ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເນ​ທັນ​ຢາ​ຮູ ຕັດ​ໃຫ້​ສັ້ນ​ລົງ ການ​ຢ້ຽມ​ຢາມ ສະ​ຫະ​ລັດ ຫຼັງ​ຈາກ​ການ​ໂຈມ​ຕີ ​ດ້ວຍ​ຈະຫຼວດ


ໍ​ຊ​າວ ປາ​ແລັ​ສ​ໄຕ​ນ໌ ເອົາ​ມື​ປິດ​ດັງ ຫຼັງ​ຈາກ​ ອິ​ສ​ຣາ​ແອ​ລ ຍິງ ແກັ​ສ​ນ້ຳ​ຕາ​ໃສ່ ໃນ​ລະ​ຫວ່າງ​ການ​ປະ​ທ້ວງຢູ່​ຮົ້ວ​ເຂດ​ຊາຍ​ແດນ ອິ​ສ​ຣາ​ແອ​ລ-ກາ​ຊາ. 22 ກຸມ​ພາ, 2019.
ໍ​ຊ​າວ ປາ​ແລັ​ສ​ໄຕ​ນ໌ ເອົາ​ມື​ປິດ​ດັງ ຫຼັງ​ຈາກ​ ອິ​ສ​ຣາ​ແອ​ລ ຍິງ ແກັ​ສ​ນ້ຳ​ຕາ​ໃສ່ ໃນ​ລະ​ຫວ່າງ​ການ​ປະ​ທ້ວງຢູ່​ຮົ້ວ​ເຂດ​ຊາຍ​ແດນ ອິ​ສ​ຣາ​ແອ​ລ-ກາ​ຊາ. 22 ກຸມ​ພາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​
ກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນຈັນມື້ນີ້, ແລ້ວກໍຈະເດີນທາງ
ກັບປະເທດທັນທີ, ເປັນການຕັດການເດີນທາງຂອງທ່ານໃຫ້ສັ້ນລົງ ຍ້ອນການຖືກ
ໂຈມຕີດ້ວຍຈະຫຼວດຈາກເຂດ ກາຊາ.

ທ່ານ ເນ​ທັນ​ຢາ​ຮູ ໄດ້​ມີ​ກຳ​ນົດ​ທີ່​ຈະ​ຮັບ​ປະ​ທານ​ອາ​ຫານ​ຄ່ຳ​ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ອັງ​
ຄານມື້ອື່ນ ແລະ ກໍຈະກ່າວຄຳປາໄສຕໍ່ຄະນະກຳມະການ ວຽກງານສາທາລະນະຂອງ
ຊາວ ອາເມຣິກັນ ເຊື້ອສາຍອິສຣາແອລ, ເຊິ່ງແມ່ນກຸ່ມວິ້ງເຕັ້ນທີ່ສຳຄັນຂອງ ສະຫະ
ລັດ ສຳລັບລັດຊາວ ຢິວ ນັ້ນ.

ທ່ານ​ໄດ້​ສັນ​ຍາ​ໃນ​ຖະ​ແລງ​ການ​ສະ​ບັບ​ນຶ່ງ ທີ່​ຈະ​ປະ​ກາດ​ການ​ປ່ຽນ​ແປງຂອງ​ທ່ານ​
ໃນເຂດດັ່ງກ່າວວ່າ ອິສຣາແອລ ຈະຕອບໂຕ້ຄືນດ້ວຍກຳລັງ ຕໍ່ສິ່ງທີ່ທ່ານເອີ້ນວ່າ
“ການໂຈມຕີຂອງອາຊະຍາກອນ” ໃສ່ ອິສຣາແອລ.

ຈະຫຼວດ​ດັ່ງ​ກ່າວ​ໄດ້​ຕົກ​ໃສ່​ເຮືອນ​ໃນ​ພາກ​ກາງ​ຂອງ ອິ​ສ​ຣາ​ແອ​ລ, ພາກ​ຕາ​ເວັນ​ອອກ​
ສຽງເໜືອຂອງນະຄອນຫຼວງ ແທລ ລາວີຟ, ເຮັດໃຫ້ປະຊາຊົນບາດເຈັບ 7 ຄົນ.

ກອງ​ທັບ​ ອິ​ສ​ຣາ​ແອ​ລ ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ ສຳ​ລັບ​ການ​ໂຈມ​ຕີ​
ດ້ວຍຈະຫຼວດ ແລະ ໄດ້ກ່າວວ່າ ເຂົາເຈົ້າໄດ້ຕອບໂຕ້ຄືນດ້ວຍການສົ່ງກຳລັງທະຫານ
ເສີມໄປເຂດຊາຍແດນ ກາຊາ.

ການ​ຢ້ຽມ​ຢາມ​ໄລ​ຍະ​ສັ້ນ​ຂອງ​ທ່ານ ເນ​ທັນ​ຢາ​ຮູ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ
ທີ່ຈະສົ່ງເສີມການເມືອງ ໃນການແຂ່ງຂັນເລືອກຕັ້ງເອົາຕຳແໜ່ງຄືນທີ່ຍາກໃນວັນທີ
9 ເມສານີ້, ແລະ ໃນຂະນະທີ່ທ່ານ ທຣຳ ຄາດວ່າຈະຮັບຮູ້ອຳນາດອະທິປະໄຕຂອງ
ອິສຣາແອລ ຢ່າງເປັນທາງການໃນເຂດຂັດແຍ້ງ ໂກລານ ໄຮທ໌ (Golan Heights).

ອິ​ສ​ຣາ​ແອ​ລ ໄດ້​ຍຶດ​ເຂດ​ແດນ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ເຂົາ​ເຈົ້າໄດ້​ຈາກ
ຊີເຣຍ ໃນລະຫວ່າງສົງຄາມ 6 ວັນໃນປີ 1967 ແລະ ໄດ້ເອົາມາເປັນຂອງຕົນເອງ
ໃນປີ 1981.

​ການ​ຢືນ​ຢັດ​ຂອງ​ທ່ານ ທ​ຣຳ ໄດ້​ຂັດ​ກັບ​ນະ​ໂຍ​ບາຍ​ທີ່​ມີ​ມາ​ດົນ​ນານ​ຂອງ ສະ​ຫະ​ລັດ
ແລະ ປະຊາຄົມນານາຊາດ, ເຊິ່ງໄດ້ພິຈາລະນາພູ​ພ​ຽວ ໂກລານ ໄຮທ໌ ເປັນເຂດຄອບ
ຄອງຂອງ ອິສຣາແອລ, ບໍ່ແມ່ນການຍຶດອະທິປະໄຕ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິ​ສ​ຣາ​ແອ​ລ ທ່ານ​ ຢິ​ສ​ຣາ​ແອ​ລ ແຄັດ​ສ໌ ໄດ້​ຂຽນ​ໃນ​
ທວິດເຕີໃນວັນອາທິດວານນີ້ວ່າ “ປະທານາທິບໍດີ ທຣຳ ຈະເຊັນດຳລັດເພື່ອຮັບຮູ້
ອະທິປະໄຕຂອງ ອິສຣາແອລ ໃນເຂດ ໂກລານ ໄຮທ໌ ມື້ອື່ນ ຊ້ອງໜ້ານາຍົກລັດຖະ
ມົນຕີ ເນທັນຢາຮູ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG