ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳຫຼວດອິສຣາແອລ ຈັບຜູ້ຕ້ອງສົງໄສ ໃນການຕາຍຂອງ ເດັກໄວລຸ່ນອາຫຣັບ (ວີດີໂອ)


ພວກປາແລສໄຕນ໌ ສຳຫຼວດເບິ່ງບ່ອນ ທີ່ຕຳຫຼວດກ່າວວ່າ ເປັນບ່ອນທີ່ການໂຈມຕີທາງອາກາດຂອງອິສຣາແອລ ເກີດຂຶ້ນ ໃນເມືອງ Khan Younis ໃນພາກໃຕ້ຂອງແຫຼມກາຊາ, ວັນທີ 6
ກໍລະກົດ 2014.
ພວກປາແລສໄຕນ໌ ສຳຫຼວດເບິ່ງບ່ອນ ທີ່ຕຳຫຼວດກ່າວວ່າ ເປັນບ່ອນທີ່ການໂຈມຕີທາງອາກາດຂອງອິສຣາແອລ ເກີດຂຶ້ນ ໃນເມືອງ Khan Younis ໃນພາກໃຕ້ຂອງແຫຼມກາຊາ, ວັນທີ 6 ກໍລະກົດ 2014.

ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ທຳການ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ອາ
ທິດ​ມື້ນີ້ ​ໃສ່ 10 ສະຖານ​ທີ່​ ໃນເຂດກາຊາ. ການປະຕິບັດ​ງານໃນ
ເຊົ້າ​ມື້​ນີ້ ໄດ້ແນ​ເປົ້າໝາຍ​ໃສ່​ບ່ອນ​ທີ່​ກອງທັບ​ອິສຣາ​ແອ​ລກ່າວວ່າ
ພວກ​ປາ​ແລ​ສ​ໄຕ​ນ໌​ໄດ້​ຍິງລູກ​ຈະຫຼວດອອກ​ມາໃສ່​ອິສຣາ​ແອ​ລນັ້ນ.

ການ​ປະ​ທະ​ກັນ​ຫຼາຍ​ບັ້ນ ລະຫວ່າງ​ຕຳຫຼວດ​ອິສຣາ​ແອ​ລ ​ແລະ​
ພວກ​ປະ​ທ້ວງ​ປາ​ແລ​ສ​ໄຕ​ນ໌ ​ໄດ້​ດຳ​ເນີນ​ມາ​ຫຼາຍ​ມື້​ແລ້ວ ​ໃນເຂດ
​ກ້ຳຕາ​ເວັນ​ອອກຂອງນະຄອນ Jerusalem ​ແລະໃນຫົວ​ເມືອງ​
ອື່ນໆ.

ຄວາມ​ເຄັ່ງ​ຕຶງ​ໄດ້​ຢູ່ໃນ​ລະດັບ​ສູງ ​ມາຕັ້ງແຕ່​ພວກ​ໄວ​ລຸ່ນອິສຣາ​ແອ​ລ 3 ຄົນ​ຖືກ​ລັກພາໂຕ
​ໄປ​ ຈາກ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫຼື WestBank ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ​ນີ້ ​
ແລະ​ໄດ້ມີ​ການ​ພົບ​ເຫັນ​ສົບ​ພວກ​ເຂົາ​ເຈົ້າໃນ​ເວລາ​ຕໍ່​ມາ. ​ອິສຣາ​ແອ​ລຖິ້ມ​ໂທດ​ໃສ່​ກຸ່ມ
​ຮາ​ມັສຫົວ​ຮຸນ​ແຮງ ວ່າ​ເປັນ​ຜູ້ລັກພາ​ໂຕ ​ແລະ​ທຳ​ການ​ຄາດ​ຕະກຳ​ພວກໄວ​ລຸ່ນ​ເຫຼົ່າ​ນີ້.

​ໄອ​ຍະ​ການ​ສູງ​ສຸດ​ຂອງ​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ການ​ພິສູດ​ສົບ​ຂອງ​ເດັກ​ໄວ​ລຸ່ນອາຫຣັບ
ຄົນ​ນຶ່ງ ທີ່​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ທີ່​ສົງ​ໄສ​ວ່າ ​ເປັນ​ການ​ແກ້​ແຄ້ນ​ ສະ​ແດງ​ໃຫ້​ເຫັນວ່າ ​
ເດັກ​ຄົນ​ນີ້​ຖືກ​ໄຟ​ໄໝ້​ຕາຍ.

​ໄດ້​ມີ​ການ​ພົບ​ເຫັນສົບທ້າວ Mohammed Abu Khudair ​ທີ່​ຖືກ​ໄຟໄໝ້ ຢູ່​ໃນ​ປ່າ​ແຫ່ງ​ນຶ່ງ
​ໃນ​ນະຄອນ Jerusalem ​ໃນ​ວັນ​ພຸດ​ຜ່ານ​ມາ ປະມານ​ນຶ່ງ​ຊົ່ວໂມງ ຫຼັງ​ຈາກ​ຜູ້ກ່ຽວຖືກ​ພວກ​ລັກພາ​ໂຕ ບັງຄັບ​ໃຫ້​ຂຶ້ນ​ລົດຄັນ​ນຶ່ງ​ໄປ.

ຕຳຫຼວດ​ອິສຣາ​ແອ​ລ ​ໄດ້​ຈັບ​ກຸມ​ພວກ​ຜູ້​ຕ້ອງ​ສົງ​ໄສ​ຈຳນວນ​ນຶ່ງ​ ໃນ​ວັນ​ອາທິດ​ມື້ນີ້ ທີ່​ພົວພັນ​ກັບ​ການ​ສັງຫານ​ທ້າວ Khudair ນັ້ນ.

israelpalestinians6july14
please wait

No media source currently available

0:00 0:02:47 0:00

XS
SM
MD
LG