ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ພາ​ ອິ​ສ​ຣາ​ແອ​ລ​ ລົງ​ຄະ​ແນນ​ສຽງ ເພື່ອ​ຍຸບ​ຕົນ​ເອງ ແລະ​ກຳ​ນົດວັນ​ເລືອກ​ຕັ້ງ​ ກ່ອນ​ສະ​ໄໝ ອີກ​ຄັ້ງ​ນຶ່ງ ​


ພາບ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ເບນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່ອນ​ຈະ​ລົງ​ຄະ​ແນນ​ສຽງ​ ໃນສະພາ Knesset ຂອງ​ອິ​ສ​ຣາ​ແອ​ລໃນ​ນະ​ຄອນ Jerusalem, ວັນ​ທີ 29 ພຶດ​ສະ​ພາ, 2019 ເພື່ອ​ຍຸບ​ສະ​ພາ ແລະ​ກຳ​ນົດ​ວັນ​ເລືອກ​ຕັ້ງ​ ກ່ອນ​ສະ​ໄໝ​ອີກ​ຄັ້ງ​ນຶ່ງ.
ພາບ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ເບນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່ອນ​ຈະ​ລົງ​ຄະ​ແນນ​ສຽງ​ ໃນສະພາ Knesset ຂອງ​ອິ​ສ​ຣາ​ແອ​ລໃນ​ນະ​ຄອນ Jerusalem, ວັນ​ທີ 29 ພຶດ​ສະ​ພາ, 2019 ເພື່ອ​ຍຸບ​ສະ​ພາ ແລະ​ກຳ​ນົດ​ວັນ​ເລືອກ​ຕັ້ງ​ ກ່ອນ​ສະ​ໄໝ​ອີກ​ຄັ້ງ​ນຶ່ງ.

ສະ​ພາ​ຂອງ​ອິ​ສ​ຣາ​ແອ​ລ​ ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ຕອນ​ເຊົ້າ​ ຂອງວັ​ນ​ພະ​ຫັດມື້ນີ້ ເພື່ອ​ຍຸບ​ຕົນ​ເອງ ແລະ​ໄດ້​ກຳ​ນົດ​ການ​ເລືອກ​ຕັ້ງ​ກ່ອນ​ສະ​ໄໝ ​ຄັ້ງ​ທີ​ສອງ​ຢ່າງບໍ່ ເຄີຍ​ມີ​ມາ​ກ່ອນພາຍ​ຫລັງ​ທີ່​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ເບນ​ຈາ​ມິນ ເນ​ຕັນ​ຢາ​ຮູ ບໍ່ ໄດ້​ເອົາ​ພັກ​ຕ່າງໆ​ມາ​ເຂົ້າ​ຮ່ວມ​ເພື່ອ​ຈັດຕັ້ງ​ລັດ​ຖະ​ບານ​ປະ​ສົມ​ຂຶ້ນ.

ພວກ​ສະ​ມາ​ຊິກ​ສະ​ພາ​ໄດ້​ລົງ​ຄະ​ແນນ​ສຽງ 74 ຕໍ່ 45 ສຽງ​ ເພື່ອ​ຍຸບ​ຕົວ​ເອງ​ລົງແລະ​ກໍ​າ
ນົດການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ໃໝ່​ຂຶ້ນ ​ໃນ​ວັນ​ທີ 17 ກັນ​ຍາ​ຈະ​ມາ​ເຖິງນີ້.

ທ່ານເນ​ຕັນ​ຢາ​ຮູ ຮອດ​ກຳ​ນົດ​ເສັ້ນ​ຕາຍ​ໃນ​ວັນ​ພຸດ​ວານນີ້ ໃນ​ການ​ຈັດຕັ້ງລັດ​ຖະ​ບານ​ໃໝ່​ຂຶ້ນມາ ຫລັງ​ຈາ​ກ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 9 ເມ​ສາ​ຜ່ານ​ມາແລ້ວ. ທ່ານ​ມີ​ຄວາມ​ຫວັງ​ວ່າ ​ຈະ​ຈັດຕັ້ງລັດ​ຖະ​ບານປະ​ສົມ ​ລະ​ຫວ່າງ​ພັກລີ​ຄູດ (Likud) ທີ່​ເປັນ​ພັກ​ອະ​ນຸ​ລັກ​ນິ​ຍົມຂອງ​ທ່ານ ກັບ​ພວກ​ສະ​ມາ​ຊິກ​ສະ​ພາ​ທີ່​ນັບ​ຖື​ສາດ​ສະ​ໜາອໍ​ໂຕດອກ​ຊ໌ ​ແບບດັ້ງ​ເດີມ​ຈັດ ແລະ​ກຸ່ມອະ​ນຸ​ລັກ​ນິ​ຍົມ​ອື່ນ​ອີກ ທີ່​ນຳ​ພາ​ໂດຍ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ, ທ່ານ​ອາ​ວິກ​ດໍ ໄລ​ເບີ​ແມນ (Avigdor Lieberman).

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ

Israel to Hold New Elections After Netanyahu Fails to Build Coalition
please wait

No media source currently available

0:00 0:02:14 0:00

ແຕ່​ວ່າ​ການ​ເຈ​ລະ​ຈາປະ​ສົບ​ກັບ​ຄວາມ​ຫລົ້ມ​ແຫລວ ເມື່ອ​ທ່ານ​ເນ​ຕັນ​ຢາ​ຮູ ແລະ ພວກນັບ​ຖື​ສາດ​ສະ​ໜາອໍ​ໂຕດອກ​ຊ໌ແບບດັ້ງ​ເດີມ​ຈັດ ປະ​ຕິ​ເສດ​ຕໍ່​ຄຳ​ຮຽກ​ຮ້ອງ ຂອງ​ທ່ານໄລ​ເບີ​ແມນ ທີ່ວ່າໃຫ້​ຊາວ​ຢີວ​ຖື​ສາດ​ສະ​ໜາ​ແບບດັ້ງ​ເດີມ​ຈັດຖືກ​ເກນ​ໄປ​ເປັນ​ທະ​ຫານໃນ​ກອງ​ທັ​ບ​ອິ​ສ​ຣາ​ແອ​ລຄື​ກັນ​ກັບ​ຜູ້​ຊາຍແລະແມ່​ຍິງ​ອິ​ສ​ຣາ​ແອ​ລ​ຄົນ​ອື່ນໆ.

ຊາວ​ຢີວ​ທີ່ນັບ​ຖື​ສາດ​ສະ​ໜາອໍ​ໂຕດອກ​ຊ໌ແບບດັ້ງ​ເດີມ​ຈັດ ຖືວ່າການເກນ​ໄປ​ເປັນ​ທະ​ຫານ ເປັນ​ເລື້ອງ​ທີ່​ຂັດ​ກັບ​ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ​ຂອງ​ພວກ​ເຂົາ​ເຈົ້າ, ທີ່ຢ້ານ​ວ່າ ​ການ​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ຈະ​ນຳ​ໄປ​ສູ່ການ​ກາຍ​ເປັນ​ຄົນ​ທີ່ບໍ່ໄດ້​ບວດ ຫລື ​ຮັບ​ໃຊ້​ໃນ​ສາດ​ສະ​ໜາເລີຍ. ແຕ່​ວ່າ ການ​ຖືກ​ຍົກ​ເວັ້ນ​ບໍ່​ໃຫ້ຖືກ​ໄປຮັບ​ໃຊ້​ຢູ່​ໃນ​ກອງ​ທັບເຊັ່ນ​ນັ້ນ ແມ່ນ​ໄດ້​ຮັບ​ການ​ຄັດ​ຄ້ານ​ຈາກ​ຊາວ​ຢີວພວກອື່ນ​ຂອງ​ອິ​ສ​ຣາ​ແອ​ລ.

ທ່ານໄລ​ເບີ​ແມນ ກ່າວ​ວ່າ "ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນຍັງ​ຢູ່​ໃນ​ບ່ອນ​ເກົ່າ ​ທີ່​ມັນ​ຢູ່ໃນ​ເມື່ອ​ກ່​ອນ,” ໃນ​ຂະ​ນະ​ທີ່​ທ່ານ​ເນ​ຕັນ​ຢາ​ຮູ​ກັບ​ເວົ້າ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ພັກ​ລີ​ຄູດ​ຂອງ​ທ່ານ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ອີກ​ໃນ​ເດືອນກັນ​ຍານີ້.

ທ່ານ​ເນ​ຕັນ​ຢາ​ຮູກ່າວ​ພາຍ​ຫລັງ​ການ​ລົງ​ຄະ​ແນນ​ສຽງ​ໃນ​ສະ​ພາ​ວ່າ "ພວກ​ເຮົາ​ຈະ​ທຳ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງທີ່ສະ​ຫລາດ, ຈະ​ແຈ້ງທີ່​ຈະ​ນຳ​ເອົາ​ໄຊ​ຊະ​ນະ​ມາ​ໃຫ້​ພວກ​ເຮົາ. ພວກ​ເຮົາ​ຈະ​ຊະ​ນະ, ແລະ​ປະ​ຊາ​ຊົນ​ຈະ​ຊະ​ນະ.”

ທ່ານ​ອາ​ວິກ​ດໍ ໄລ​ເບີ​ແມນ, ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ ແລະ​ຜູ້​ນຳ​ພັກ Yisrael Beiteinu ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາໃນ​ນະ​ຄອນ Jerusalem, ວັນ​ທີ 29 ພຶດ​ສະ​ພາ, 2019
ທ່ານ​ອາ​ວິກ​ດໍ ໄລ​ເບີ​ແມນ, ​ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ ແລະ​ຜູ້​ນຳ​ພັກ Yisrael Beiteinu ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາໃນ​ນະ​ຄອນ Jerusalem, ວັນ​ທີ 29 ພຶດ​ສະ​ພາ, 2019

ສ່ວນ​ຜູ້ນຳ​ພັກ​ຝ່າຍ​ຄ້ານ, ທ່ານ ເບັນ​ນີ ແກ​ຣນທ໌ (Benny Gantz) ທີ່​ເສຍ​ໄຊ​ໃຫ້​ແກ່​ທ່ານເນ​ຕັນ​ຢາ​ຮູ ໃນ​ເດືອນ​ເມ​ສາ​ຜ່ານ​ມານັ້ນ ແລະ ຜູ້​ທີ່​ອາດ​ຈະ​ໄດ້​ຮັບ​ໂອ​ກາດ​ໃຫ້​ຈັດ​ຕັ້ງ​ລັດ​ຖະ​ບານ​ຂຶ້ນ ຖ້າ​ຫາກ​ສະ​ພາບໍ່​ຖືກ​ຍຸບນັ້ນ ໄດ້​ກ່າວ​ຫາ​ທ່ານ​ເນ​ຕັນ​ຢາ​ຮູ ​ຢ່າງ​ໂກດ​ເຄືອງວ່າ ​ເປັນ​ຫ່ວງ​ຕໍ່​ອະ​ນາ​ຄົດ​ທາງ​ການ​ເມືອງຂອງ​ຕົນ​ເອງ​ຫລາຍກວ່າ ແທນ​ທີ່​ຈະ​ເປັນຫ່ວງວ່າອັນ​ໃດ​ຈະ​ດີ​ສຳ​ລັບ​ປະ​ເທດ​ຊາດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG