ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິສຣາແອລ ໂຈມຕີ ທາງອາກາດ ໃສ່ປະເທດ ຊີເຣຍ


ເຮືອບິນ F-15 ຂອງກອງທັບອາກາດ ອິສຣາແອລ ບິນ ໃນ
ລະຫວ່າງພິທີມອບໃບປະກາດ ສຳລັບນັກບິນໃໝ່ ຢູ່ຖານ
ທັບອາກາດ Hatzerim ໃກ້ໆກັບເມືອງ Beersheba, ປະ
ເທດ ອິສຣາແອລ.
ເຮືອບິນ F-15 ຂອງກອງທັບອາກາດ ອິສຣາແອລ ບິນ ໃນ ລະຫວ່າງພິທີມອບໃບປະກາດ ສຳລັບນັກບິນໃໝ່ ຢູ່ຖານ ທັບອາກາດ Hatzerim ໃກ້ໆກັບເມືອງ Beersheba, ປະ ເທດ ອິສຣາແອລ.

ພວກເຈົ້າໜ້າທີ່ ອິສຣາແອລ ກ່າວວ່າ ກຳລັງທັບອາກາດ ຂອງອິສຣາແອລ ໄດ້ໂຈມຕີ
ຊີເຣຍ ທາງອາກາດ ລຸນຫຼັງການຍິງຈະຫຼວດຫຼາຍລູກອອກມາຈາກປະເທດທີ່ຖືກຍໍ່າຍີ
ດ້ວຍສົງຄາມດັ່ງກ່າວ ສູ່ເຂດ Golan Heights ໃນວັນເສົາວານນີ້.

ໂຄສົກຂອງກອງທັບ ອິສຣາແອລ ເວົ້າວ່າ ການໂຈມຕີທາງອາກາດນີ້ ແມ່ນແນເປົ້າໝາຍ
ໃສ່ລົດຖັງສອງຄັນຂອງ “ລະບອບ ຊີເຣຍ” ທາງພາກເໜືອຂອງ Golan Heights.

ນອກນັ້ນ ໂຄສົກ ອິສຣາແອລ ຍັງເວົ້າວ່າ ໄດ້ປະທ້ວງຕໍ່ອົງການ ສະຫະປະຊາຊາດ ໃຫ້
ເບິ່ງຄືນສັນຍາຢຸດຍິງປີ 1974 ລະຫວ່າງສອງປະເທດນີ້ ເພາະວ່າລູກຈະຫລວດແມ່ນ
ເປັນ “ການລະເມີດຕໍ່ອະທິປະໄຕຂອງ ອິສຣາແອລ ທີ່ຍອມຮັບບໍ່ໄດ້.”

ທາງການທະຫານດັ່ງກ່າວເວົ້າວ່າ ໃນເຫດການທີ່ວ່ານີ້ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ແຕ່
ໄດ້ຮ້ອງຂໍໃຫ້ພົນລະເຮືອນ ພາກັນຫຼີກເວັ້ນຈາກເຂດຊາຍແດນ ທີ່ຢູ່ອ້ອມແອ້ມບ່ອນທີ່
ຕິດກັບ ຊີເຣຍ ນັ້ນ.

ອິສຣາແອລ ຍັງບໍ່ທັນໄດ້ເອົາບົດບາດຈິງຈັງຫຍັງໃນສົງຄາມ ຊີເຣຍ ແຕ່ເທົ່າທີ່ຜ່ານມາ
ໄດ້ທຳການຕອບໂຕ້ ເວລາການສູ້ຮົບກັນໄດ້ເຟືອດຂ້າມຊາຍແດນ ຊີເຣຍ ເຂົ້າປະເທດ.

ໃນເດືອນເມສາຜ່ານມາ ອິສຣາແອລ ໄດ້ຍິງຕົກ ອັນທີ່ເອີ້ນວ່າ “ເປົ້າໝາຍ” ເໜືອນ່ານ
ຟ້າ Golan Heights. ອິສຣາແອລ ໄດ້ຍຶດເອົາເຂດ Golan ມາຂຶ້ນກັບຕົນ ລຸນຫຼັງສົງ
ຄາມຫົກມື້ ໃນປີ 1967 ແຕ່ວ່າການເຄື່ອນໄຫວດັ່ງກ່າວນີ້ ບໍ່ເຄີຍໄດ້ເປັນທີ່ຮັບຮູ້ໂດຍວົງ
ການນາໆຊາດຈັກເທື່ອ.

ເວົ້າຕາມເນື້ອໃນແລ້ວ ສອງປະເທດນີ້ຍັງຕໍ່ສູ້ສົງຄາມກັນຢູ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG