ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລັດ​ຖະ​ມົນ​ຕີ ກ​ຊ ຍຸ​ຕິ​ທຳ ກ່າວ​ວ່າ ທ່ານ ​ເນ​ຕັນ​ຢາ​ຮູ ສາ​ມາດ ​ຢູ່​ໃນ​ຕຳ​ແໜ່ງ ເປັນ​ນາ​ຍົກ ​ຕໍ່​ໄປໄດ້


ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ອິ​ສ​ຣາ​ແອ​ລ ທ່ານ​ອາ​ວີ​ໃຈ ແມນ​ແດ​ລບ​ລິ​ຕ ປະ​ກາດ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ​ຕໍ່ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໃນ​ຂໍ້​ຫາ​ສໍ້​ລາດ​ບັງຫຼວງ, ​ໃນ​ນະ​ຄອນຫຼວງ ເຈ​ຣູ​ຊາ​ແລັມ, ວັນ​ທີ 21 ພະ​ຈິກ 2019.
ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ອິ​ສ​ຣາ​ແອ​ລ ທ່ານ​ອາ​ວີ​ໃຈ ແມນ​ແດ​ລບ​ລິ​ຕ ປະ​ກາດ​ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ​ຕໍ່ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໃນ​ຂໍ້​ຫາ​ສໍ້​ລາດ​ບັງຫຼວງ, ​ໃນ​ນະ​ຄອນຫຼວງ ເຈ​ຣູ​ຊາ​ແລັມ, ວັນ​ທີ 21 ພະ​ຈິກ 2019.

ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ອິ​ສ​ຣາ​ແອ​ລ ທ່ານ​ອາ​ວີ​ໃຈ ແມນ​ແດ​ລບ​ລິ​ຕ (Avichai Mandelblit) ກ່າວ​ວ່າ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ສາ​ມາດ​ຢູ່ໃນ​ຕຳ​ແໜ່ງ​ຕໍ່​ໄປ​ໄດ້ ໃນ​ຖາ​ນະ​ເປັນ ຫົວ​ໜ້າ​ລັດ​ຖະ​ບານ ເຖິງ​ແມ່ນ​ຫຼັງ​ຈາກ ທ່ານ​ໄດ້​ຖືກ​ຟ້ອງ​ຮ້ອງ ເມື່ອ​ສັບ​ປະ​ດາ​ແລ້ວນີ້ ໃນ​ຂໍ້​ຫາ​ສໍ້​ລາດ​ບັງຫຼວງ ກໍ​ຕາມ.

ເຖິງ​ຢ່າງ​ໃດ​ກໍ​ຕາມ​ ຄະ​ນະ​ລັດ​ຖະ​ມົນ​ຕີ ແມ່ນ​ຕ້ອງ​ໄດ້​ລົງ​ຈາກ​ຕຳ​ແໜ່ງ ຫຼັງ​ຈາກມີ​ການ​ຟ້ອງ​ຮ້ອງ ອີງ​ຕາມ​ກົດໝາຍ ກ່ຽວ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ຈະບໍ່ໄດ້​ເຈາະ​ຈົງ​ໄວ້​ຢ່າງ​ຊັດ​ເຈນ.

ທ່ານ ແມນ​ແດ​ລບ​ລິ​ຕ ກ່າວ​ວ່​ວາ ທ່ານ​ເນ​ຕັນ​ຢາ​ຮູ ສາ​ມາດ​ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໄປໄດ້ ​ເວັ້ນ​ເສຍ​ແຕ່​ວ່າ ທ່ານ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ແລະ ການ​ຂໍ​ອຸ​ທອນ​ທັງ​ໝົດ​ຂອງ​ທ່ານນັ້ນ ແມ່ນ​ໝົດ​ສິ້ນ​ແລ້ວ.

ທ່ານ​ເນ​ຕັນ​ຢາ​ຮູ ກຳ​ລັງ​ປະ​ເຊີນ​ກັບ​ການ​ກົດ​ດັນ ຈາກ​ພັກ​ຝ່າຍ​ຄ້ານ ໃຫ້​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ ຫຼັງ​ຈາກ​ ທ່ານແມນ​ແດ​ລບ​ລິ​ຕ ໄດ້​ປະ​ກາດ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ ເມື່ອ​ສັບ​ປະ​ດາ​ແລ້ວນີ້.

ທ່ານ​ເນ​ຕັນ​ຢາ​ຮູ ຖືກ​ຟ້ອງ​ໃນ​ຂໍ້ກ່າວ​ຫາ ວ່າ ​ຮັບເອົາ​ເງິນ​ສົດ ຫຼາຍ​ຮ້ອຍ​ພົນ​ໂດ​ລາ ຢາ​ສູບ​ຊິ​ກາ​ຣ ເຫຼົ້າ​ແຊມ​ເປນ ແລະ​ເຄື່ອງເພັດ​ພອຍ ຈາກ​ພວກ​ເພື່ອນມະ​ຫາ​ເສດ​ຖີ​ພັນ​ລ້ານ ​ໃນ​ການ​ແລກ​ປ່ຽນ ກັ​ບ​ການ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ແບບ​ສ່ວນ​ຕົວ ທີ່​ປະ​ກອບ​ດ້ວຍ ການ​ຊ່ອຍ​ເຫຼືອ​ເພື່ອນເສດ​ຖີ​ຄົນ​ນຶ່ງ ​ໃຫ້​ໄດ້​ຮັບ​ການ​ລາຍ​ງານ​ທີ່​ດີ​ໃນ​ໜັງ​ສື​ພິມ.

ທ່ານ​ຍັງ​ໄດ້​ຖືກ​ກ່າວ​ຫາ​ວ່າ ໃຫ້​ສິດ​ທິ​ພິ​ເສດ ແກ່ບັນ​ນາ​ທິ​ການ​ຂອງໜັງສື​ພິມ ເພື່ອ​ທີ່​ທ່ານ​ນາ​ຍົກ​ເອງ ຈະ​ໄດ້​ຮັບ​ການ​ລາຍ​ງານ​ຕ່າງໆ ທີ່​ອອກ​ມາ​ໃນ​ແງ່ບວກ.

ທ່ານ​ເນ​ຕັນ​ຢາ​ຮູ ໄດ້​ໃຫ້​ຄຳ​ປະ​ຕິ​ຍານ​ວ່າ ທ່ານ​ຈະ​ລາ​ອອກ ໂດຍ​ເອີ້ນ​ການຟ້ອງ​ຮ້ອງ​ດັ່ງ​ກ່າວ​ວ່າ “ເປັນ​ການຍຶດ​ອຳ​ນາດ” ​ເພື່ອ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຝ່າຍ​ຂວາ.

ທ່ານ ແມນ​ແດ​ລບ​ລິ​ຕ ຜູ້​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ ທ່ານ​ເນ​ຕັນ​ຢາ​ຮູ ໄດ້​ປະ​ຕິ​ເສດ ຕໍ່​ການ​ມີເຫດ​ຈູງ​ໃຈທາງ​ດ້ານ​ການ​ເມືອງ ຊຶ່ງ​ທ່ານ​ກ່າວ​ວ່າ ທ່ານ​ໄດ້​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດອີງຕາມ​ຕົວ​ບົດ​ກົດ​ໝາຍ.

​ບັນ​ຫາ​ຕ່າງໆ​ທາງ​ດ້ານ​ກົດ​ໝາຍ​ຂອງ ທ່ານ​ເນ​ຕັນ​ຢາ​ຮູ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ບັນ​ດາຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ ຊາວ​ອິ​ສ​ຣາ​ແອ​ລທັງ​ຫຼາຍ ກຳ​ລັງປະ​ເຊີນ​ກັບ ການ​ເປັນ​ໄປ​ໄດ້​ວ່າ ຈະ​ມີ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ຄັ້ງ​ທີ 3 ໃນ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG