ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລຈະເປີດ ດ່ານຊາຍແດນ ຂ້າມໄປຫາເຂດກາຊາ


ຊາວປາແລສໄຕນ໌ ພາກັນຊົ້ນ ຢູ່ໃນຕູບ ຫລົບຝົນ ທ່າມກາງຊາກຫັກພັງ ຈາກສົງຄາມ
ຊາວປາແລສໄຕນ໌ ພາກັນຊົ້ນ ຢູ່ໃນຕູບ ຫລົບຝົນ ທ່າມກາງຊາກຫັກພັງ ຈາກສົງຄາມ

ອິ​ສຣາ​ແອ​ລ ຄາດ​ວ່າ​ຈະ​ເປີດ​ດ່ານ​ຂ້າມ​ຊາຍ​ແດນ​ສອງ​ແຫ່ງ
ກັບເຂດ Gaza ​ໃນ​ວັນ​ອັງຄານ​ມື້​ນີ້.

ດ່ານ​ຂ້າມ​ຊາຍ​ແດນ Kerem Shalom ​ແລະ Erez ​ໄດ້​ອັດ​
ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ຫລັງ​ຈາກ​ມີການຍິງລູກຈະ​ຫລວດ
ຈາ​ກເຂດປາ​ແລ​ສ​ໄຕ​ນ໌ ​ເຂົ້າໄປໃສ່ ອິສຣາ​ແອ​ລ ​ໃນ​ວັນ​ສຸກ​
ອາທິດແລ້ວນີ້. ບໍ່​ມີ​ລາຍ​ງານກ່ຽວກັບ​ການ​ເສຍ​ຫາຍ ຫລື​ໄດ້
​ຮັບ​ບາດ​ເຈັບ​ ຈາກ​ການ​ຍິງ​ລູກ​ຈະຫລວດໂຈມຕີດັ່ງກ່າວ.

ອົງການ​ຂ່າວ​ຝຣັ່ງ ໄດ້ອ້າງ​ຄຳ​ເວົ້າ​ຂອງໂຄສົກ​ທະຫານ​ອິສຣາ​
ແອ​ລ ທີ່​ກ່າວ​ວ່າ ດ່ານ​ຂ້າມ​ຊາຍ​ແດນ​ສອງ​ແຫ່ງ​ ຈະ​ເປີດ​ໃນ​ວັນ​ອັງຄານ​ມື້​ນີ້.

ການຂັດແຍ້ງລະຫວ່າງ ອິສຣາແອລກັບປາແລສໄຕນ໌:

Repeated Conflicts Scar Generations of Palestinians, Israelis
please wait

No media source currently available

0:00 0:02:25 0:00

ອິສຣາ​ແອ​ລກ່າວວ່າ ເຫດຮ້າຍໃນການ​ຍິງ​ລູກ​ຈະ​ຫລວດໂຈມຕີໃນ​ວັນ​ສຸກແລ້ວນີ້​ ​ເປັນ
​ການ​ໂຈມ​ຕີ​ຄັ້ງ​ທີ​ສອງ ນັບ​ແຕ່​ການ​ເຮັດສົງຄາມຂອງ​ອິສຣາ​ແອ​ລເປັນເວລາ 50 ມື້ ​ຕ້ານ
ພວກ​ຫົວ​ຮຸນ​ແຮງໃນເຂດ Gaza ​ເມື່ອ​ເດືອນ​ກໍ​ລະ​ກົດ ​ແລະ​ສິງຫາ ສິ້ນສຸດລົງແລ້ວນັ້ນ.

ການ​ຢຸດ​ຍິງ​ ທີ່ໄດ້​ຕົກລົງ​ກັນ ລະຫວ່າ ອິສຣາ​ແອ​ລ ​ແລະບັນດາຜູ້​ປົກຄອງຂອງ ກຸ່ມ
Hamas ໃນ Gaza ເລີ້ມມີ​ຜົນ​ບັງ​ຄັບ​ເມື່ອວັນ​ທີ 26 ​ເດືອນ​ສິງຫາຊຶ່ງເຮັດ ໃຫ້ການຂັດ​
ແຍ້​ງກັນ ທີ່​ເຮັດ​ໃຫ້ຊາວ​ປາ​ແລ​ສ​ໄຕ​ນ໌ 2,140 ​ຄົນແລະ​ຝ່າຍອິສຣາ​ແອ​ລ ປະມານ 70
ຄົນ​ ເສຍ​ຊີວິດໄປນັ້ນ ສິ້ນສຸດລົງ.

ລາຍການ On Assignment ເລື້ອງຄວາມຫຍຸ້ງຍາກ ໃນການສ້າງສາເຂດກາຊາ ຄືນໃໝ່:

Why is Rebuilding Gaza So Hard (On Assignment October 17 2014)
please wait

No media source currently available

0:00 0:05:13 0:00

XS
SM
MD
LG