ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ: ຜູ້ຕ້ອງສົງໄສຫົວຮຸນແຮງ ຂອງກຸ່ມອິສລາມຈີຮາດ ຖືກສັງຫານຈາກການໂຈມຕີດ້ວຍໂດຣນ ໃນເມືອງເຈນິນ


ຊາວປາແລັສໄຕນ໌ ແນມເບິ່ງຊາກຫັກເພ ລຸນຫຼັງອິສຣາແອລໂຈມຕີໃສ່ອາຄານທີ່ຢູ່ອາໄສ ແລະວັດມຸສລິມ ໃນເມືອງຣາຟາ, ແຫຼມກາຊາ, ວັນທີ 22 ກຸມພາ 2024.
ຊາວປາແລັສໄຕນ໌ ແນມເບິ່ງຊາກຫັກເພ ລຸນຫຼັງອິສຣາແອລໂຈມຕີໃສ່ອາຄານທີ່ຢູ່ອາໄສ ແລະວັດມຸສລິມ ໃນເມືອງຣາຟາ, ແຫຼມກາຊາ, ວັນທີ 22 ກຸມພາ 2024.

ກອງທັບ​ອິສຣາ​ແອ​ລກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນ​ໄດ້​ທໍາ​ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໃນ​ເມືອງເຈນິນ (Jenin) ທີ່ຕັ້ງຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ຂອງແມ່ນໍ້າຈໍແດນ ຫຼືເຂດເວັສແບັງໃນ​ວັນ​ພະຫັດ​ວານ​ນີ້ ເຊິ່ງ​ໄດ້​ສັງຫານ​ຜູ້​ຕ້ອງ​ສົງ​ໄສ​ຫົວ​ຮຸນ​ແຮງ​ຄົນ​ນຶ່ງ​ຈາກ​ກຸ່ມອິສລາມຈີຮາດ.

ຖະ​ແຫຼງການ​ຂອງ​ກອງທັບ​ກ່າວ​ວ່າ ທ້າວຢາສເຊີ ຮານູນ (Yasser Hanoun) ກໍາລັງ​ເດີນ​ທາງ​ໄປ​ທໍາ​ການ​ໂຈມ​ຕີ​, ເຊິ່ງບໍ່ມີລາຍລະອຽດໃດໆເພີ້ມເຕີມ. ທະ ຫານ​ກ່າວ​ວ່າ ທ້າວ ຮານູນ ມີ​ສ່ວນ​ພົວພັນ​ກັບ​ການ​ຍິງ​ໂຈມ​ຕີ ​ທີ່​ຜ່ານ​ມາ​ໂດຍ​ກຸ່ມອິສລາມຈີຮາດ.

ມີການພົບວ່າ ໃນບໍລິເວນພາກຕາເວັນຕົກຂອງແມ່ນໍ້າຈໍແດນ ​ຕົກຢູ່ໃນສະຖານະການຮຸນ​ແຮງ​ເພີ້ມ​ຂຶ້ນ ​ນັບ​ຕັ້ງແຕ່​ການ​ບຸກ​ໂຈມ​ຕີ​ຂອງ​ກຸ່ມຮາມາສ​ ໃນ​ວັນ​ທີ 7 ຕຸລາ​ຜ່ານ​ມາ.

ອິສຣາແອລກ່າວວ່າ ກໍາລັງມີ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເທື່ອ​ໃໝ່ ເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງກັບກຸ່ມຮາມາສ ສໍາລັບຍຸຕິການສູ້ລົບຊົ່ວຄາວຢູ່ໃນຂົງເຂດກາຊາ ແລະຮັບປະກັນໃຫ້​ມີການປ່ອຍໂຕປະກັນ 100 ຄົນ ທີ່ຍັງຖືກພວກຫົວຮຸນແຮງຄວບຄຸມໂຕຢູ່ນັ້ນ.

ຄວາມ​ພະ​ຍາ​ຍາມ​ເຫຼົ່າ​ນັ້ນ ​ລວມ​ເຖິງ​ການ​ສົ່ງບັນດາ​ຜູ້​ເຈ​ລະ​ຈາ​ ເຂົ້າໄປຫາລືເພື່ອ​ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ນະຄອນຫຼວງປາ​ຣີໃນວັນສຸກທີ່ຜ່ານມາ, ອີງຕາມລາຍງານຂອງອົງການຂ່າວ​ອິ​ສ​ຣາ​ແອລ​. ຫົວ​ໜ້າ​ອົງການ​ສືບ​ລັບໂມຊາດ (Mossad) ຂອງ​ອິ​ສ​ຣາ​ແອລ ຈະ​ເປັນຜູ້ນຳ​ພາ​ກຸ່ມ​ດັ່ງ​ກ່າວນີ້.

ໃນກ່ອນ​ໜ້າ​ນັ້ນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງອິ​ສ​ຣາ​ແອລ ທ່ານໂຢອາບ ກາລລັນ (Yoav Gallant) ກ່າວ​ຕໍ່ນັກການ​ທູດສະຫະລັດປະຈໍາພາກ​ຕາ​ເວັນ​ອອກ​ກາງ​ ທ່ານເບຣດທ໌ ​ແມັກເກີກ (Brett McGurk) ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ລັດ​ຖະ​ບານ “ຈະ​ຂະ​ຫຍາຍອຳ​ນາດ​ທີ່​ມອບ​ໃຫ້​ແກ່​ບັນ​ດາ​ນັກ​ເຈ​ລະ​ຈາ ສໍາລັບໂຕປະກັນ​ຂອງ​ພວກ​ເຮົາ.”

ເດັກຍິງຊາວປາແລັສໄຕນ໌ ກິນເຂົ້າຈີ່ປ່ຽງນຶ່ງ ໃນຂະນະທີ່ຄົນອື່ນໆກວດເບິ່ງຊາກຫັກເພ ໃນວັນທີ 22 ກຸມພາ 2024, ລຸນຫຼັງການໂຈມຕີທາງອາກາດຂອງອິສຣາແອລ ໃສ່ສູນລີ້ໄພໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ.
ເດັກຍິງຊາວປາແລັສໄຕນ໌ ກິນເຂົ້າຈີ່ປ່ຽງນຶ່ງ ໃນຂະນະທີ່ຄົນອື່ນໆກວດເບິ່ງຊາກຫັກເພ ໃນວັນທີ 22 ກຸມພາ 2024, ລຸນຫຼັງການໂຈມຕີທາງອາກາດຂອງອິສຣາແອລ ໃສ່ສູນລີ້ໄພໃນເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງແຫຼມກາຊາ.

ຄຳ​ເຫັນ​ຂອງ​ທ່ານ​ມີ​ຂຶ້ນລຸນ​ຫຼັງ​ ​ທ່ານເບັນນີ ກັນສ໌ (Benny Gantz), ຜູ້ທີ່​ປະຕິບັດໜ້າທີ່ເປັນ​ຄະນະ​ລັດຖະມົນຕີ​ສົງຄາມ​ຂອງອິສຣາ​ແອລກັບ​ທ່ານ ກາລລັນ ​ແລະ ນາຍົກລັດຖະມົນຕີ ທ່ານເບັນຈາມິນ ເນຕັນຢາຮູ ກ່າວ​ໃນ​ຕອນ​ແລງ​ວັນ​ພຸດ​ແລ້ວນີ້​ວ່າ ​ກໍາລັງດໍາເນີນຄວາມພະຍາຍາມໃໝ່ເພື່ອໃຫ້​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ. ນີ້​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ພະຍາຍາມ​ໃໝ່​ຄັ້ງ​ທຳ​ອິດ ​ຂອງ​ອິສ ຣາ​ແອລ ນັບ​ຕັ້ງ​ແຕ່​ການ​ເຈລະຈາ​ຢູ່​ນະຄອນຫຼວງໄຄໂຣ ລະຫວ່າງ​ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ, ສະຫະລັດ, ອີ​ຈິບ ​ແລະ ກາ​ຕ້າ​ ໄດ້​ຕົກຢູ່ສະພາບທີ່ບໍ່ໄປບໍ່ມາ​ເມື່ອ​ນຶ່ງ​ອາທິດ​ທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG