​ນ໌​ຖື​ວ່າ ການ​ຕ້ັງ​ຖິ່ນ​ຖານ​ຂອງ​ຊາວ​ຢີວ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມານັ້ນ​ເປັນ
​ການ​ຂັດຂວາງທີ່​ສຳຄັນ​ຕໍ່ສັນຕິພາບ.

ນາຍົກລັດຖະມົນຕີອີສຣາແອລ ທ່ານ Benjamin Netanyahu.
ນາຍົກລັດຖະມົນຕີອີສຣາແອລ ທ່ານ Benjamin Netanyahu.

ສ່ວນ​ໃຫຍ່ຂອງ​ສະຫະ​ປະຊາ​ຊາດ​ເຫັນ​ວ່າ ການ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢີວຜິດ​ກົດໝາຍ
ແຕ່​ວ່າ​ທຳນຽບຂາວ ​ຂອງ​ປະທາ​ທິບໍດີ Trump ບໍ່​ໄດ້ເດີນຕາມຮອຍ​ອ​ະດີດ​ລັດ​ຖະບານ
ທ່ານ Obama ທີ່​ໄດ້​ປະນາມຢ່າ​ງວ່ອງ​ໄວ ຕໍ່​ນະໂຍບາຍອິສຣາ​ແອ​ລ.

​ເຈົ້າ​ໜ້າ​ທີ່​ທຳ​ນຽບຂາວ ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “​ໃນ​ຂະນະ​ທີ່​ການ​ຕັ້ງ​ຖິ່ນ​ຖານ
ໃນ​ປັດຈຸບັນ ​ບໍ່​ໄດ້​ເປັນ​ອຸບປະສັກຂັດ​ຂວາງ​ຕໍ່​ສັນຕິພາບກໍ​ຈິງ ​ແຕ່ການກິດຈະການທີ່
​ບໍ່​ມີ​ການ​ຄວບ​ຄຸມ​ໃນ​ອະນາຄົດຈະບໍ່​ຊ່ວຍສ້າງ​ຄວາມ​ຄືບ​ໜ້າໃຫ້​ແກ່ສັນ ຕິພາບ.”

ການດຳເນີນສັນຕິພາບ ທູດພິເສດທ່ານ Jason Greenblatt (ຊ້າຍ) ຂອງປະທານາທິບໍດີ Trump ພົບປະກັບ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas.
ການດຳເນີນສັນຕິພາບ ທູດພິເສດທ່ານ Jason Greenblatt (ຊ້າຍ) ຂອງປະທານາທິບໍດີ Trump ພົບປະກັບ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທຳນຽບຂາວ​ຍິນ​ດີ​ກັບການ​ປະກາດ​ກ່ຽວ​ກັບ​ຄວາມ​ຕັ້ງ​ໃຈຂອງ​ອິສ
ຣາ​ແອ​ລທີ່​ຈະ​ພິຈາລະນາໃນ​ຄວາມ​ເປັນຫ່ວງ​ຂອງປະ​ທາ​ນາ​ທິບໍດີ Trump ​ເວລາ​ຮັບ
​ຮອງເອົານະ​ໂຍບາຍ​ການ​ຕັ້ງ​ຖິ່ນ​ຖານ.

ບັນດາ​ເຈົ້າ​ໜ້າ​ທີ່ ອິສຣາ​ແອ​ລແລະ​ສະຫະລັດ ​ໄດ້ເປີດການ​ເຈລະຈາ​ຫາລື​ກັນ​ກ່ຽວ​ກັບ
ນະ​ໂຍບາຍ​ຂອງ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG