ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາແອລຍິງ ເຮືອບິນບໍ່ມີຄົນຂັບ ຕົກ ທີ່ບິນມາຈາກ ເຂດກາຊາ (ວີດີໂອ)


ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ຍິງ​ຍົນ​ບໍ່​ມີ​ຄົນ​ຂັບ​ລຳ​ນຶ່ງ​ຕົກ
ທີ່​ບິນ​ເຂົ້າ​ມາ​ໃນ​ອິສຣາ​ແອ​ລ ຈາກ​ເຂດ​ກາຊາ.

​ໂຄສົກ​ກອງທັບ​ອິສຣາ​ແອ​ລ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ຍົນບໍ່​ມີ​ຄົນ​ຂັບ
​ຫລື ຍົນ​ໂດຣນລຳ​ນີ້​ ໄດ້​ບິນ​ເຂົ້າ​ມາເໜືອເຂດ Ashdod ຊຶ່ງ​ຕັ້ງ​ຢູ່​
ລະຫວ່າງ​ກາງ​ເຂດ​ກາຊາ​ ກັບ​ນະຄອນ Tel Aviv ​ເວລາ​ກຳລັງ​
ຂອງ​ອິສຣາ​ແອ​ລຍິງ​ເຮືອບິນ​ລຳ​ນີ້​ຕົກ​ ດ້ວຍ​ລູກ​ສອນ​ໄຟ Patriot.

ກອງທັບ​ອິສຣາ​ແອ​ລ ຍັງ​ກ່າວ​ຕື່ມ​ວ່າ ພວກ​ຫົວ​ຮຸນ​ແຮງ​ຮາ​ມັສ ​ໄດ້
​ຍິງຈະ​ຫຼວດຫຼາຍ​ລູກ​ໃນ​ວັນ​ຈັນ​ມື້​ນີ້ ມາຈາກ​ເຂດ​ກາຊາ ​ໃນ​ຂະນະ​
ດຽວ​ກັນ ຝູງເຮືອບິນ​ລົບ​ຂອງ​ອິສຣາ​ແອ​ລ ກໍ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ
​ຫຼາຍ​ສິບ​ແຫ່ງ​ໃນ​ຄືນ​ຜ່ານ​ມາ ໃນການສືບຕໍ່ການບຸກໂຈມຕີຂອງຕົນ ທີ່​ມີ​ມາ​ໄດ້​ເກືອບ​ນຶ່ງ​ສັບປະດາ​ເຕັມ ​ເພື່ອ​ຢຸດ​ການ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ ຂອງ​ກຸ່ມ​ຮາ​ມັສນັ້ນ.

israelpalestinians14july14
please wait

No media source currently available

0:00 0:03:20 0:00


​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ​ພັນ​ກີ​ມູນ ​ໄດ້​ສະ​ແດງ​ຄວາມ​ຕົກ​ໃຈ​ນຳ​ການກໍ່​
ຄວາມ​ຮຸນ​ແຮງ​ຂຶ້ນ​ນີ້ ​ແລະ​ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ເອົາ​ບາດກ້າວໃນ​ທັນທີ ​ເພື່ອ​ຍຸ​ດຕິ
ການ​ສູ້​ລົບ​ກັນ​.

ທ່ານ​ພັນ​ກີ​ມູນ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ໃນ​ແລງ​ວັນ​ອາທິດ​ວານ​ນີ້ ວ່າ ການ​ຍິງ​
ຈະ​ຫຼວດຂອງ​ກຸ່ມ​ຮາ​ມັສ ເປັນ​ການ​ກະທຳ​ຜິດ​ຕໍ່​ກົດໝາຍ​ສາກົນ ​ໃນ​ຂະນະ​ດຽວ​ກັນ “ກໍ​ມີປະຊາຊົນ​ປາ​ແລ​ສ​ໄຕ​ນ໌ຫຼາຍ​ຄົນໂພດ​ແລ້ວ ​ທີ່ໄດ້​ເສຍ​ຊີວິດ​ໄປ” ຍ້ອນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອລ.

ບັນດາ ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ປະຊາຊົນ​ຫຼາຍ​ກວ່າ 160 ຄົນ​ໄດ້​ເສຍ​ຊີວິດ​ໄປ ຮວມທັງ​ພວກ​ຫົວ​ຮຸນ​ແຮງ ນັບ​ແຕ່​ອິສຣາ​ແອ​ລ​ໄດ້​ເປີດ​ສາກ​ທຳ​ການ​ບຸກ​ໂຈມ​ຕີ​ຂອງ​ຕົນ
​ໃນ​ວັນ​ອັງຄານ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ຊຶ່ງ​ກ່າວ​ກັນ​ວ່າ ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ​ ສ່ວນ​ຫຼາຍ
​ແມ່ນ​ພົນລະ​ເຮືອນ.

Gaza Fighting Takes Civilian Toll
please wait

No media source currently available

0:00 0:02:23 0:00

XS
SM
MD
LG