ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຮຽກຮ້ອງໃຫ້ຈີນ ສະແດງຄວາມສາມັກຄີ ຫຼັງຈາກທີ່ ປັກກິ່ງ ບໍ່​ສາ​ມາດ​ທີ່​ຈະປະນາມ ການໂຈມຕີຂອງກຸ່ມ ຮາມາສ


ແຟ້ມພາບ - ເວທີປາໄສ ທີ່ມີສັນຍາລັກປະຈຳຊາດຂອງສາທາລະນະລັດ ປະຊາຊົນ ຈີນ ແລະ ກາຂອງກະຊວງການຕ່າງປະເທດຈີນ ຖືກເຫັນກ່ອນກອງປະຊຸມສະຫຼຸບປະຈຳວັນ ຢູ່ຫ້ອງການກະຊວງ ໃນນະຄອນຫຼວງປັກກິ່ງ, ວັນທີ 19 ພະຈິກ 2015.
ແຟ້ມພາບ - ເວທີປາໄສ ທີ່ມີສັນຍາລັກປະຈຳຊາດຂອງສາທາລະນະລັດ ປະຊາຊົນ ຈີນ ແລະ ກາຂອງກະຊວງການຕ່າງປະເທດຈີນ ຖືກເຫັນກ່ອນກອງປະຊຸມສະຫຼຸບປະຈຳວັນ ຢູ່ຫ້ອງການກະຊວງ ໃນນະຄອນຫຼວງປັກກິ່ງ, ວັນທີ 19 ພະຈິກ 2015.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ ໃນວັນອາທິດ ໄດ້​ຕອບ​ໂຕ້​ຄືນຕໍ່​ການ​ໂຈມ​ຕີທີ່ບໍ່​ຄາດ​ຄິດ​ຂອງກຸ່ມ​ຫົວ​ຮຸນ​ແຮງ ຮາມາສ ​ຕໍ່​ອິສຣາ​ແອ​ລ ​ໂດຍ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ໃຊ້​ຄວາມ​ອົດ​ກັ້ນ, ທີ່ເປັນການຮຽນແບບ​ຈຸດຢືນ​ຂອງ ຣັດ​ເຊຍ.

“ຈີນ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຄວາມ​ເຄັ່ງ​ຕຶງ ແລະ​ຄວາມ​ຮຸນ​ແຮງທີ່​ເພີ່ມ​ຂຶ້ນ ລະ​ຫວ່າງ​ປາ​ແລັ​ສ​ໄຕ​ນ໌ ​ແລະ​ອິສ​ສ​ຣາ​ແອລ​ ​ໃນ​ປັດ​ຈຸ​ບັນ. ພວກ​ເຮົາ​ຮຽກຮ້ອງ​ໃຫ້​ພາກສ່ວນຕ່າງໆ​ທີ່​ກ່ຽວຂ້ອງຈົ່ງຢູ່ໃນ​ຄວາມ​ສະຫງົບ, ​ໃຊ້​ຄວາມ​ອົດ​ກັ້ນ​ ແລະ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ທັນທີ​ ເພື່ອ​ປົກ​ປ້ອງ​ພົນລະ​ເຮືອນ ​ແລະ​ຫຼີກ​ລ້ຽງບໍ່​ໃຫ້​ສະຖານະ​ການ​ຊຸດ​ໂຊມ​ລົງ​ຕື່ມ​ອີກ,” ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​.

"ວິທີການພື້ນຖານໃນການອອກຈາກຄວາມຂັດແຍ້ງ ນອນ​ຢູ່​ໃນການ​ປະ​ຕິ​ບັດ​ການແກ້ໄຂບັນຫາຂອງສອງລັດ ແລະການສ້າງຕັ້ງລັດ ປາແລັສໄຕນ໌ ທີ່​ເປັນເອກະລາດ," ໂຄສົກກະຊວງການຕ່າງປະເທດຈີນກ່າວຕື່ມ.

ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ ອິ​ສະຣາ​ແອລ​ ໃນ​ນະ​ຄອນ​ຫຼວງ ​ປັກ​ກິ່ງ​ ໃນວັນອາທິດ ວານນີ້ໄດ້​ຂຽນ​ລົງ​ໃນ​ສື່​ສັງ​ຄົມ X ວ່າ ​ອິ​ສຣາ​ແອລ ​ຄາດຫວັງ​ວ່າຈີນ​ຈະກ່າວ​ປະ​ນາມກຸ່ມຮາມາສ ທີ່​ຮຸນແຮງກວ່ານີ້.

"​ເມື່ອ​ຜູ້​ຄົນ​ຖືກ​ສັງຫານ, ຖືກ​ຂ້າຕາຍ​ຢູ່​ຕາມ​ຖະໜົນ​ຫົນທາງ, ນີ້ບໍ່ແມ່ນ​ເວລາ​ທີ່​ຈະ​ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂບັນຫາແບບ​ສອງ​ລັດ. ທ່ານ ຢູວັລ ວັກສ໌ (Yuval Waks) ​ເຈົ້າ​ໜ້າ​ທີ່ອາວຸໂສ​ຂອງ​ສະຖານທູດ ​ອິສຣາ​ແອ​ລ ​ໃນ​ນະຄອນຫຼວງ ປັກ​ກິ່ງ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ວານ​ນີ້​.

ຈີນ​ບໍ່​ໄດ້​ຈັດ​ກຸ່ມຮາມາສ ຢູ່ໃນ​ເຂດ​ກາຊາ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ, ​ແຕ່​ຖື​ວ່າ​ເປັນ​ອົງການ​ຕໍ່ຕ້ານ.

ສະຖານທູດ ​ອິສຣາ​ແອລ​ ປະຈຳປະເທດ​ຈີນ ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ ​ປັກ​ກິ່ງ ຢືນຢູ່ຂ້າງ​ກັບ ​ອິສຣາ​ແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG