ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າໜ້າທີ່ອິສຣາແອລ ຫາລື ກັບເຈົ້າໜ້າທີ່ ເຕີກກີ


ເຈົ້າໜ້າທີ່ ອະວຸໂສທ່ານນຶ່ງ ຂອງອິສຣາແອລ ໄດ້ພົບປະ ກັບລັດຖະມົນຕີ ການຕ່າງປະ ເທດເຕີກກີ ໃນຄວາມພະຍາຍາມ ເພື່ອປັບປຸງ ຄວາມສຳພັນ ລະຫວ່າງ ປະເທດທັງສອງ ທີ່ໄດ້ຊຸດໂຊມລົງ ຢ່າງວ່ອງໄວ ຫຼັງຈາກ ອິສຣາແອລ ໄດ້ບຸກໂຈມຕີ ກຳປັ່ນຂົນການຊ່ອຍເຫຼືອ ໄປຍັງເຂດກາຊາ ໃນເດືອນ ພຶດສະພາ ຜ່ານມາ.

ສື່ມວນຊົນ ຂອງອິສຣາແອລ ແລະເຕີກກີ ລາຍງານໃນວັນພຸດ ວານນີ້ວ່າ ທ່ານ BENJAMIN BEN-ELIEZER ລັດຖະມົນຕີ ອຸດສາຫະກຳ ແລະການຄ້າ ຂອງ ອິສຣາແອລ ໄດ້ພົບປະ ກັບລັດຖະມົນຕີກ ານຕ່າງປະເທດ ເຕີກກີ ທ່ານ AMET DAVUTOGLU ທີ່ນະຄອນຫຼວງ BRUSSELS ຂອງປະເທດແບລຢ້ຽມ.

ການພົບປະ ທີ່ວ່ານີ້ ຄວນເປັນການພົບປະ ແບບລັບໆ ແຕ່ໄດ້ກາຍເປັນ ການພົບປະ ແບບເປີດເຜີຍ ເວລາໂທລະພາບ ຊ່ອງ 2 ຂອງອິສຣາແອລ ໄດ້ລາຍງານຂ່າວ ໃນຕອນແລງ ຂອງມື້ວານນີ້. ປາກົດວ່າ ການເຈລະຈາ ດັ່ງກ່າວນີ້ ແມ່ນແນໃສ່ ເພື່ອປົວແປງ ຄວາມສຳພັນ ລຸນຫລັງ ການບຸກໂຈມຕີ ຂອງອິສຣາແອລ ທີ່ເຮັດໃຫ້ ພວກນັກເຄື່ອນໄຫວ ຊາວເຕີກກີ 8 ຄົນ ແລະຊາວອະເມຣິກັນ ເຊື້ອສາຍເຕີກກີຄົນນຶ່ງ ເສຍຊີວິດ.

XS
SM
MD
LG