ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາ​ແອ​ລ ຈະ​ເປີດ ​ການ​ປະຕິບັດ​ງານ ​ດ້ານ​ການ​ທູດ​ ​ຢູ່​ທີ່ ນະຄອນ Abu Dhabi


ສະຖານທູດອິສຣາແອລ ທີ່ນະຄອນ Athens ປະເທດ Greece.
ສະຖານທູດອິສຣາແອລ ທີ່ນະຄອນ Athens ປະເທດ Greece.

ອິສຣາ​ແອ​ລ ຈະ​ເປີດ​ການ​ປະຕິບັດ​ງານ​ດ້ານ​ການ​ທູດ​ ​ຢູ່​ໃນ​ອົງ
ການຈັດ​ຕັ້ງລະຫວ່າງ​ລັດຖະບານທີ່ນະຄອນ Abu Dhabi ຊຶ່ງ
ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້ປະ​ກາດ ​ໃນ​ວັນ​ສຸກ​ມື້​ນີ້ ​ໃນອັນ​ທີ່​ຈະ​ເປັນ
ການມີໜ້າ​ເທື່ອ​ທຳ​ອິດຂອງທາງ​ການອິສຣາ​ແອ​ລຢູ່​ໃນ​ປະ​ເທດ
ສະຫະລັດ ອາຣັບ ອີ​ເມີ​ເຣັດ ຫລືUAE.

ຜູ້ຕາງໜ້າ​ຂອງ​ອິສຣາ​ແອ​ລ ​ຢູ່​ໃນ​ອົງການ​ນາໆ​ຊາດ ​ເພື່ອນຳ​ໃຊ້​
ພະລັງງານທາງ​ເລືອກຫລື IRENA ຢູ່ການ​ກະກຽມ​ສຸດ​ທ້າຍ ​ອີງ​
ຕາ​ມບັນດານັກ​ການ​ທູດ​ອິສຣາ​ແອລ​ໂດຍ​ໃຫ້ການ​ຢືນຢັນ​ຕໍ່​ລາຍ
​ງານ​ໃນ​ວັນ​ສຸກ​ມື້​ນີ້ ຢູ່​ໃນ​ໜັງສືພິມ​ Haaretz ຂອງອິສຣາ​ແອ​ລ.

ບັນດາ​ເຈົ້າ​ໜ້າ​ທີ່ UAE ຍັງ​ບໍ່​ທັນໃຫ້​ຄວາມ​ເຫັນ​ໃດໆ​ກ່ຽວ​ກັບການ​ເປີດຫ້ອງການປະຕິບັດ​
ງານຂອງ​ອິສຣາ​ແອ​ລ.

ບັນດາ​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ແຕ່ງ​ຕັ້ງ​ການທູດ ຈະ​ອຸທິດ​ວຽກ​ງານ​ທັງ​ໝົດໃຫ້ແກ່ອົງການ IRENA ​ແລະ​ຈະ​ບໍ່​ແມ່ນ​ຜູ້ ຕິດ​ຕໍ່ລະຫວ່າງອິສຣາ​ແອ​ລ ​ແລະ UAE ທີ່​
ບໍ່​ມີ​ສຳພັນ​ທາງດ້ານ​ການ​ທູດ​ຢ່າງ​ເປັນ​ທາງ​ການກັບ​ອິສຣາ​ແອ​ລນັ້ນ.

ອິສຣາ​ແອ​ລ ຍັງ​ບໍ່​ໄດ້​ສ້າງຕັ້ງສາຍສຳພັນ​ທາງ​ດ້ານການ​ທູດຢ່າງ​ເປັນ​ທາງ​ການ​ກັບບັນດາ​
ປ​ະ​ເທດ​ເພື່ອນບ້າ​ນອາຣັບ​ໃດໆ ຍົກ​ເວັ້ນ​ແຕ່​ອີ​ຈິບ ​ແລະ​ຈໍ​ແດນ ​ເຖິງ​ແມ່ນ​ວ່າ​ ເຈົ້າໜ້າ​ທີ່
ການ​ທູດ​ຂອງ​ຕົນ​ໄດ້ພົບ​ປະ​ແລະ​ໄດ້​ເຮັດ​ວຽກ​ກັບບັນ​ດາ​ຜູ້ນຳ​ອາຣັບເພີ້​ມຂື້ນ​ຢູ່​ທາງເບື້ອງ​
ຫລັງ ​ໃນລະ​ຫວ່າງ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້.

ອິສຣາ​ແອ​ລ ​ແລະ​ບັນດາ​ປະ​ເທດອາຣັບຈຳນວນ​ໜຶ່ງຫວ່າງ​ມໍ່ໆ​ມາ​ນີ້​ໄດ້ ​ພົບ​ເຫັນ​ວ່າ​ມີ​ຜົນ​
ປະ​ໂຫຍ​ດຮ່ວມ​ກັນ ຢູ່​ໃນ​ເວ​ທີ່ສາກົນ ​ໂດຍ​ສະ​ເພາະ ຫລັງ​ຈາກ​ບັນດາ​ປະ​ເທດ​ມະຫາ​ອຳ
ນາດ ​ໄດ້​ບັນລຸ​ຂໍ້​ຕົກລົງ​ນິວ​ເຄລຍກັບ ອີຣ່ານ ທີ່​ໄດ້​ພິຈາລະນາ​ວ່າ ​ເປັນ​ສັດ​ຕູ​ກັບ​ຫລາຍໆ​ປະ​ເທດ​ອາຣັບນັ້ນ.

XS
SM
MD
LG