ກຸ່ມປາແລສໄຕນ໌ທີ່ສຳຄັນ 2 ກຸ່ມ ຄືກຸ່ມ Fatah ແລະກຸ່ມ Hamas ໄດ້ປະກາດກ່ຽວກັບຂໍ້ຕົກລົງສ້າງຄວາມປອງດອງຊາດ ໂດຍກ່າວ
ວ່າ ພວກເຂົາເຈົ້າຈະພະຍາຍາມສ້າງຕັ້ງລັດຖະບານສາມັກຄີ
ຊາດ ໃນໄລຍະສອງສາມອາທິດຂ້າງໜ້ານີ້.
ກຸ່ມ Hamas ແລະກຸ່ມ Fatah ໄດ້ແຍກອອກຈາກກັນແບບ
ຮຸນແຮງ ໃນປີ 2007 ແລະນັບຕັ້ງແຕ່ນັ້ນມາ ກໍໄດ້ແບ່ງປະຊາ
ຊົນຂອງພວກເຂົາເຈົ້າ ໃຫ້ຢູ່ພາຍໃຕ້ການປົກຄອງຂອງພວກ
ຜູ້ນຳ 2 ກຸ່ມ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແຜນການດັ່ງກ່າວນີ້ ຈະປະສົບ
ຜົນສຳເລັດຫຼືບໍ່ ຊຶ່ງຄວາມພະຍາຍາມແບບນີ້ ໄດ້ຫຼົ້ມແຫຼວມາແລ້ວໃນຄັ້ງກ່ອນໆ. ຂໍ້ຕົກລົງທີ່ວ່ານີ້ ໄດ້ເພີ່ມຄວາມສະ ລັບສັບຊ້ອນ ຕໍ່ການດຳເນີນຄວາມພະຍາຍາມຂອງ
ສະຫະລັດ ໃນການໄກ່ເກ່ຍຂໍ້ຕົກລົງສັນຕິພາບ ລະຫວ່າງ Israel ແລະ ປາແລສໄຕນ໌.
ທັງສະຫະລັດ ແລະ Israel ຕ່າງກໍໄດ້ປະນາມ ຂໍ້ຕົກລົງສະບັບນີ້.
ທີ່ນະຄອນຫຼວງວໍຊິງຕັນ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen Psaki ໄດ້ກ່າວວ່າ ວໍຊິງຕັນ ຮູ້ສຶກ“ຜິດຫວັງ” ຕໍ່ການປະກາດດັ່ງກ່າວ ແລະທ່ານ
ນາງຍັງເຕືອນວ່າມັນຈະຍິ່ງຈະສ້າງຄວາມສັບສົນຕໍ່ການດຳເນີນຄວາມພະຍາຍາມເພື່ອ
ສ້າງສັນຕິພາບ.