ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ອິ​ສ​ຣາ​ແອ​ລ ຕັດ​ການ​ເດີນ​ທາງ​ ມາ​ຢ້ຽມ​ຢາມ​ ວໍ​ຊິງ​ຕັນ ​ໃຫ້​ສັ້ນ​ລົງ


ປະ​ທາ​ນາທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຍິ້ມຕໍ່ ນ​ຍ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ(ຂວາ) ຫຼັງ​ຈາກ​ທີ່​ໄດ້​ລົງ​ນາມ​ໃນ​ດຳ​ລັດ ກ່ຽວ​ກັບພູ​ພຽງໂກ​ລານ, ທຳ​ນຽບ​ຂາວ, 25 ມີ​ນາ 2019.
ປະ​ທາ​ນາທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຍິ້ມຕໍ່ ນ​ຍ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ(ຂວາ) ຫຼັງ​ຈາກ​ທີ່​ໄດ້​ລົງ​ນາມ​ໃນ​ດຳ​ລັດ ກ່ຽວ​ກັບພູ​ພຽງໂກ​ລານ, ທຳ​ນຽບ​ຂາວ, 25 ມີ​ນາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ຊຶ່ງໄດ້​ຕັດ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ວໍ​ຊິງ​ຕັນ​ໃຫ້​ສັ້ນ​ລົງ​ເພື່ອ​ຮັບ​ມື​ກັບ​ການ​ໂຈມ​ຕີ​ໂດຍ​ຈະ​ຫຼວດ ໃສ່​ເຂດ​ກາ​ຊາ, ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ໃຫຍ່​ ກ່ອນ​ໜ້າ​ການ​ເລືອກ​ຕັ້ງ​ຈາກປະ​ທາ​ນາທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່ອນ​ທີ່​ທ່ານ​ຈະ​ໄດ້​ອອກເດີນທາງກັບ​ປະ​ເທດ ໃນວັນ​ຈັນ​ວານ​ນີ້.

ໂດຍທີ່ທ່ານເນ​ທັນ​ຢາ​ຮູ ມອງ​ເບິ່ງ, ທ່ານ ທ​ຣຳ ໄດ້​ລົງ​ນາມ​ໃນດຳ​ລັດທີ່​ໃຫ້​ຮັບ​ ຮູ້​ອະ​ທິ​ປະ​ໄຕ​ຂອງ​ອິ​ສ​ຣາ​ແອ​ລໃນ ເຂດ​ພູ​ພຽງໂກ​ລານ ​ຫຼື (Golan Heights).

“ນີ້ແມ່ນ​ການ​ຈັດ​ແຈງ​ທີ່​ໄດ້​ມີ​ຂຶ້ນ​ມາ​ດົນ​ນານ​ແລ້ວ. ມັນ​ຄວນ​ທີ່​ຈະມີຂຶ້ນໃນ​ຫຼາຍໆ​ທົດ​ສະ​ວັດ​ມາ​ແລ້ວ,” ນັ້ນ​ຄື​ຄຳ​ເວົ້າ​ຂອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ທີ່ໄດ້​ກ່າວ​ໄວ້.

ທ່ານເນ​ທັນ​ຢາ​ຮູ ໄດ້​ກ່າວ​ວ່າ ການ​ລົງ​ນາມ​ຂອງ​ທ່ານ​ທ​ຣຳ ໄດ້​ເຮັດ​ໃຫ້​ເປັນ​ການໄດ້​ຮັບ​ໄຊຊະ​ນະທາງ​ທະ​ຫານ ຫຼາຍກວ່າ​ເຄິ່ງ​ສັດ​ຕະ​ວັດ​ມາ​ແລ້ວນັ້ນ​ກາຍ​ເປັນ​ໄຊຊະ​ນະທາງດ້ານ​ການ​ທູດ.

​ຜູ້​ນຳ​ອິ​ສ​ຣາ​ແອ​ລ ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ຍຶດ​ເອົາເຂດຮາບທີ່​ສູງນີ້ ແລະ​ພວກ​ເຮົາຈະ​ບໍ່ຍອມ​ແພ້.”

ເຊີນ​ຊົມ: ການ​ປະ​ກາດ​ຂອງ​ທ່ານ​ທ​ຣຳ ກ່ຽວ​ກັບ​ເຂດ​ພູ​ພຽງ​ໂກລານ

Trump’s Golan Heights Declaration a Boon to Netanyahu
please wait

No media source currently available

0:00 0:03:11 0:00

ການ​ປະ​ກາດ​ດັ່ງ​ກ່າວ​ນີ້ ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ທ່ານເນທັນ​ຢາ​ຮູ ​ທີ່ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຢ່າງ​ແຂງ​ຂັນ​ກວ່າ​ທີ່​ຄາດ​ຄິດ​ໄວ້​ໃນ​ການເລືອກ​ຕັ້ງ​ເພື່ອ ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ ຫຼັງ​ຈາກ​ທີ່​ພວກ​ຕຳ​ຫຼວດ ໃນ​ເດືອນ​ແລ້ວ​ນີ້ ໄດ້​ແນະ​ນຳ​ ໃຫ້​ຟ້ອງນາ​ຍົກ​ລັດ​ຖະ​ມົນ​ຕີອິ​ສ​ຣາ​ແອ​ລ ໃນຂໍ້​ຫາຮັບ​ເງິນ​ສິນ​ບົນ, ​ສໍ້​ໂກງ ແລະ​ລະ​ເມີດສັນ​ຍາ.

ດຳ​ລັດ​ຂອງ​ທ່ານ​ທ​ຣຳ ກ່ຽວ​ກັບ​ເຂດພູ​ພຽງໂກ​ລານ (Golan Heights) ​ແມ່ນ “ເປັນ​ການ
ຈະ​ແຈ້ງ​ໃນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ໃຫ້ທ່ານເນທັນ​ຢາ​ຮູ ໄດ້​ຮັບ​ເລືອກ​ຄືນ​ອີກ ບໍ່​ວ່າ​ດ້ວຍ​
ວິ​ທີ​ໃດ ແລະຖ້າ​ຫາກວ່າ ປາດ​ສະ​ຈາກ​ທ່ານ​ເນທັນ​ຢາ​ຮູ​ແລ້ວ​ນັ້ນ, ພັນ​ທະ​ມິດ​ລະ​ຫວ່າງ
​ສະ​ຫະ​ລັດ ກັບ​ອິ​ສ​ຣາ​ແອ​ລ ຈະ​ບໍ່​ເປັນ​ຄື​ເກົ່າ. ແລະ​ຂ້າ​ພະ​ເຈົ້າ ກໍ​ຈະ​ບໍ່​ແປກ​ໃຈ ທີ່ຖ້າ
​ຫາກວ່າ ​ເລື້ອງ​ນີ້ ຈະ​ສາ​ມາດ​ເຮັດ​ໃຫ້​ທ່ານ​ຖືກ​ຮັບ​ເລືອກ​ຄືນອີກ​ນັ້ນ​ ​ຂໍ້​ຫາ​ໃນການ
​ຟ້ອງ​ຮ້ອງ​ທ່ານ ​ຈະ​ບໍ່​ມີ​ຄວາມ​ໝາຍຫຍັງ,”
​ນັ້ນ​ຄື​ຄຳ​ເວົ້າ​ທ່ານ Zena Agha, ​ເຈົ້າ​ໜ້າ​ທີ່​
ດ້ານ​ນະ​ໂຍ​ບາ​ຍ​ສະ​ຫະ​ລັດ​ຂອງ​ຕາ​ໜ່າງ ​ສະ​ຖາ​ບັນ Al-Shabaka, ຊຶ່ງ​ເປັນຕາ​ໜ່າງ
ນະ​ໂຍ​ບາຍຂອງ​ປາ​ແລ​ສ​ໄຕ​ນ໌ທີ່​ໄດ້ບອກ​ກັບ​ວີ​ໂອ​ເອ​ໄວ້.

ຊີ​ເຣຍ ເອີ້ນ​ການ​ປະ​ກາດ​ຂອງ​ທ່ານ​ທ​ຣຳ ​ຕໍ່ພູ​ພຽງໂກ​ລານ ນີ້​ວ່າ​ເປັນ​ການ​ໂຈມ​ຕີ​ຕໍ່
​ອະ​ທິ​ປະ​ໄຕ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂ​ອງ​ຕົນ.

ໃນ​ການ​ອອກ​ຄວາມ​ເຫັນ​ຕໍ່​ລາຍ​ການ​ໂທ​ລະ​ພາບ​ຂອງ​ຊີ​ເຣຍ, ລັດ​ຖະ​ມົນ​ຕີ​ການ​ຕ່າງ
​ປະ​ເທດວາ​ລິດ ອາ​ລ-ໂມ​ອາ​ລ​ແລັມ (Walid al-Moallem) ໄດ້​ກ່າວ​ວ່າ ການ​ເອົາ​ບາດ
​ກ້າວ​ຂອງ​ທ່ານ​ທ​ຣຳນີ້ ມີພຽງ​ແຕ່ຈະເຮັດ​ໃຫ້​ສະ​ຫະ​ລັດ ໂດດ​ດ່ຽວຕື່ມຂຶ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ ຂຶ້ນເວທີເພື່ອກ່າວ ໃນກອງປະຊຸມທາງດ້ານນະໂຍບາຍ AIPAC ທີ່ວໍຊີງຕັນ ດີຊີ, 6 ມີນາ 2018.
ນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນທັນຢາຮູ ຂຶ້ນເວທີເພື່ອກ່າວ ໃນກອງປະຊຸມທາງດ້ານນະໂຍບາຍ AIPAC ທີ່ວໍຊີງຕັນ ດີຊີ, 6 ມີນາ 2018.
XS
SM
MD
LG