ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ອິສຣາແອລ ເຕືອນປະຊາຊົນ ໃຫ້ກຽມພ້ອມ ສຳຫລັບການສູ້ລົບ ອັນຍາວນານ (ວີດີໂອ/ສະໄລດ໌)


ນັກດັບເພີງປາແລສໄຕນ໌ ຄົນນຶ່ງກຳລັງມອດໄຟ ທີ່ໂຮງໄຟຟ້າ ໃນເຂດກາຊາ
ນັກດັບເພີງປາແລສໄຕນ໌ ຄົນນຶ່ງກຳລັງມອດໄຟ ທີ່ໂຮງໄຟຟ້າ ໃນເຂດກາຊາ

ການ​ໂຈມ​ຕີ​ຈາກ​ເຮືອບິນ​ລົບ​ ​ແລະ​ລົດ​ຖັງ ຂອງອິສຣາ​ແອ​ລ ​ໄດ້
ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 26 ຄົນ ​ໃນເຂດ​ກາຊາ ​ໃນ​ຂະ
ນະ​ທີ່​ກອງທັບ​ອິສຣາ​ແອ​ລ​ເດີນໜ້າ​ຕໍ່​ໄປ ກັບ​ການ​ປະຕິບັດ​ງານ​ທີ່
ນາຍົກ​ລັກ​ຖະມົນຕີ Benjamin Netanyahu ​ເຕືອນວ່າ​ ອາດ​ຈະ​
ດຳ​ເນີນ​ຕໍ່​ໄປ​ເປັນ​ເວລາ​ນານ.

ບັນດາ​ເຈົ້າ​ໜ້າ​ທີ່ສາທາລະນະ​ສຸກ​ຂອງ​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ຈຳ
ນວນ​ຜູ້​ເສຍ​ຊີວິດ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ ​ແມ່ນຫລາຍ​ກວ່າ 1,100
ຄົນ ​ໃນ​ວັນ​ອັງຄານ​ມື້​ນີ້ ​ສ່ວນ​ໃຫຍ່​ແມ່ນພົນລະ​ເຮືອນ ຫລັງ​ຈາກ
ຄ່ຳ​ຄືນ​ແຫ່ງການ​ໂຈມ​ຕີ​ທີ່ແຜ່​ກ້ວາງ​ອອກຫລາຍ​ທີ່​ສຸດ​ໂດຍ​ກຳລັງ​
ອິສຣາ​ແອ​ລ ນັບ​ຕັ້ງ​ແຕ່ການ​ສູ້​ລົບ​ໄດ້​ເລີ້ມ​ເມື່ອ​ສາມ​ອາທິ​ດກ່ອນ.

ການ​ໂຈມ​ຕີ​ທາງ​ອາກາດບັ້ນນຶ່ງ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ຖືກ​ສາງ​ນຳ້ມັນທີ່ມີ​ຢູ່ ບ່ອນ​ດຽວ​ໃນ​ເຂດ​ກາຊາ ຕ້ອງ​ເຮັດ​ໃຫ້​ປິດ​ລົງ. ກ່ອນ​ການ​ໂຈມ​ຕີ ຄວາມ​ເສຍ​ຫາຍ​ຕໍ່​ລະບົບ ​ໄດ້​ເຮັດ​ໃຫ້​ມີ​ການໃຊ້​ໄ​ຟໄຟຟ້າແບບຈຳກັດ​ ພຽງ​ແຕ່​ສາມ​ຊົ່ວ​ໂມງຕໍ່​ມື້.

ທ່ານ Netanyahu ​ໄດ້​ກ່າວ​ຕໍ່ປະຊາຊົນອິສຣາ​ແອ​ລ ​ທາງ​ໂທລະພາບ ​ໃນ​ວັນ​ຈັນ​ວານ​ນີ້
ບອກ​ໃຫ້​ເຂົາ​ເຈົ້າຕຽ​ມພ້ອມ​ ສຳລັບ “ການ​ປະຕິບັດ​ການ​ທາງ​ທະຫານ​ອັນ​ຍາວ​ນານ” ຕ້ານ​ກຸ່ມ Hamas.

ISRAEL PALESTINIANS CNPK
please wait

No media source currently available

0:00 0:03:37 0:00

ທ່າ​ນ Benjamin ກ່າວ​ວ່າ : “ພວກ​ເຮົາ​ຮູ້​ວ່າ ມີ​ມື້​ທີ່​ຍາກ​ລຳບາກ​ຂວາງໜ້າ ພວກ​
ເຮົາຢູ່ ​ເປັນ​ວັນ​ທີ່​ຫຍຸ້ງຍາກ​ແລະເຈັບ​ປວດ. ພວກ​ເຮົາ​ຕ້ອງອົດທົນ ​ແລະ ມຸ້​ງໝັ້ນ ​
ສູ້​ທົນ​ ຕ້ານອົງການ​ກໍ່​ການ​ຮ້າຍ​ທີ່ຂ້າ​ຄົນ ທີ່​ມີ​ຄວາມ​ມຸ້​ງມາດ​ປາດ​ຖະ ໜາ ຢາກ​
ທຳ​ລາຍ​ເຮົາ.”

ທ່ານ​ກ່າວ​ວ່າ ການ​ປະ​ຕິບັດ​ງານ​ທາງ​ທະຫານ ຈະ​ບໍ່​ສີ້​ນສຸດ​ລົງ ​ຖ້າກຳລັງ​ຂອງ ອິສຣາ​ແອ​ລ
ບໍ່​ໄດ້​ທັບມ້າງ​ທຳລາຍ ລະບົບ​ອຸ​ບໂມງ​ຂອງກຸ່ມ​ຫົວ​ຮຸນ​ແຮງ Hamas ທີ່ໃຊ້​ລັກລອບ​ເຂົ້າ​ໄປ​
ສູ່ ອິສຣາ​ແອ​ລນັ້ນ.

ກອງທັບ​ອິສຣາ​ແອ​ລໄດ້​ປະກາດ ​ໃນ​ວັນອັງຄານ​ມື້ນີ້​ວ່າ ທະຫານ​ຫ້າ​ຄົນ​ໄດ້​ເສຍ​ຊີວິດ ຍ້ອນ​
ພວກນັກລົບຮາ​ມັສ ​ທີ່​ໃຊ້​ນຶ່ງ​ໃນ​ພວກອຸ​ບໂມງ​ເຫລົ່າ​ນັ້ນ ລັກລອບ​ເຂົ້າມາ​ໂຈມ​ຕີ. ທະຫານ
​ອິສຣາ​ແອ​ລ ປະມານ 53 ຄົນ ​ແລະ​ພົນລ​ະ​ເຮືອນສາມ​ຄົນ ​ໄດ້​ເສຍຊີວິດ ນັບ​ແຕ່​ວັນ​ທີ 8
​ເດືອນກໍລະກົດ ​ເປັນ​ຕົ້ນ​ມາ. ​

XS
SM
MD
LG