ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອິ​ສ​ຣາ​ແອ​ລ ໂຈມ​ຕີເຂດ ເວັ​ສ​ແບັ້ງ ສັງ​ຫານ 10 ຄົນ


ຄວັນ​ປ​ິວ​ຂຶ້​ນ​ທ້ອງ​ຟ້າ ທ່າມ​ກາງ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ ອິ​ສ​ຣາ​ແອ​ລ, ເມືອງ ເຈ​ນິນ, ເຂດ ເວັ​ສ​ແບັ້ງ, 4 ກໍ​ລະ​ກົດ 2023.
ຄວັນ​ປ​ິວ​ຂຶ້​ນ​ທ້ອງ​ຟ້າ ທ່າມ​ກາງ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ ອິ​ສ​ຣາ​ແອ​ລ, ເມືອງ ເຈ​ນິນ, ເຂດ ເວັ​ສ​ແບັ້ງ, 4 ກໍ​ລະ​ກົດ 2023.

ອິ​ສ​ຣາ​ແອ​ລ ໄດ້​ເປີດ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ ໃສ່​ຖານ​ທີ່​ໝັ້ນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ທີ່​ຖືກ​ຍຶ​ດ​ຄອງ ຫຼື West Bank ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້, ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ ປາ​ແລັ​ສ​ໄຕ​ນ໌ ກ່າວ​ວ່າ​ມີ​ຊາວ ປາ​ແລັ​ສ​ໄຕ​ນ໌ ຢ່າງ​ໜ້ອຍ 10 ຄົນ​ໄດ້​ເສຍ​ຊີ​ວິດ ແລະ ອີກ 100 ຄົນ​ໄດ້​ຮັບ​ບາດ​ເຈັບ.

ກອງ​ທັບ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີຕອນ​ກາງ​ຄືນ​ໃສ່​ສູນ​ອົບ​ພະ​ຍົບ ເຈ​ນິນ, ໂຈມ​ຕີ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ “ສູນ​ບັນ​ຊາ​ການ​ສາ​ມັກ​ຄີ” ຂອ​ງ​ພວກ​ຫົວ​ຮຸນ​ແຮງ. ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ແມ່ນ​ຍັງ​ຄົງ​ຢູ່​ສູນ​ດັ່ງ​ກ່າວ​ໃນ​ຕອນ​ກາງ​ເວັນ ໃນ​ການ​ປະ​ຕິ​ບັດ​ການ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ເຂົາ​ເຈົ້າຢູ່​ເຂດ ເວັ​ສ​ແບັ້ງ​ ໃນ​ຮອບ​ດົນ​ກວ່າ​ນຶ່ງ​ປີ.

ຄວັນ​ດຳ​ໄດ້​ປິວ​ຂຶ້ນ​ຈາກ​ຖະ​ໜົນ​ທີ່​ແອ​ອັດ​ຂອງ​ສູນ​ທີ່​ວ່າ​ນັ້ນ, ພ້ອມ​ກັບ​ມີ​ສຽງ​ປືນ​ຍິງ​ກັນ ແລະ ໂດ​ຣນ​ບິນ​ຢູ່​ເທິງ​ທ້ອງ​ຟ້າ. ຜູ້​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ກ່າວ​ວ່າ​ໄຟ​ຟ້າ​ແມ່ນ​ຖືກ​ຕັດ​ຢູ່​ໃນ​ບາງ​ພາກ​ສ່ວນ, ແລະ ລົດ​ປັບໜ້າ​ດິນ​ທະ​ຫານ ​ໄດ້​ແລ່ນກວາດ​ໄປ​ໃນ​ຖະ​ໜົນ​ທີ່​ແຄບ, ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຕຶ​ກ​ອາ​ຄານ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເປີດ​ທາງ​ໃຫ້​ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ.

ປາ​ແລັ​ສ​ໄຕ​ນ໌, ເຊິ່ງ​ມີ​ຊາຍ​ແດນ​ຕິດ​ກັບປະ​ເທດ ຈໍ​ແດນ ແລະ ອີ​ຈິບ ແລະ ອົງ​ການ​ການ​ຮ່ວມ​ມື​ອິ​ສ​ລາມ​ທີ່​ມີ​ສະ​ມາ​ຊິກ 57 ປະ​ເທດ​ໄດ້​ກ່າວ​ປະ​ນາມ​ຄວາມ​ຮຸນ​ແຮງ​ນັ້ນ.

ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ຕິດ​ຕາມ​ຄວາມ​ຂັດ​ແຍ້ງ​ດັ່ງ​ກ່າວ​ຢ່າງ​ໃກ້​ຊິດ ແລະ ວ່າ​ມັນ “ຈຳ​ເປັນ​ທີ່​ຈະ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ທີ່​ເປັນ​ໄປ​ໄດ້​ເພື່ອ​ປ້ອງ​ກັນ​ການ​ສູນ​ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ.” ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ການ​ຕໍ່​ສູ້​ໄດ້​ນັ້ນ​ຢ້ຳ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ສຳ​ລັບ​ກອງ​ກຳ​ລັງຮັກ​ສາ​ຄວາມ​ປອດ​ໄພ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ ​ໄຕ​ນ໌ ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ນຳ​ເອົາ​ສັນ​ຕິ​ພາບ​ກັບ​ຄືນ​ມາ.

ການ​ໂຈມ​ຕີ​ສູນ​ອົບ​ພະ​ຍົບ ເຈ​ນິນ ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ໄດ້​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ເພີ່ມ​ຂຶ້ນ​ສຳ​ລັບ​ການ​ຕອບ​ໂຕ້​ທີ່​ຮຸນ​ແຮງ​ຕໍ່​ການ​ໂຈມ​ຕີຫຼາຍ​ຄັ້ງ​ໃສ່​ປະ​ຊາ​ຊົນ ອິ​ສ​ຣາ​ແອ​ລ ໃນ​ພາກ​ພື້ນ​ດັ່ງ​ກ່າວ, ເຊິ່ງ​ນຶ່ງ​ໃນ​ນັ້ນ​ໄດ້​ສັງ​ຫານ 4 ຄົນ​ໃນ​ເດືອນ​ທີ່​ຜ່ານ​ມາ. ສູນ ເຈ​ນິນ ໄດ້​ເປັນ​ຈຸດ​ສູນ​ກາງ​ຂອງ​ຄວາມ​ຮຸນ​ແຮງ​ລະ​ຫວ່າງ​ຊາວ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌ ນັບ​ຕັ້ງ​ແຕ່​ລະ​ດູ​ໃບ​ໄມ້​ປົ່ງ​ປີ 2022.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ທ່ານ ໂຢ​ອາ​ຟ ກາ​ລ​ແລ້ນ ໄດ້​ກ່າວ​ວ່າ​ການ​ປັດ​ຕິ​ບັດ​ການ​ນັ້ນ​ແມ່ນ “ການ​ດຳ​ເນີນ​ການ​ດັ່ງ​ທີ່​ໄດ້​ວາງ​ແຜນ​ໄວ້,” ແຕ່ບໍ່​ໄດ້​ກ່າວ​ວ່າ​ເວ​ລາ​ໃດ​ມັນ​ຈະ​ສິ້ນ​ສຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG