ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ກັບ ເຊເນກາລ ຟື້ນຟູ ສາຍພົວພັນ ການທູດ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ຖະແຫຼງຢູ່ຕໍ່ໜ້າສະຖານທີ່ກໍ່ສ້າງໃໝ່, ໃນຖິ່ນຖານຂອງຊາວ ຢິວ ທີ່ຮູ້ຈັກໃນ ອິສຣາແອລ ວ່າ Har Homa ແລະ Jabal Abu Ghneim ໃນ ປາແລັສໄຕນ, 16 ມີນາ, 2015.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ຖະແຫຼງຢູ່ຕໍ່ໜ້າສະຖານທີ່ກໍ່ສ້າງໃໝ່, ໃນຖິ່ນຖານຂອງຊາວ ຢິວ ທີ່ຮູ້ຈັກໃນ ອິສຣາແອລ ວ່າ Har Homa ແລະ Jabal Abu Ghneim ໃນ ປາແລັສໄຕນ, 16 ມີນາ, 2015.

ປະເທດ ອິສຣາແອລ ກັບ ເຊເນກາລ ໄດ້ແກ້ໄຂສາຍພົວພັນທາງການທູດ ທີ່ໄດ້ແຕກຫັກ ຫຼັງຈາກປະເທດໃນພາກຕາເວັນຕົກຂອງ ອາຟຣິກາ ໄດ້ຮ່ວມສະໜັບສະໜູນມະຕິສະ
ພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນເດືອນທັນວາປີກາຍນີ້ ກ່າວປະນາມ
ການສ້າງຖິ່ນຖານ ໃໝ່ຂອງຊາວ ຢິວ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໄດ້ພົບປະກັບປະທາ
ນາທິບໍດີ ເຊເນການ ທ່ານ Macky Sall ໃນປະເທດ Liberia ນອກກອງປະຊຸມສຸດ
ຍອດປະຊາຄົມເສດຖະກິດຂອງບັນດາປະເທດອາຟຣິກາຕາເວັນຕົກ.

ອິສຣາແອລ ໄດ້ປະກາດວ່າ ເອກອັກຄະລັດຖະທູດຂອງພວກເຂົາເຈົ້າຈະກັບຄືນໄປປະ
ເທດ ເຊເນກາລ, ເຊິ່ງໃນການສະໜອງຕອບ, ຈະສະໜັບສະໜູນການສະເໜີຊື່ຂອງ
ອິສຣາແອລ ໃຫ້ມີຖານະເປັນຜູ້ສັງເກດການໃນສະຫະພາບ ອາຟຣິກາ.

ປະເທດ ເຊເນກາລ, ນິວຊີແລນ, ມາເລເຊຍ ແລະ ເວເນຊູເອລາ ໄດ້ສະໜັບສະໜູນມະ
ຕິຂອງສະພາຄວາມໝັ້ນຄົງ ໃນເດືອນທັນວາທີ່ຜ່ານມາ ຮຽກຮ້ອງໃຫ້ ອິສຣາແອລ ຢຸດ
ການກໍ່ສ້າງຖິ່ນຖານໃໝ່ ໃນເຂດແດນທີ່ຖືກຄອບຄອງມາ, ທີ່ຊາວ ປາແລສໄຕນ ຫວັງ
ວ່າຈະເຮັດໃຫ້ເປັນສ່ວນໜຶ່ງຂອງລັດເອກະລາດໃນທີ່ສຸດ.

ທ່ານ Netanyahu ໄດ້ເອີ້ນບັນດາທູດປະຈຳປະເທດ ເຊເນກາລ ແລະ ນິວຊີແລນ ກັບ
ຄືນປະເທດ. ປັດຈຸບັນນີ້ ອິສຣາແອລ ບໍ່ມີສາຍພົວພັນທາງການທູດກັບ ມາເລເຊຍ ແລະ ເວເນຊູເອລາ.

ຮ່າງຍັດຕິໄດ້ຖືກຮອງຮັບໃນສະພາຄວາມໝັ້ນຄົງທີ່ມີສະມາຊິກ 15 ປະເທດ ຍ້ອນວ່າ
ສະຫະລັດ ພາຍໃຕ້ລັດຖະບານຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ, ໄດ້ຕັດ
ຂາດການປະຕິບັດທີ່ມີມາຍາວນານ ກ່ຽວກັບ ການປົກປ້ອງ ອິສຣາແອລ ໃນທາງການ
ທູດ ແລະ ບໍ່ໄດ້ໃຊ້ອຳນາດໃນການຍັບຢັ້ງຂອງພວກເຂົາເຈົ້າ, ແຕ່ໃນທາງກົງກັນຂ້າມ
ແມ່ນບໍ່ໄດ້ອອກສຽງ.

ນອກນັ້ນການລົງຄະແນນສຽງນີ້ ໄດ້ເຮັດໃຫ້ສາຍພົວພັນຂອງ ອິສຣາແອລ ກັບ ວໍຊິງຕັນ ມີຄວາມຂົມຂື່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG