ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິ​ສ​ຣາ​ແອ​ລ ເວົ້າ​ວ່າ​ ຈະ​ສ້າງ​ຖິ່ນ​ຖານແຫ່ງ​ໃໝ່ ສຳ​ລັບຊາວ ຢິວ ໃນເມືອງ ເຮບ​ຣອນ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ຫ້ອງ​ການ​ລັດ​ຖະ​ບານ ທ່ານ ຊາ​ຮີ ບ​ຣາ​ເວີ​ແມັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖ​ະ​ບານ ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ, ອິ​ສ​ຣາ​ແອ​ລ. 1 ທັນ​ວາ, 2019. (Abir Sultan/Pool Photo via AP)
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ຫ້ອງ​ການ​ລັດ​ຖະ​ບານ ທ່ານ ຊາ​ຮີ ບ​ຣາ​ເວີ​ແມັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖ​ະ​ບານ ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ, ອິ​ສ​ຣາ​ແອ​ລ. 1 ທັນ​ວາ, 2019. (Abir Sultan/Pool Photo via AP)

ອິ​ສ​ຣາ​ແອ​ລ ໄດ້​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້ ແຜນ​ການ​ຕັ້ງ​ຖິ່ນ​ຖານ​ແຫ່ງ​ໃໝ່​ສຳ​ລັບ​ຊາວ​ຢິວ​ ຢູ່​ເຂດ ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ຂອງ​ ເມືອງ​ເຮບ​ຣອນ ຊຶ່ງ​ເປັນ​ຈຸດແຫ່ງ​ຄວາມ​ຮຸນ​ແຮງທີ່​ມີ​ມາ​ຍາວ​ນານ ​ລະ​ຫວ່າງ​ຊາວຢິວ ແລະ​ຊາວ​ມຸ​ສ​ລິມ.

ຊາວ​ຢິວ ປະ​ມານ 1,000 ຄົນ ອາ​ໄສ​ຢູ່​ໃນ​ເມືອງ​ດັ່ງ​ກ່າວ​ ທີ່​ອ້ອມລ້ອມ​ໂດຍ​ຊາວ​ປາ​ແລັ​ສ​ໄຕ​ນ໌ 200,000 ຄົນ ຊຶ່ງ​ທັງ​ສອງ​ກຸ່ມນີ້ ຖື​ເອົາ​ສະ​ຖານ​ທີ່​ແຫ່ງນີ້​ເປັນ​ພື້ນ​ທີ່​ສັກ​ສິດ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ອິ​ສ​ຣາ​ແອ​ລ ຄົນ​ໃໝ່ ທ່ານ​ນາ​ຟາ​ຕາ​ລີ ເບັນ​ເນັດ ໄດ້​ປະ​ກາດ​ການອະ​ນຸ​ມັດ​ຂອງ​ທ່ານ​ ​ສຳ​ລັບ​ຄຸ້ມ​ບ້ານ​ແຫ່ງ​ໃໝ່​ທີ່​ຈະ​ກໍ່​ສ້າງ​ຂຶ້ນ​ຢູ່​ໃກ້​ກັບ​ຕະຫຼາດ​ເກົ່າ​ຂອງ​ເມືອງ​ດັ່ງ​ກ່າວ ໂດຍ​ຈະ​ເພີ້ມ​ຈຳ​ນວນ​ຂອງ​ພວກ​ຊາວ​ຢິວ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ເມືອງ​ເຮບ​ຣອນ​ຂຶ້ນ​ເປັນ​ສອງ​ເທົ່າ. ທ່ານ​ເບັນ​ເນັດ ໄດ້​ກ່າວ​ວ່າ ມັນ​ຈະ “ສືບ​ຕໍ່​ສ້າງ​ອາ​ນາ​ເຂດ” ລະ​ຫວ່າງຄຸ້ມ​ບ້ານ​ຂອງ​ຊາວ​ຢິວ ທີ່​ມີ​ຢູ່​ແລ້ວນັ້ນ ແລະສຸ​ສານສັກ​ສິດ​ແຫ່ງ​ບັນ​ພະ​ບູ​ລຸດ ຫຼື Tomb of the Patriarch ຊຶ່ງ​ຊາວ​ມຸ​ສ​ລິມ ເອີ້ນ​ວ່າ ວັດ​ອີ​ບ​ຣາ​ຮີ​ມີ ນັ້ນ.

ການ​ປະ​ກາດ​ດັ່ງ​ກ່າວ ລະ​ບຸ​ວ່າ ຕຶກ​ອາ​ຄານ​ຂອງ​ຕະຫຼາດ ຈະ​ຖືກ​ທັບ​ມ້າງ​ລົງ ແລະ​ຈະ​ປ່ຽນ​ແທນ​ດ້ວຍ​ຮ້ານ​ຄ້າ​ໃໝ່. ຊາວ​ປາ​ແລັ​ສ​ໄຕ​ນ໌ທັງຫຼາຍ ຜູ້​ທີ່​ເປັນ​ເຈົ້າ​ຂອງ​ຮ້ານ​ຄ້າ​ຢູ່​ຊັ້ນ​ທຳ​ອິດ​ຕິດ​ພື້ນ​ດິນ ຈະ​ໄດ້​ຮັບ​ຮ້ານ​ຄ້າ​ໃໝ່ ອີງ​ຕາມ​ການ​ປະ​ກາດນີ້.

ບັນ​ດາຊາວ​ຢິວຫົວ​ຈັດ ກໍ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ​ນຳ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ. ສ່ວນ​ຄະ​ນະ​ກຳ​ມະ​ການ​ເມືອງ​ເຮບ​ຣອນ​ຂອງ​ຊາວ​ຢິວ ເອີ້ນ​ການ​ເຄືອນ​ໄຫວນີ້ ວ່າ ຄືມາດ​ຕະ​ການ​ແຫ່ງ​ຄວາມ​ຍຸ​ຕິ​ທຳ​ທີ່​ເປັນ​ປ​ະ​ຫວັດ​ສາດ ໂດຍ​ກ່າວ​ວ່າ ຕະຫຼາດ​ແຫ່ງນີ້ ໄດ້​ຢູ່ໃນ​ການ​ຄອບ​ຄອງ​ຂອງ​ຊາວ​ຢິວ ນັບ​ຕັ້ງ​ແຕ່​ຕົ້ນ ສັດ​ຕະ​ວັດ​ທີ 19 ເປັນ​ຕົ້ນ​ມາ.

ແຕ່​ຊາວ​ປາ​ແລັ​ສ​ໄຕ​ນ໌ ໄດ້​ປະ​ນາມ​ການ​ຕັດ​ສິນ​ໃຈ​ຂອງ​ຊາວ​ຢິວ​ຢ່າງແຮງ. ຫົວ​ໜ້າ​ນັກ​ເຈ​ລະ​ຈາຂອງ​ປາ​ແລັ​ສ​ໄຕ​ນ໌ ທ່ານ​ຊາ​ເອັບ ເອີ​ຣີ​ກາດ ໄດ້​ຖິ້ມ​ໂທດ​ໃສ່​ສະ​ຫະ​ລັດ ສຳ​ລັບ​ການ​ເຄື່ອນ​ໄຫວດັ່ງ​ກ່າວ ໂດຍ​ກ່າວ​ວ່າ ມັນ ເປັນ “ຜົນ​ຄັ້ງ​ທຳ​ອິດ​ທີ່ເຫັນ​ໄດ້​ຢ່າງ​ຊັດ​ເຈນ ໃນ​ການ​ຕັດ​ສິນ​ໃຈຂອງ​ສະ​ຫະ​ລັດ ທີ່ເຮັດ​ໃຫ້​ການລ້າ​ຫົວ​ເມືອງ​ຂຶ້ນ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງຕາມ​ກົດ​ໝາຍ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ ໄດ້​ປະ​ກາດ​ເມື່ອ​ສັບ​ປະ​ດາ​ແລ້ວນີ້ ວ່າ ການ​ຕັ້ງ​ຖິ່ນ​ຖານ​ຂອງ​ຊາວ​ຢິວ ໃນ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ນັ້ນ ແມ່ນບໍ່​ຜິດ ພາຍ​ໃຕ້​ກົດ​ໝາຍສາ​ກົນ. ອັນ​ນັ້ນ ​ເປັນ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ ໃນ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ ແລະ​ເປັນ​ການຕ້ານ​ກັບ​ທັດ​ສະ​ນະ​ຂອງ​ປະ​ຊາ​ຄົມ​ນາໆ​ຊາດ ໂດຍ​ສ່ວນ​ໃຫຍ່.

ທ່ານ​ເອີ​ຣີ​ກາດ ໄດ້​ກ່າວ​ວ່າ “ຖະ​ແຫລງ​ການ​ຂອງ​ລັດ​ຖະ​ມົນ​ຕີ ພອມ​ພຽວ ຕາມ​ຄວາມເຫັນ​ຂອງ​ພວກ​ເຮົາ​ແລ້ວ ແມ່ນບໍ່​ມີ​ຜົນ ແລະ ໂມ​ຄະ.” ທ່ານ​ກ່າວ​ອີກວ່າ “ມັນ​ເປັນ​ການແຍກ​ຕົວຢ່າງ​ຊັດ​ເຈນ ​ຂອງ​ລັດ​ຖະ​ບາ​ນ​ທ່າ​ນ​ທ​ຣຳ ຈາກ​ກົດ​ໝາຍ​ສາ​ກົນ​ທີ່ຖືກ​ຕ້ອງ. ແລະ​ເມື່ອ​ທ່ານ​ແຍກ​ອອກ​ຈາກ​ຄວາມ​ຖືກ​ຕ້ອງ​ຂອງ​ກົດ​ໝາຍ​ສາ​ກົນ​ແລ້ວ ທ່ານ​ເປີດ​ຄວາມ​ຖືກ​ຕ້ອງນັ້ນ ຕໍ່​ຄວາມ​ວຸ້ນ​ວາຍ ​ການກໍ່​ການ​ຮ້າຍ ຫົວ​ຮຸນ​ແຮງ ຄວາມ​ຮຸນ​ແຮງ ແລະ​ການ​ສໍ້​ລາດ​ບັງຫຼວງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG