ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ແລະ ສະ​ຫະ​ລັດ ຜິດ​ຖຽງ​ກັນ ເຮັດ​ໃຫ້ສະ​ຖາ​ນະ​ການ​ໃນ ກາ​ຊາ ມີ​ຄວາ​ມ​ຊັບ​ຊ້ອນ


ທີ່​ປຶກ​ສາ​ການ​ສື່​ສານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ​ ທ່ານ ຈອນ ເຄີ​ບີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ ກ່ຽວ​ກັບ ອິ​ສ​ຣາ​ແອ​ລ ຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 25 ມີ​ນາ 2024.
ທີ່​ປຶກ​ສາ​ການ​ສື່​ສານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ​ ທ່ານ ຈອນ ເຄີ​ບີ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ ກ່ຽວ​ກັບ ອິ​ສ​ຣາ​ແອ​ລ ຢູ່​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 25 ມີ​ນາ 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ “ຮູ້​ສຶກ​ສັບ​ສົນ” ແລະ “ຜິດ​ຫວັງ” ທີ່​ຜູ້​ນຳ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ຍົກ​ເລີກ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຜູ້​ແທນ​ທີ່​ມີ​ຈຸດ​ປະ​ສົງ​ເພື່ອ​ປຶກ​ສາ​ຫາ​ລື​ຄວາມ​ເປັນ​ຫ່ວງ​ຂອງ ສະ​ຫະ​ລັດ ກ່ຽວ​ກັບ ແຜນ​ການ​ທີ່​ໃກ້​ຈະ​ເກີດ​ຂຶ້ນ​ຂອງ​ທ່ານ ເພື່ອ​ບຸກ​ລຸກ​ເມືອງ ຣາ​ຟາ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ.

ແຕ່​ເຂົາ​ເຈົ້າ​ໄດ້​ກ່າວ​ ໃນ​ວັນ​ຈັນ​ວານນີ້​ວ່າ​ ເຂົາ​ເຈົ້າ​ຈະ​ໃຊ້​ກອງ​ປະ​ຊຸມ​ລະ​ດັບ​ສູງ​ສາມ​ຝ່າຍ ສະ​ຫະ​ລັດ ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ ອິ​ສ​ຣາ​ແອ​ລ, ລວມ​ທັງ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໃນ​ວັນ​ອັງ​ຄານ​ມື້ນີ້, ເພື່ອ​ຢ້ຳ​ຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ.

“ພວກ​ເຮົາ​ຂ້ອນ​ຂ້າງ​ສັບ​ສົນ​ກັບ​ສິ່ງນີ້,” ກ່າວ​ໂດຍ​ທີ່​ປຶກ​ສາ​ການ​ສື່​ສານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ທ່ານ ຈອນ ເຄີ​ບີ, ຜູ້​ທີ່​ໄດ້​ຮັບ​ຮູ້​ວ່າ​ເຫດ​ຜົນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ສຳ​ລັບ​ການ​ຖອນ​ຄະ​ນະ​ຜູ້​ແທນ​ຂອງ​ທ່ານ​ອອກ​ຢ່າງ​ກະ​ທັນ​ຫັນ ​ແມ່ນ​ການ​ຄັດ​ຄ້ານ​ຂອງ​ທ່ານ​ຕໍ່​ການ​ຕັດ​ສິນ​ໃຈ​ຂອງ ສະ​ຫະ​ລັດ ທີ່ບໍ່​ອອກ​ສຽງ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ເມື່ອ​ວັນ​ຈັນ​ວານນີ້​ທີ່​ຮຽກ​ຮ້ອງ​ໃຫ້ມີການ​ຢຸດ​ຍິງ​ໃນ ກາ​ຊາ.

ຫ້ອງ​ການ​ຂອງ​ທ່ານ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຍ້ອນ​ການ​ປ່ຽນ​ແປງ​ໃນ​ທັດ​ສະ​ນະ​ຄະ​ຕິ​ຂອງ ອາ​ເມ​ຣິ​ກາ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ຕັນ​ຢາ​ຮູ ຈຶ່ງ​ໄດ້​ຕັດ​ສິນ​ໃຈ​ວ່າ ​ຄະ​ນະ​ຜູ້​ແທນ​ຈະ​ບໍ່​ເດີນ​ທາງ​ອອກ​ໄປ.”

ສະ​ຫະ​ລັດ, ດ້ວຍ​ການ​ອ້າງ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ສິດ​ທິ​ຂອງ ອິ​ສ​ຣາ​ແອ​ລ ເພື່ອ​ປ້ອ​ງ​ກັນ​ຕົນ​ເອງ, ກ່ອນ​ໜ້ານີ້ ​ໄດ້​ໃຊ້​ອຳ​ນາດ​ຍັບ​ຢັ້ງ​ຂອງ​ເຂົາ​ເຈົ້າ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ເພື່ອ​ກີດ​ກັ້ນ​ການ​ຢຸດ​ຍິງ​ທີ່​ຄ້າຍ​ຄື​ກັນ ​ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ຄວາມ​ຂັດ​ແຍ້ງ​ດົນ​ກວ່າ​ຫ້າ​ເດືອນ​ທີ່​ຜ່ານ​ມາ.

ທ່ານ​ ເຄີ​ບີ ໄດ້​ກ່າວ​ວ່າ “ຄະ​ແນນ​ສຽງ​ຂອງ​ພວກ​ເຮົາ​ຈະ​ບໍ່, ຂ້າ​ພະ​ເຈົ້າ​ຂໍ​ຢ້ຳ, ຈະ​ບໍ່​ໝາຍ​ເຖິງ​ການ​ປ່ຽນ​ແປງ​ໃນ​ນະ​ໂຍ​ບາຍ​ຂອງ​ພວກ​ເຮົາ. ພວກ​ເຮົາ​ມີ​ຄວາມ​ກະ​ຈ່າງ​ແຈ້ງຫຼາຍ. ພວກ​ເຮົາ​ແມ່​ນ​ໄດ້​ມີ​ຄວາມ​ສະ​ໝ່ຳ​ສະ​ເໝີຫຼາຍ​ ໃນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເຮົາ​ສຳ​ລັບ​ການ​ຢຸດ​ຍິງ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ຕົວ​ປະ​ກັນ. ນັ້ນ​ແມ່ນ​ວິ​ທີ​ທີ່​ຂໍ້​ຕົກ​ລົງ​ຕົວ​ປະ​ກັນ​ໄດ້​ຕັ້ງ​ຂຶ້ນ​ມາ, ແລະ ການ​ລົງ​ມະ​ຕິ​ກໍ​ໄດ້​ຮັບ​ຮູ້​ການ​ເຈ​ລະ​ຈາ​ທີ່​ດຳ​ເນີນ​ຢູ່.”

ອ່ານ​ຂ່າວນິ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG