ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ເວົ້າ​ວ່າ ຈະຫຼວດ​ສາມ​ລູກ ຖືກ​ຍິງ​ເຂົ້າ​ໃສ່ ​ປະ​ເທດ ຈາກ​ເຂດ ກາ​ຊາ


ຜູ້​ປະ​ທ້ວງ ປາ​ແລັ​ສ​ໄຕ​ນ໌ ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ຍິງ​ໂດ​ຍກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ, ຢູ່​ເຂດ​ຊາຍ​ແດນຕິດ​ກັບ​ເມືອງ ບູ​ເຣ​ຈ໌ ໃນ​ໃຈ​ກາງ​ເຂດ ກາ​ຊາ. 6 ທັນ​ວາ, 2019. (Photo by MAHMUD HAMS / AFP)
ຜູ້​ປະ​ທ້ວງ ປາ​ແລັ​ສ​ໄຕ​ນ໌ ແລ່ນ​ໜີ​ຈາກ​ແກັ​ສ​ນ້ຳ​ຕາ ຍິງ​ໂດ​ຍກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ, ຢູ່​ເຂດ​ຊາຍ​ແດນຕິດ​ກັບ​ເມືອງ ບູ​ເຣ​ຈ໌ ໃນ​ໃຈ​ກາງ​ເຂດ ກາ​ຊາ. 6 ທັນ​ວາ, 2019. (Photo by MAHMUD HAMS / AFP)

ເຮືອ​ບິນ ອິ​ສ​ຣາ​ແອ​ລ ໄດ້​ຖິ້​ມ​ລະ​ເບີດ​ໃສ່​ສະ​ຖານ​ທີ່​ຂອງ​ກຸ່ມ​ຫົວ​ຮຸນ​ແຮ​ງຫຼາຍ​ແຫ່ງໃນ​ເຂດ ກາ​ຊາ ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດມື້ນີ້, ຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ຈະຫຼວດ​ສາມ​ລູກ​ໄດ້​ຖືກ​ຍິງ​ຈາກ ດິນ​ແດນຂອງ ປ​າ​ແລັ​ສ​ໄຕ​ນ ໄປ​ຫາ​ພາກ​ໃຕ້ຂອງ ອິ​ສ​ຣາ​ແອລ.

ກອງ​ທັບ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ໄດ້​ແນ​ເປົ້າ​ໃສ່​ຄ້າຍ​ທະ​ຫານ ແລະ ຖານ​ທັບ​ເຮືອ​ຂອງ​ກຸ່ມ ຮາ​ມາ​ສ, ເຊິ່ງ​ແມ່ນ​ກຸ່ມ​ຫົວ​ຮຸນ​ແຮງ​ອິ​ສ​ລາມ​ທີ່​ຄວບ​ຄຸມ​ເຂດ ​ກາ​ຊາ. ບໍ່​ມີ​ລາຍ​ງານ​ໃນ​ທັນ​ທີທັນ​ໃດ ກ່ຽວ​ກັບ ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ.

ໃນ​ຕອນ​ແລງ​ຂອງວັນ​ເສົາ​ວານນີ້, ອິ​ສ​ຣາ​ແອ​ລ ໄດ້​ປະ​ກາດ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ຮູ້​ຈັກ​ດັ່ງ​ກັບ “Iron Dome” ນັ້ນ, ໄດ້​ສະ​ກັດ​ກັ້ນ​ລູກ​ສອນ​ໄຟ​ສອງຫາ​ສາມ​ລູກ ທີ່​ຖືກ​ຍິງ​ມາ​ຈາກ​ເຂດ ກາ​ຊາ. ຕໍ່​ມາ, ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ ຈະຫຼວດ​ທັງ​ໝົດ​ສາມ​ລູກ ໄດ້​ຖືກ​ຍິງ​ຕົກໝົດ.

ບໍ່​ມີ​ກຸ່ມ ປາ​ແລັ​ສ​ໄຕ​ນ໌ ກຸ່ມ​ໃດ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ຍິງ​ຈະ​ຫຼວດ​ນັ້ນ. ກອງ​ທັບ​ບົກ​ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ ກຸ່ມ ຮາ​ມາ​ສ ເປັນ​ຜູ້​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ໃນ​ເຂດ​ ກາ​ຊາ.

ຄວາມ​ຮຸນ​ແຮງ​ຂ້າມ​ເຂດ​ຊາຍ​ແດນ ລະ​ຫວ່າງ ອິ​ສ​ຣາ​ແອ​ລ ກັບ​ກຸ່ມ​ຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ໌ ໃນ​ເຂດ ກາ​ຊາ ​ໄດ້ຫຼຸດ​ລົງ ແລະ ຢຸດ​ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ. ໃນ​ເດືອນ​ແລ້ວນີ້, ທັງ​ສອງ​ຝ່າຍ​ໄດ້​ຕໍ່​ສູ້​ກັນຄັ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບຫຼາຍ​ເດືອນ.

ພວກ​ຜູ້​ນຳ​ຈາກ​ກຸ່ມ ຮາມ​າ​ສ ແລະ ກຸ່ມ​ທີ່​ນ້ອຍກວ່າ ແຕ່​ຫົວ​ຮຸນ​ແຮງກວ່າ​ຄື​ກຸ່ມ ຈີ​ຮາດ ອິ​ສ​ລາມ ແມ່ນ​ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ ໄຄ​ໂຣ ປະ​ເທດ ອີ​ຈິບ, ໃນ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຈິບ ກ່ຽວ​ກັບ ການ​ເຮັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ ທີ່​ຈະ​ເປັນ​ການ​ກະ​ຕຸ້ນທາງ​ເສດ​ຖະ​ກິດຈຳ​ນວນ​ນຶ່ງ​ ແລະ ຫຼຸດ​ຜ່ອນ​ການ​ເກືອດ​ຫ້າມ​ຕໍ່​ເຂດ ກາ​ຊາ.

ກຸ່ມ ຮາ​ມາ​ສ ໄດ້​ຕໍ່​ສູ້​ໃນ​ສົງ​ຄາມ​ສາມ​ຄັ້ງ​ກັບ ອິ​ສ​ຣາ​ແອ​ລ ນັບ​ຕັ້ງ​ແຕ່​ໄດ້​ຍຶດ​ເຂດ ກາ​ຊາ ໃນ​ປີ 2007 ແລະ ໄດ້​ມີ​ການ​ປະ​ທະ​ກັນ​ຂະ​ໜາດ​ນ້ອຍຫຼາຍ​ສິບ​ຄັ້ງ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG