ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ຕອບໂຕ້ ຕໍ່ “ການຮຸກຮານ ຄັ້ງໃໝ່ ຂອງ ອິສຣາແອລ”


ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຂອງອິສຣາແອລ ຍ່າງຢູ່ໃກ້ໆ ຊາກເຮືອບິນລົບ ແອັຟ 16 ຂອງອິສຣາແອລ ທີ່ບ້ານຮາດັບ. (ວັນທີ 10 ກຸມພາ 2018)
ເຈົ້າໜ້າທີ່ຮັກສາຄວາມສະຫງົບ ຂອງອິສຣາແອລ ຍ່າງຢູ່ໃກ້ໆ ຊາກເຮືອບິນລົບ ແອັຟ 16 ຂອງອິສຣາແອລ ທີ່ບ້ານຮາດັບ. (ວັນທີ 10 ກຸມພາ 2018)

ສື່ມວນຊົນຂອງທາງການຊີເຣຍລາຍງານໃນວັນເສົາມື້ນີ້ວ່າ ຊີເຣຍໄດ້ຕອບໂຕ້ຕໍ່ “ການ
ຮຸກຮານຄັ້ງໃໝ່ຂອງອິສຣາແອລ” ຫຼັງຈາກອິສຣາແອລ ໄດ້ທຳການໂຈມຕີທາງອາກາດ ຢູ່ໃນພາກກາງຂອງປະເທດ.

ທ່ານໂຈແນທັນ ຄອນຣິກັສ ໂຄສົກກຳລັງປ້ອງກັນໂຕ ຂອງອິສຣາແອລ ໄດ້ຂຽນລົງ ໃນ ທວິດເຕີ້ວ່າ ອິສຣາແອລ “ໄດ້ໂຈມຕີເປົ້າໝາຍຕ່າງໆ 12 ແຫ່ງຂອງທະຫານຊີເຣຍແລະ
ອີຣ່ານ ຢູ່ໃນປະເທດຊີເຣຍ ເພື່ອເປັນການຕອບໂຕ້ຕໍ່ການຮຸກຮານຂອງອີຣ່ານ.”

ໂທລະພາບຂອງທາງການຊີເຣຍລາຍງານວ່າ ສຽງລະເບີດສາມາດໄດ້ຍິນໄປເຖິງແຂວງ
ຣີຟ ດາມັສກັສ ໃກ້ໆນະຄອນຫຼວງ.

ອິສຣາແອລ ໄດ້ກ່າວກ່ອນໜ້ານີ້ວ່າ ຕົນໄດ້ຍິງເຮືອບິນບໍ່ມີຄົນຂັບລຳນຶ່ງ ຂອງອີຣ່ານ ທີ່
ບິນຂຶ້ນຈາກຊີເຣຍ ຫລັງຈາກເຮືອບິນລຳດັ່ງກ່າວໄດ້ບິນລ່ວງລ້ຳເຂົ້າໄປໃນດິນແດນອິສ
ຣາແອລ ໃນຕອນແລງວັນສຸກວານນີ້.

ເພື່ອເປັນການຕອບໂຕ້ ທ່ານຄອນຣິກັສກ່າວວ່າ ອິສຣາແອລ ຈຶ່ງໄດ້ແນເປົ້າໝາຍໃສ່ທີ່
ຕັ້ງຂອງທະຫານອີຣ່ານ ໃນຊີເຣຍ. ທ່ານຄອນຣິກັສ ກ່າວຕື່ມວ່າ ອີຣ່ານເປັນ “ຜູ້ຮັບຜິດ
ຊອບ ໃນການລ່ວງລະເມີດຢ່າງຮ້າຍແຮງ ຕໍ່ອະທິປະໄຕ ຂອງ ອິສຣາແອລ.”

ໃນການໂຈມຕີ ໃນວັນເສົາມື້ນີ້ ເຮືອບິນລົບອາຍພົ່ນ ອິສຣາແອລລຳນຶ່ງ ໄດ້ຖືກຍິງຕົກ
ໂດຍຈະຫຼວດຕໍ່ຕ້ານອາກາດສະຍານຂອງກອງທັບຊີເຣຍ.

ກອງກຳລັງປ້ອງກັນໂຕອິສຣາແອລກ່າວວ່າ ພວກນັກບິນສາມາດໂດດອອກຈາກເຮືອ ບິນລຳດັ່ງກ່າວ ໄດ້ຢ່າງປອດໄພ.

ແຕ່ແນວໃດກໍຕາມ ໃນເວລາຕໍ່ມາ ອິສຣາແອລກ່າວວ່າ ນັກບິນຂອງກອງທັບອາກາດ ອິສຣາແອລຄົນນຶ່ງໄດ້ຮັບບາດເຈັບສາມາດ ໃນການປະຕິບັດງານສຸກເສີນຊ່ອຍກູ້ເອົາ
ນັກບິນດັ່ງກ່າວ.

ໂຄສົກຂອງກຳລັງປ້ອງກັນໂຕອິສຣາແອລ ນາຍພົນຈັດຕະວາຣໍເນັນ ມາເນລິສ ກ່າວ
ວ່າ “ອີຣ່ານພວມແກ່ດຶງເອົາຂົງເຂດເຂົ້າໄປສູ່ສະຖານະການທີ່ບໍ່ມີໃຜຮູ້ວ່າຈະສິ້ນສຸດ ລົງແບບໃດ. ພວກກເຮົາໄດ້ກະກຽມເພື່ອຮັບມືກັບເຫດການຕ່າງໆຜູ້ໃດກໍຕາມທີ່ເປັນ ຜູ້ຮັບຜິດຊອບກ່ຽວກັບເຫດການໃນຄັ້ງນີ້ ກໍແມ່ນຜູ້ນັ້ນລະຈະເປັນຜູ້ຊົດໃຊ້ຄວາມເສຍ
ຫາຍນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG