ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດ ນາຍົກ ອິສຣາແອລ ທ່ານ Sharon ພວມໂຊໜັກ (ສະໄລດ໌/ວີດີໂອ)


ອະດິດນາຍົກລັດຖະມົນຕີອິສຣາແອລ ທ່ານ Ariel Sharon.
ອະດິດນາຍົກລັດຖະມົນຕີອິສຣາແອລ ທ່ານ Ariel Sharon.
ສຸຂະພາບຂອງອະດີດນາຍົກລັດຖະມົນຕີອິສຣາແອລທ່ານ Ariel
Sharon ໄດ້ຊຸດໂຊມລົງຕື່ມ ໂດຍທີ່ໃນເວລານີ້ ເຈົ້າໜ້າທີ່ໂຮງພະ
ຍາບານເວົ້າວ່າ ສຸຂະພາບຂອງທ່ານພວມຄ່ອຍໆຊຸດໂຊມລົງຢ່າງ
ຕໍ່ເນື່ອງ.

ທ່ານ Zeev Rotstein ຜູ້ອຳນວຍການຂອງໂຮງພະຍາບານ Tel
Hashomer ກ່າວໃນວັນສຸກ ມື້ນີ້ວ່າ ໝາກໄຂ່ຫຼັງ ແລະອະໄວຍະ
ວະທີ່ສຳຄັນອື່ນໆຂອງທ່ານ Sharon ເວລານີ້ບໍ່ໄດ້ເຮັດວຽກຢ່າງ
ເປັນປົກກະຕິແລ້ວ.

ໂຮງພະຍາບານ ກ່າວໃນວັນພະຫັດ ວານນີ້ວ່າ ອະດີດຜູ້ນຳອາຍຸ
85 ປີຂອງອິສຣາແອລ ແມ່ນພວມຢູ່ໃນຂັ້ນອັນຕະລາຍ. ທ່ານໄດ້ຕົກຢູ່ໃນສະພາບໝົດສະຕິ ຫຼືໂຄມາ ນັບຕັ້ງແຕ່ໄດ້ເປັນລົມສາລະບາດເມື່ອປີ 2006 ຂະນະທີ່ທ່ານມີອຳນາດສູງສຸດທາງ ດ້ານການເມືອງຢູ່ນັ້ນ.

Sharon
please wait
Embed

No media source currently available

0:00 0:01:05 0:00


ທ່ານ Sharon ເປັນນຶ່ງໃນບັນດາບຸກຄົນສຳຄັນສຸດ ແລະຕົກເປັນຂ່າວນອງນັນ ຂອງອິສຣາ
ແອລ. ໃນກາງປີ 2005 ທ່ານໄດ້ສັ່ງໃຫ້ຖອນທະຫານອິສຣາແອລແລະພວກຕັ້ງຖິ່ນຖານຕາມ
ລຳພັງ ອອກຈາກເຂດກາຊາ ເຮັດໃຫ້ການຢຶດຄອງທາງທະຫານ ເປັນເວລາ 38 ປີຕໍ່ເຂດດັ່ງ ກ່າວສິ້ນສຸດລົງ.

ການເຄື່ອນທີ່ວ່ານີ້ ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ຫລາຍໆຄົນ ກ່ຽວກັບການປ່ຽນແປງຂອງ ທ່ານ Sharon ຊຶ່ງເປັນບຸກຄົນທີ່ມີບົດບາດສຳຄັນ ໃນການນຳພາ ການຕັ້ງຖິ່ນຖານໃໝ່ຂອງ ຊາວຢິວ ຢູ່ໃນດິນແດນທີ່ຢຶດໄດ້ ຈາກຝ່າຍປາແລສໄຕນ໌.

XS
SM
MD
LG