ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ກ່າວວ່າ ຈະບໍ່ມີການເຈລະຈາ ກັບ ລັດຖະບານ ປາແລສໄຕນ໌ ທີ່ມີກຸ່ມຮາມາສ


ຫົວໜ້າກຸ່ມຮາມາສ ທ່ານ Ismail Haniyeh ພວມກ່າວ ຂະນະທີ່ນັ່ງຢູ່ຄຽງຂ້າງ ນາຍົກລັດຖະມຸນຕີ ປາແລສໄຕນ໌ ທ່ານ
Rami Hamdallah ໃນລະຫວ່າງການປະຊຸມ ທີ່ເມືອງກາຊາ. (ວັນທີ 3 ຕຸລາ 2017)
ຫົວໜ້າກຸ່ມຮາມາສ ທ່ານ Ismail Haniyeh ພວມກ່າວ ຂະນະທີ່ນັ່ງຢູ່ຄຽງຂ້າງ ນາຍົກລັດຖະມຸນຕີ ປາແລສໄຕນ໌ ທ່ານ Rami Hamdallah ໃນລະຫວ່າງການປະຊຸມ ທີ່ເມືອງກາຊາ. (ວັນທີ 3 ຕຸລາ 2017)

ຕຳຫຼວດອິສຣາແອລ ໄດ້ບຸກເຂົ້າໄປໃນບໍລິສັດສື່ມວນຊົນ ຂອງປາແລສໄຕນ໌ ໃນເຂດ ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ໃນການປະຕິບັດງານ ທີ່ທາງກອງທັບເວົ້າວ່າ ໄດ້ມີ
ຂຶ້ນ ເພື່ອເປັນການຕອບໂຕ້ຕໍ່ການຍຸຍົງໃຫ້ເກີດຄວາມຮຸນແຮງຕໍ່ອິສຣາແອລ.

ມີ 8 ບໍລິສັດຂອງປາແລສໄຕນ໌ຖືກສັ່ງໃຫ້ປິດເປັນເວລາ 6 ເດືອນ ແລະ 2 ຄົນຖືກຈັບ.

ເຈົ້າໜ້າທີ່ປາແລສໄຕນ໌ໄດ້ປະນາມຢ່າງແຮງຕໍ່ການບຸກເຂົ້າໄປກວດຄົ້ນດັ່ງກ່າວໂດຍ
ເວົ້າວ່າ ເປັນການລະເມີດຕໍ່ອິດສະຫຼະພາບດ້ານການຂ່າວ.

ການເຄື່ອນໄຫວດັ່ງກ່າວນີ້ ຂອງອິສຣາແອລ ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກລັດຖະ
ບານ ໄດ້ປະກາດວ່າ ຕົນຈະບໍ່ເຈລະຈາກັບລັດຖະບານປາແລສໄຕນ໌ ທີ່ມີກຸ່ມຫົວຮຸນ
ແຮງຮາມາສເຂົ້າຮ່ວມ ນອກຈາກວ່າ ຈະມີການປະຕິບັດຕາມ ຄຳຮຽກຮ້ອງ ຂອງຕົນ
ຈຳນວນນຶ່ງ. ໃນນັ້ນ ແມ່ນຮວມທັງ ການປົດອາວຸດກຸ່ມຮາມາສ ການປະຕິເສດ ບໍ່ໃຊ້ ຄວາມຮຸນແຮງ ແລະການຮັບຮູ້ອິສຣາແອລຂອງກຸ່ມດັ່ງກ່າວ.

ຖະແຫຼງການຈາກຫ້ອງການນາຍົກລັດຖະມົນຕີ ເບັນຈະມິນ ເນຕັນຢາຮູກ່າວໃນວັນ
ອັງຄານວານນີ້ວ່າ “ລັດຖະບານອິສຣາແອລ ຈະບໍ່ທຳການເຈລະຈາ ທາງການເມືອງ
ກັບລັດຖະບານປາແລສໄຕນ໌ທີ່ກາງຕໍ່ກຸ່ມຮາມາສຊຶ່ງເປັນກຸ່ມກໍ່ການຮ້າຍທີ່ຮຽກຮ້ອງ
ໃຫ້ທຳລາຍອິສຣາແອລ.”

ນອກນັ້ນ ທ່ານເນຕັນຢາຮູ ຍັງຕ້ອງການໃຫ້ກຸ່ມຮາມາສບໍ່ໃຫ້ຮັບເອົາການຊ່ວຍເຫຼືອ
ຈາກອີຣ່ານ ແລະສົ່ງທະຫານອິສຣາແອລທີ່ຕົນຍັງຄຸມຂັງຢູ່ 2 ຄົນນັ້ນຄືນໃຫ້ແກ່ຕົນ
ພ້ອມທັງປ່ອຍຊາວອິສຣາແອລ 2 ຄົນທີ່ເຊື່ອວ່າ ຖືກກັກຢູ່ທີ່ແຫຼມກາຊາ ທີ່ຄວບຄຸມ
ໂດຍກຸ່ມຮາມາສ.

ມີໂອກາດໜ້ອຍທີ່ສຸດ ທີ່ກຸ່ມຮາມາສ ຈະປະຕິບັດຕາມ ຄຳຮຽກຮ້ອງຂອງອິສຣາແອລ.
ໂຄສົກ Fawzi Barhoum ເອີ້ນຄຳຮຽກຮ້ອງເຫຼົ່ານີ້ວ່າ “ເປັນການແຊກແຊງ ເຂົ້າໃນ
ກິດຈະການພາຍໃນຂອງປາແລສໄຕນ໌ທີ່ຮັບເອົາບໍ່ໄດ້ເດັດຂາດ.”

ໂຄສົກ ປະທານາທິບໍດີ Mahmoud Abbas ກ່າວວ່າ “ການໃຫ້ຄວາມເຫັນໃດໆກໍ
ຕາມ ຂອງອິສຣາແອລ ຈະບໍ່ປ່ຽນແປງທ່າທີຢ່າງເປັນທາງການ ຂອງປາແລສໄຕນ໌ ທີ່ຈະດຳເນີນການໄປໜ້າ ໃນການສ້າງຄວາມປອງດອງຊາດ ເພື່ອໃຫ້ບັນລຸຄວາມ ຫວັງແລະຄວາມໄຝ່ຝັນ ຂອງປະຊາຊົນຂອງພວກເຮົາ ເພື່ອໃຫ້ສິ້ນສຸດຄວາມແຕກ
ແຍກກັນ.”

ກຸ່ມຮາມາສ ແລະຂະບວນການຟາຕ້າທີ່ນິຍົມແນວທາງເປັນກາງກວ່ານັ້ນໄດ້ບັນ
ລຸການຕົກລົງຂັ້ນຕັ້ນ ໃນອາທິດແລ້ວ ເພື່ອເຕົ້າໂຮມກັນ ຫຼັງຈາກໄດ້ມີການແບ່ງ
ແຍກມາເປັນເວລາ 10 ປີ. ການແບ່ງແຍກໄດ້ເຮັດໃຫ້ດິນແດນທັງສອງຂອງປາ
ແລສໄຕນ໌ມີ 2 ລັດຖະບານ ຄືກຸ່ມຫົວຮຸນແຮງຮາມາສຄວບຄຸມເຂດກາຊາທີ່ທຸກ
ຍາກ ແລະຂະບວນການຟາຕ້າ ຄວບຄຸມເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ.

ຄວາມພະຍາຍາມເທື່ອກ່ອນ ໃນການເຕົ້າໂຮມລັດຖະບານປາແລສໄຕນ໌ທັງສອງ
ໄດ້ປະສົບກັບຄວາມລົ້ມແຫຼວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG