ກອງທັບຂອງອິສຣາແອລ ໄດ້ກ່າວວ່າ ອົງກອນໃນຊີເຣຍ ໄດ້ຍິງເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ລຳນຶ່ງຖືກໂຮງຮຽນແຫ່ງນຶ່ງ ໃນເມືອງ ໄອລັດ ທາງພາກໃຕ້ຂອງອິສຣາແອລ ໃນວັນພະຫັດວານນີ້ ແລະວ່າ ຕົນໄດ້ຍິງໂຈມຕີຕອບໂຕ້ຕໍ່ກຸ່ມດັ່ງກ່າວ.
ກອງທັນບໍ່ໄດ້ກ່າວວ່າ ອົງກອນນັ້ນແມ່ນຫຍັງ ຢູ່ໃນຊີເຣຍ ທີ່ໄດ້ຍິງໂດຣນ ໄປໃນທິດທາງເມືອງໄອລັດ ຢູ່ທະເລແດງ ທີ່ມີໄລຍະໄກປະມານ 400 ກິໂລແມັດ ຈາກຈຸດໃກ້ສຸດໃນເຂດແດນຂອງຊີເຣຍ.
ແຕ່ຕົນໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ ຕົນຈະເອົາ ລັດຖະບານຂອງຊີເຣຍ ມາຮັບຜິດຊອບຢ່າງຄົບຖ້ວນ “ສຳລັບກິດຈະການການກໍ່ການຮ້າຍທີ່ອອກມາຈາກດິນແດນຂອງຕົນ.” ບໍ່ມີລາຍງານໃດໆຂອງການບາດເຈັບ ຈາກການໂຈມຕີດ້ວຍໂດຣນ ເຊິ່ງເຮັດໃຫ້ເກີດຄວາມເສຍຫາພຽງເລັກນ້ອຍ.
ເຫດການຂອງໂດຣນດັ່ງກ່າວ ເພີ້ມຕໍ່ການໂຈມຕີເປັນໄລຍະ ຈາກຂົງເຂດດັ່ງກ່າວ ນັບຕັ້ງແຕ່ເກີດແຜ່ຂະຫຍາຍໃນການສູ້ລົບຂອງອິສຣາແອລ ກັບກູ່ມຫົວຮຸນແຮງຮາມາສ ໃນວັນ 7 ຕຸລາ ເປັນຕົ້ນມາ.
ສ່ວນການເຄືອນໄຫວຂອງກຸ່ມຮູຕີຂອງເຢເມັນ ທີ່ເປັນຝ່າຍດຽວກັບອີຣ່ານ ໄດ້ຍິງລູກສອນໄຟຊ້ຳແລ້ວຊ້ຳອີກ ແລະໂຈມຕີດ້ວຍໂດຣນ ຕໍ່ອິສຣາແອລ ນັບຕັ້ງແຕ່ວັນທີ 7 ຕຸລາ ຊຶ່ງທັງໝົດຂອງສິ່ງທັງຫຼາຍນັ້ນ ໄດ້ຖືກຍິງຕົກ ຫຼືບໍ່ກໍຕົກລົງເອງບໍ່ດົນ.