ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Turkey ຂັບໄລ່ ນັກການທູດອິສຣາແອລ


ລັດຖະມົນຕີການຕ່າງປະເທດ Turkey ທ່ານ Ahmet Davutoglu ຖະແຫຼງຕໍ່ສື່ມວນຊົນທີ່ນະຄອນຫຼວງ ອັງກາຣາ (2 ກັນຍາ 2011)
ລັດຖະມົນຕີການຕ່າງປະເທດ Turkey ທ່ານ Ahmet Davutoglu ຖະແຫຼງຕໍ່ສື່ມວນຊົນທີ່ນະຄອນຫຼວງ ອັງກາຣາ (2 ກັນຍາ 2011)

Turkey ໄດ້ຂັບໄລ່ເອກອັກຄະລັດຖະທູດອິສຣາແອລປະຈຳກຸງອັງກາຣາໃນວັນສຸກມື້ນີ້ແລະ
ໂຈະການຕົກລົງທັງໝົດທາງດ້ານທະຫານ ຫຼັງຈາກໄດ້ມີຂ່າວກ່ຽວກັບລາຍລະອຽດຂອງລາຍ
ງານສະຫະປະຊາຊາດທີ່ສືບສວນເບິ່ງການບຸກຂຶ້ນໄປກວດຄົ້ນກຳປັ່ນ Turkey ທີ່ມຸ່ງໜ້າໄປ
ຍັງເຂດກາຊາ ໂດຍອິສຣາແອລ ທີ່ເຮັດໃຫ້ມີຜູ້ເສຍຊີວິດໃນປີກາຍນີ້.

ລັດຖະມົນຕີການຕ່າງປະເທດ Turkey ທ່ານ Ahmet Davutoglu ກ່າວໃນວັນສຸກມື້ນີ້ວ່າ
ລັດຖະບານຂອງທ່ານ ໄດ້ລົດລະດັບການມີໜ້າທາງດ້ານການທູດກັບອິສຣາແອລລົງມາເປັນ
ຂັ້ນເລຂາໂທ. ການຕັດສິນໃຈທີ່ວ່ານີ້ມີຂຶ້ນນຶ່ງມື້ຫຼັງຈາກໜັງສືພິມ New York Times ໄດ້
ພິມເຜີຍແຜ່ທາງອິນເຕີແນັດລາຍງານຂອງອົງການສະຫະປະຊາຊາດ ທີ່ມີການຄອງຄອຍຖ້າ ມາເປັນເວລາດົນນານແລ້ວນັ້ນ.

ອີງຕາມລາຍງານຂ່າວທີ່ພິມເຜີຍແຜ່ທາງອິນເຕແນັດນັ້ນຄະນະເຈົ້າໜ້າທີ່ສະຫະປະຊາຊາດ
ສະຫຼຸບວ່າ ການປິດລ້ອມທາງທະເລຂອງອິສຣາແອລຕໍ່ແຫຼມກາຊານັ້ນ ເປັນການກະທຳທີ່
ຖືກຕ້ອງຕາມກົດໝາຍແຕ່ລັດຖະບານອິສຣາແອລໄດ້ໃຊ້ກຳລັງເກີນຂອບເຂດແລະບໍ່ມີເຫດ
ຜົນເພື່ອສະກັດກັ້ນກຳປັ່ນ Turkey ທີ່ພະຍາຍາມຈະບຸກຜ່ານການປິດລ້ອມຂອງອິສຣາແອລ.

ລາຍງານ ໄດ້ຕຳໜິຕິຕຽນກ່ຽວກັບການເສຍຊີວິດ ທີ່ຍັງຜົນມາຈາກການບຸກຂຶ້ນໄປກວດຄົ້ນ
ຂອງອິສຣາແອລນັ້ນວ່າ ເປັນສິ່ງທີ່ຮັບເອົາບໍ່ໄດ້. ລາຍງານເວົ້າຕື່ມວ່າ ອິສຣາແອລບໍ່ໄດ້ໃຫ້
ການອະທິບາຍຢ່າງເປັນທີ່ພໍໃຈ ກ່ຽວກັບການສັງຫານຊາວ Turkey 9 ຄົນ ຊຶ່ງສ່ວນໃຫຍ່
ແລ້ວລາຍງານເວົ້າວ່າ ໄດ້ຖືກຍິງຫຼາຍໆຄັ້ງ ຮວມທັງຍິງຈາກດ້ານຫຼັງຫຼືຖືກຍິງໃນໄລຍະເຜົາ
ຂົນ.

ແຕ່ແນວໃດກໍຕາມ ຄະນະເຈົ້າໜ້າທີ່ສະຫະປະຊາຊາດຍັງພົບເຫັນວ່າ ໜ່ວຍກ້າຕາຍຂອງ
ອິສຣາແອລທີ່ບຸກຂຶ້ນໄປເທິງກຳປັນຂອງ Turkey ນັ້ນ ໄດ້ໃຊ້ກຳລັງເພື່ອປ້ອງກັນໂຕໃນ
ການຕອບໂຕ້ຕໍ່ອັນທີ່ລາຍງານເອີ້ນວ່າ ການຕ້ານຢັນທີ່ສຳຄັນ ມີການຈັດຕັ້ງແລະຮຸນແຮງ
ຈາກຜູ້ໂດຍສານບາງຄົນໃນກຳປັ່ນດັ່ງກ່າວ.

ເຈົ້າໜ້າທີ່ອິສຣາແອລທີ່ຂໍສະຫງວນຊື່ທີ່ພົວພັນນຳລາຍທີ່ພວມລໍຖ້າການພິມແຜ່ນັ້ນໄດ້ກ່າວ
ຊົມເຊີຍລາຍງານ ທີ່ພົບເຫັນວ່າ ການກະທຳຂອງອິສຣາແອລ ບໍ່ໄດ້ລະເມີດກົດໝາຍນາໆ
ຊາດ. ແຕ່ເຈົ້າໜ້າທີ່ອິສຣາແອລຄົນນຶ່ງກ່າວຕໍ່ອົງການຂ່າວຝຣັ່ງວ່າ ພວກເຂົາເຈົ້າອາດຈະ
ສະແດງການສະຫງວນທ່າທີບາງຢ່າງ ກ່ຽວກັບການພົບເຫັນຂອງສະຫະປະຊາຊາດ.

XS
SM
MD
LG