ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, 19 ສິງຫາ 2026

ອິສຣາແອລ ສົ່ງທະຫານ ເຂົ້າໄປໃນເຂດກາຊາ ເພີ່ມຂຶ້ນອີກ (ວີດີໂອ/ສະໄລດ໌)

ຊາວປາແລສໄຕນ໌ ແລ່ນຫາບ່ອນລີ້ ຫຼັງຈາກການໂຈມຕີທາງອາ
ກາດຂອງອິສຣາແອລ ໃສ່ຄຸ້ມShijaiyah ຂອງເມືອງ Gaza City,  ວັນທີ 20 ກໍລະກົດ  2014.
ຊາວປາແລສໄຕນ໌ ແລ່ນຫາບ່ອນລີ້ ຫຼັງຈາກການໂຈມຕີທາງອາ ກາດຂອງອິສຣາແອລ ໃສ່ຄຸ້ມShijaiyah ຂອງເມືອງ Gaza City, ວັນທີ 20 ກໍລະກົດ 2014.

ອິສຣາ​ແອ​ລ ​ໄດ້​ເພີ່ມ​ທະວີການ​ບຸກ​ໂຈມ​ຕີ​ທາງ​ພາກ​ພື້ນ​ດິນ​ຂອງ
​ຕົນ​ຕໍ່​ເຂດ​ກາຊາ​ທີ່​ຖືກ​ປິດ​ລ້ອມ ບ່ອນ​ທີ່​ພວກ​ປາ​ແລ​ສ​ໄຕ​ນ໌ຖືກ​
ສັງຫານ​ເພີ່ມ​ຂຶ້ນ​ໃນ​ວັນອາທິດ​ມື້​ນີ້ ​ໃນ​ຂະນະ​ທີ່​ປະຊາຊົນ​ຫຼາຍ
​ພັນ​ຄົນ​ພາກັນ​ຫຼົບໜີ​ຈາກເຂດຕ່າງໆ ​ທີ່​ຖືກ​ໂຈມ​ຕີຢ່າງ​ໜັກ​ທີ່​
ສຸດ​ນັ້ນ.

ກອງທັບ​ອິສຣາ​ແອ​ລ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຕົນ​ໄດ້​ສົ່ງ​
ທະຫານ​ເພີ່ມອີກ ​ເຂົ້າ​ໄປ​ຍັງ​ດິນ​ແດນ​ຂອງ​ພວກ​ປາ​ແລ​ສ​ໄຕ​ນ໌.

ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ຂອງ​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ
ຈຳນວນຜູ້​ເສຍ​ຊີວິດ​ໃນ​ການບຸກ​ໂຈມ​ຕີ​ຂອງອິສຣາ​ແອ​ລ ມາ​ໄດ້​ເກືອບ 2 ສັບປະດາ ​ໄດ້​ເພີ່ມ​ຂຶ້ນ​ເປັນ 400 ຄົນ​ແລ້ວ ສ່ວນ​ຫຼາຍ​ແມ່ນ​ພວກ​ພົນລະ​ເຮືອນ ຊຶ່ງ​ຢ່າງ​ນ້ອຍ 40 ຄົນ
​ໄດ້​ເສຍ​ຊີວິດ​ໄປ​ໃນ​ວັນ​ອາທິດ​ມື້​ນີ້. ​ແຕ່​ຈຳນວນ​ດັ່ງກ່າວ ​ຍັງ​ບໍ່​ທັນ​ໄດ້​ຮັບການ​ຢືນຢັນ​ເທື່ອ.

ອິສຣາ​ແອ​ລ ກ່າວ​ວ່າ ພົນລະ​ເຮືອນ 2 ຄົນ​ແລະ​ທະຫານ 5 ຄົນ ​ໄດ້​ເສຍ​ຊີວິດ​ໄປ ນັບ​
ແຕ່​ຄວາມ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 8 ກໍລະກົດ ນີ້.

ໃນ​ວັນ​ອາທິດ​ມື້​ນີ້ ທັງ​ສອງ​ຝ່າຍ ​ໄດ້​ຕົກລົງ​ກັນ​ ​ຢຸດ​ຍິງ​ກັນ​ເປັນ​ເວລາ 2 ຊົ່ວ​ໂມງ​ ເພື່ອ​
ມະນຸດສະທຳ ​ໃນ​ເຂດ​ນຶ່ງ​ທີ່​ຖືກ​ໂຈມ​ຕີ​ໜັກ​ໃນເຂດ​ກາ​ຊາ​ນັ້ນ.

ການ​ຢຸດ​ຍິງ​ດັ່ງກ່າວ ​ທີ່ຮ້ອງ​ຂໍ​ໄປໂດຍ​ຄະນະ​ກຳມະການ​ສະພາກາ​ແດງ​ສາກົນ ຈະ​ດຳ​ເນີ​ນ
ໄປ ໃນ​ຄຸ້ມ Shijaiyah ຮອດ​ເວລາ 12 ໂມງ 30 ຕາມ​ເວລາ​ສາກົນ ກໍ​ຄື 7 ​ໂມງ​ເຄິ່ງຕອນ​ແລງ ຢູ່​ປະ​ເທດ​ລາວ.

ອິສຣາແອລ ບຸກ ເຂດກາຊາ

A Palestinian man inspects a house which police said was damaged in Israeli shelling that killed two boys and a man from  the Nutaiz family, in Gaza City, July 18, 2014.
1/10 A Palestinian man inspects a house which police said was damaged in Israeli shelling that killed two boys and a man from  the Nutaiz family, in Gaza City, July 18, 2014.
Patients are treated in Shifa hospital in Gaza City, July 18, 2014.
2/10 Patients are treated in Shifa hospital in Gaza City, July 18, 2014.
People gather around the bodies of three Palestinian teenage siblings from the Abu Musalam family, who medics said were shelled by an Israeli tank inside their house, during their funeral at a mosque in Beit Lahiya, in the northern Gaza Strip, July 18, 2014.
3/10 People gather around the bodies of three Palestinian teenage siblings from the Abu Musalam family, who medics said were shelled by an Israeli tank inside their house, during their funeral at a mosque in Beit Lahiya, in the northern Gaza Strip, July 18, 2014.
Smokes rises following what witnesses said was an Israeli air strike in Gaza City, July 18, 2014.
4/10 Smokes rises following what witnesses said was an Israeli air strike in Gaza City, July 18, 2014.
A Palestinian boy, who fled his house with his family following an Israeli ground offensive, sleeps as he stays at a United Nations-run school in Rafah, in the southern Gaza Strip, July 18, 2014.
5/10 A Palestinian boy, who fled his house with his family following an Israeli ground offensive, sleeps as he stays at a United Nations-run school in Rafah, in the southern Gaza Strip, July 18, 2014.
Israeli soldiers walk towards a staging area outside the Gaza Strip, July 18, 2014.
6/10 Israeli soldiers walk towards a staging area outside the Gaza Strip, July 18, 2014.
An Israeli mobile artillery unit fires towards the Gaza Strip, July 18, 2014.
7/10 An Israeli mobile artillery unit fires towards the Gaza Strip, July 18, 2014.
Smoke rises after an Israeli strike over southern Gaza, July 18, 2014.
8/10 Smoke rises after an Israeli strike over southern Gaza, July 18, 2014.
Israeli soldiers atop a tank outside the Gaza Strip, July 18, 2014.
9/10 Israeli soldiers atop a tank outside the Gaza Strip, July 18, 2014.
An Israeli rocket is fired into the northern Gaza Strip, July 17, 2014.
10/10 An Israeli rocket is fired into the northern Gaza Strip, July 17, 2014.
Previous slide
Next slide


ພວກ​ປາ​ແລ​ສ​ໄຕ​ນ໌ກຸ່ມ​ໃຫຍ່ໆ​ຫຼາຍກຸ່ມ ​ໄດ້​ພາກັນ​ໜີ​ຈາກ​ພາກເໜືອ​ຂອງ​ເຂດ​ກາຊາ​ທີ່​ຖືກ​ໂຈມ​ຕີ​ໜັກ​ໃນ​ວັນ​ອາທິດ​ມື້​ນີ້ ຫຼັງ​ຈາກ​ຖືກ​ປືນ​ໃຫຍ່​ຂອງ​ອິສຣາ​ແອ​ລລະດົມ​ຍິງ​ໃສ່ ຢ່າງ​ໜັກ​ ໃນ​ຄືນ​ຜ່ານ​ມາ​ນີ້.

ຄາດ​ກັນ​ວ່າ ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຈະ​ເດີນທາງ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ຍຸດຕິ​ຄວາມ​ຮຸນ​ແຮງ ລະຫວ່າງ​ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌ນັ້ນ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ ທ່ານ​ພັນ​ກີ​ມູນ ຈະ​ຢຸດ​ແວ່​ທຳ​ອິດ​ທີ່ Doha ​ແລະ​ຫຼັງ​ຈາກ​ນັ້ນ​ຈະ​ເດີນທາງ​ໄປ​ຢ້ຽມຢາມ Kuwait City, Cairo, Jerusalem, Ramallah ​ແລະ​ Amman.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ເດີນທາງ​ຂອງ​ທ່ານ​ພັນ​ກີ​ມູນ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ທ່ານ ​ເພື່ອ​ຊຸກຍູ້​ໃຫ້​ມີການ​ຢຸດ​ຍິງ​ທີ່​ໝັ້ນຄົງ ລະຫວ່າງ​ອິສຣາ​ແອ​ລ ​ແລະ​ພວກ​ຫົວ​ຮຸນ​ແຮງ​ ​ຮາ​ມັສ.

Casualties Mount as Israel Presses Ground Campaign in Gaza
please wait

No media source currently available

0:00 0:02:19 0:00


ອົງການ​ຂ່າວ Reuters ລາຍ​ງານ​ວ່າ ທ່ານ​ພັນ​ກີ​ມູນ ຈະ​ພົບ​ປະ​ກັບ​ປະທານາທິບໍດີ Mah
moud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ​ໃນ​ວັນ​ອາທິດ​ມື້​ນີ້ ຢູ່ Qatar ບ່ອນ​ທີ່​ທ່ານ Abbas
ມີ​ໝາຍ​ກຳນົດ​ທີ່​ຈະ​ພົບປະ​ກັບ​ທ່ານ Khaled Meshaal ຜູ້ນຳ​ກຸ່ມ​ຮາ​ມັສ ​ເພື່ອ​ໂອ້​ລົມ​
ສົນທະນາ​ກັນ​ເລື້ອງ​ການ​ຢຸດ​ຍິງ ທີ່​ອີ​ຈິບ​ສະ​ເໜີ​ຂຶ້ນ​ນັ້ນ.

ອິສຣາ​ແອ​ລ ​ໄດ້​ເປີດ​ສາກ​ທຳ​ການ​ບຸກ​ໂຈມ​ຕີ​ທາງ​ພາກ​ພື້ນ​ດິນ ​ເຂົ້າ​ໄປ​ໃນ​ເຂດ​ກາຊາ​ທີ່ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ກຸ່ມ​ຮາ​ມັສ ​ໃນ​ແລງ​ວັນ​ພະຫັດແລ້ວ​ນີ້ ຫຼັງ​ຈາກ​ການ​ເຕືອນ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ແລະ​ການ​ໂຈມ​ຕີ​ທາງ​ອາກາດ ບໍ່​ໄດ້ເຮັດ​ໃຫ້​ກຸ່ມ​ຮາ​ມັສ ຢຸດເຊົາ​ຍິງຈະ​ຫຼວດ​ມາໃສ່​ຫົວ ​ເມືອງ​ຕ່າງໆ​ຂອງ​ອິສຣາ​ແອ​ລ.

ກອງທັບອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ປະມານ 200 ​ແຫ່ງ​ຂອງ​ກຸ່ມ​ຮາ​ມັສ ນັບ​ແຕ່​ການ​ປະຕິບັດ​ງານ​ເລີ້ມ​ຂຶ້ນ. ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ຮວມທັງອຸ​ໂມງ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຫຼາຍ​ກວ່າ 20 ​ແຫ່ງ ທີ່​ພວກ​ເຂົາ​ໃຊ້​ເພື່ອ​ລັກລອບ​ຂົນ​ອາວຸດ​ແລະ​ວັດຖຸ​ລະ​ເບີດ​ຕ່າງໆ​ເຂົ້າ​ມາ​ນັ້ນ.

israelpalestinians20july14
please wait

No media source currently available

0:00 0:01:50 0:00

XS
SM
MD
LG