ອິສຣາແອລ ກ່າວວ່າ ການເຄື່ອນໄຫວຂອງປາແລສໄຕນ໌ ທີ່
ຈະສະເໜີຮ່າງຍັດຕິສະບັບນຶ່ງຕໍ່ສະພາຄວາມໝັ້ນຄົງສະຫະ
ປະຊາຊາດນັ້ນມີພຽງແຕ່ຈະເຮັດໃຫ້ເກີດການຊັກຊ້າໃນການ
ແກ້ໄຂໃດໆຂອງເຂົາເຈົ້າ ຕໍ່ບັນ ຫາຂັດແຍ້ງດັ່ງກ່າວ ແລະວ່າ
ສອງຝ່າຍຈະຕ້ອງເພ່ງເລັງໃສ່ການເຈ ລະຈາກັນ ແທນທີ່ຈະ
ທຳການເຄື່ອນໄຫວເຊັ່ນນັ້ນ.
ມາດຕະການດັ່ງກ່າວທີ່ສະເໜີໄປໃນວັນພຸດວານນີ້ ຈະກຳນົດເສັ້ນຕາຍ ສຳລັບການເຈລະຈາກັນເພື່ອການແກ້ໄຂແບບມີສອງລັດຄຽງຄູ່ກັນໂດຍ ໃຫ້ອິສຣາແອລຖອນອອກຈາກດິນແດນແຫ່ງຕ່າງໆຂອງປາແລສໄຕນ໌.
ທ່ານ Paul Hirschson ໂຄສົກປະຈຳກະຊວງການຕ່າງປະເທດອິສຣາແອລ ກ່າວໃນ
ວັນພະຫັດມື້ນີ້ວ່າ ຍຸດທະສາດຂອງປາແລສໄຕນ໌ ແມ່ນເພື່ອຫລີກລ້ຽງການໂອລົມເຈລະ
ຈາກັນ ແລະ “ດຳເນີນບັນຫາຂັດແຍ້ງຕໍ່ໄປ.”
ຮ່າງຍັດຕິດັ່ງກ່າວ ຈະຕ້ອງການຄວາມເຫັນດີຂອງ 9 ປະເທດ ໃນບັນດາ 15 ປະເທດສະ
ມາຊິກຂອງສະພາຄວາມໝັ້ນຄົງແລະປະເທດໃດກໍຕາມໃນບັນດາ 5 ປະເທດສະມາຊິກຖາວອນມີສິດອອກສຽງຍັບ ຍັ້ງໄດ້ຕໍ່ຮ່າງຍັດຕິດັ່ງກ່າວ. ກຸ່ມ 5 ປະເທດທີ່ວ່ານີ້ແມ່ນຮວມ
ທັງອັງກິດ ຝຣັ່ງ ຈີນ ຣັດເຊຍ ແລະສະຫະລັດ ທີ່ເຄີຍໃຊ້ສິດຍັບຍັ້ງມາແລ້ວ ເພື່ອປົກປ້ອງ
ບໍ່ໃຫ້ມີການເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ກ່ຽວກັບອິສ ຣາແອລນັ້ນ.
ມີການຄາດກັນຢ່າງແຜ່ຫລາຍວ່າ ສະຫະລັດ ຈະໃຊ້ສິດຍັບຍັ້ງຕໍ່ການເອົາມາດຕະການດັ່ງກ່າວນີ້.