ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຄົ້ນພົບ 'ອຸໂມງທີ່ໃຫຍ່ທີ່ສຸດ ຂອງກຸ່ມຮາມາສ' ໃກ້ກັບຊາຍແດນເຂດກາຊາ


ທະຫານອິສຣາແອລ ຖືກເຫັນຢູ່ໃນອຸໂມງ ທີ່ກອງທັບກ່າວວ່າ ກຸ່ມຫົວຮຸນແຮງຮາມາສ ໃຊ້ເພື່ອໂຈມຕີ ດ່ານຊາຍ​ແດນເອເຣັຊ (Erez), ໃນພາກເໜືອຂອງເຂດກາຊາ,​ ວັນທີ 15 ທັນວາ 2023.
ທະຫານອິສຣາແອລ ຖືກເຫັນຢູ່ໃນອຸໂມງ ທີ່ກອງທັບກ່າວວ່າ ກຸ່ມຫົວຮຸນແຮງຮາມາສ ໃຊ້ເພື່ອໂຈມຕີ ດ່ານຊາຍ​ແດນເອເຣັຊ (Erez), ໃນພາກເໜືອຂອງເຂດກາຊາ,​ ວັນທີ 15 ທັນວາ 2023.

ກອງກຳລັງອິສຣາແອລ ທີ່ກຳລັງຕໍ່ສູ້ກັບກຸ່ມຮາມາສ ກ່າວວ່າ ພວກເຂົາໄດ້ຄົ້ນພົບອຸໂມງ​ຊີມັງ ແລະໂຄງເຫຼັກ ທີ່ໃຫຍ່ຜິດປົກກະຕິ, ເຊິ່ງອອກແບບມາເພື່ອນຳເອົາລົດບັນທຸກທີ່ລຳ​ລຽງພວກນັກລົບຫົວຮຸນແຮງຈາກເຂດກາຊາໄປທີ່ຊາຍແດນ, ອີງຕາມອົງການຂ່າວຣອຍເຕີສ໌.

​ການທຳລາຍ ຫຼືການ​ປິດ​ການໃຊ້ງານ ທາງຍ່າງໃຕ້​ດິນ ​ຫຼາຍ​ຮ້ອຍ​ກິ​ໂລ​ແມັດ ​ແລະ ​ບ່ອນ​ລີ້​ໄພ ​ແມ່ນ​ນຶ່ງໃນ​ເປົ້າໝາຍ​ຂອງ​ການ​ບຸກ​ໂຈມ​ຕີ​ຂອງ ອິສຣາແອລ ພາຍຫຼັງ​ມື​ປືນຂອງກຸ່ມຮາມາສ ດຳເນີນການສັງຫານ ແລະ ການລັກພາຕົວ ຢູ່​ບັນດາ​ເມືອງ ​ແລະ​ຖານ​ທັບ​ທະຫານ ທາງ​ພາກ​ໃຕ້​ຂອງ​ຕົນ​ ໃນ​ວັນ​ທີ 7 ຕຸລາ.

ໃນ​ບັນ​ດາ​ສະ​ຖານ​ທີ່ ​ທີ່ກຸ່ມຮາມາສ ບຸກ​ໂຈມ​ຕີ​ຄັ້ງ​ນັ້ນ ມີດ່ານຊາຍ​ແດນເອເຣັຊ (Erez) ລະ​ຫວ່າງ​ເຂດ ກາຊາ ແລະ ອິສຣາແອລ. ໄກອອກໄປຈາກຈຸດກວດທາງພາກໃຕ້ ພຽງ​ແຕ່ 100 ແມັດ ເຊິ່ງໄດ້ຖືກ​ປິດ​ບັງໄວ້​ຢູ່​ໃນເນີນຊາຍ, ກອງທັບ​ໄດ້​ສະ​ແດງ​ໃຫ້​ພວກ​ນັກ​ຂ່າວ​ເຫັນ ​ຈຸດ​ທາງ​ອອກ​ ຂອງ​ສິ່ງ​ທີ່ກອງທັບ​ເວົ້າ​ວ່າ ແມ່ນ​ໂຄງ​ການທີ່ສຳຄັນຂອງກຸ່ມຮາມາສ.

ອຸໂມງດັ່ງກ່າວຍາວລົງໄປຕາມເສັ້ນຂວາງ ຈົນເຖິງຄວາມເລິກ 50 ແມັດ, ບ່ອນທີ່ມັນຂະຫຍາຍອອກໄປ ໃນລະດັບຄວາມສູງ ແລະກວ້າງປະມານ 3 ແມັດ, ພ້ອມກັບອຸປະກອນໄຟຟ້າ.

ໂຄສົກຂອງກອງທັບ ພົນເຮືອຕີ ດານຽລ ຮາກາຣີ (Daniel Hagari) ໄດ້ລະບຸອຸໂມງມີຄວາມຍາວທັງໝົດ 4 ກິໂລແມັດວ່າ ຍາວພໍທີ່ຈະໄປເຖິງເມືອງ ກາຊາ ເໜືອ, ເຊິ່ງຄັ້ງນຶ່ງເຄີຍເປັນໃຈກາງຂອງການປົກຄອງຂອງກຸ່ມ ຮາມາສ ແລະ ປັດຈຸບັນກາຍເປັນເຂດສູ້ລົບ ທີ່ຖືກທຳລາຍ.

ມັນແມ່ນ "ອຸໂມງທີ່ໃຫຍ່ທີ່ສຸດທີ່ພວກເຮົາພົບເຫັນຢູ່ໃນເຂດກາຊາ ... ມີຈຸດປະສົ່ງເພື່ອໄປຫາຈຸດຊາຍແດນເອເຣັຊ (Erez)", ທ່ານຮາກາຣີ ກ່າວ ໂດຍບໍ່ໄດ້ລະບຸວ່າມັນຖືກນໍາໃຊ້ໂດຍ ກຸ່ມຮາມາສ ໃນການໂຈມຕີໃນວັນທີ 7 ຕຸລາ ຫຼືບໍ່.

"ຫຼາຍລ້ານໂດລາໄດ້ມີ​ການລົງທຶນໃສ່ອຸໂມງແຫ່ງນີ້. ມັນໃຊ້ເວລາຫຼາຍປີໃນການກໍ່ສ້າງອຸໂມງນີ້ ... ຍານພາຫະນະສາມາດຂັບຜ່ານໄປໄດ້."

ກຸ່ມຮາມາສ ບໍ່​ໄດ້​ຕອບ​ ​ຕໍ່​ການຂໍຄໍາເຫັນ ຂອງອົງການຂ່າວຣອຍເຕີສ໌ ກ່ຽວ​ກັບ​ການ​ກ່າວ​ຫາ​ຂອງ ອິສຣາແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG