ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ອົງມົງກຸດ​ຊາອຸດີ ຫາ​ລື​ກັນ ກ່ຽວ​ກັບ ການກໍ່ການຮ້າຍ ​ແລະ ເຢເມນ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີີ ບລິງເກັນ ຊ້າຍ ພົບປະກັບ ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ​ຊາ​ອຸ​ດີ ເຈົ້າຟ້າຊາຍ ໂມຮໍາເມັດ ບິນ ຊາລມານ ​ທີ່​ນະ​ຄອນເຈດດາ ວັນທີ 7 ມິຖຸນາ 2023 ທີປະເດທຊາສອຸດີ ອາຣາເບຍ
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີີ ບລິງເກັນ ຊ້າຍ ພົບປະກັບ ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ​ຊາ​ອຸ​ດີ ເຈົ້າຟ້າຊາຍ ໂມຮໍາເມັດ ບິນ ຊາລມານ ​ທີ່​ນະ​ຄອນເຈດດາ ວັນທີ 7 ມິຖຸນາ 2023 ທີປະເດທຊາສອຸດີ ອາຣາເບຍ

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີີ ບລິງເກັນ ​ມີ​ກຳ​ນົດທີ່ຈະພົບປະໃນວັນພຸດມື້ນີ້ ກັບລັດຖະມົນຕີຕ່າງປະເທດຊາອຸດີ ທ່ານໄຟຊາລ ບິນ ຟາຮານ ແລະບັນດາລັດຖະມົນຕີຈາກ ສະພາຮ່ວມມືອ່າວເປີເຊຍ ອັນເປັນສ່ວນນຶ່ງ​ໃນການຢ້ຽມຢາມ ຊາອຸດີ ອາຣາເບຍ ຂອງ​ທ່ານ.

ໃນຕອນຕົ້ນ ທ່ານໄດ້ພົບປະກັບ​ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ​ຊາ​ອຸ​ດີ ເຈົ້າຟ້າຊາຍ ໂມຮໍາເມັດ ບິນ ຊາລມານ ​ທີ່​ນະ​ຄອນເຈດດາ ບ່ອນທີ່ກະຊວງຕ່າງປະເທດສະຫະລັດ ໄດ້ກ່າວວ່າ ທ່ານໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລຶືອຂອງຊາອຸດີ ທີ່ຍົກຍ້າຍຊາວອາເມຣິກັນ ອອກຈາກຊູດານໃນຕົ້ນປີນີ້.

“ທັງສອງໄດ້ຢືນຢັນເຖິງຄ​ວາມໝັ້ນໝາຍ​ຮ່ວມຂອງ​ພວກ​ທ່ານ ເພື່ອ​ສ້າງ​ຄວາມຄືບໜ້າ​ໃຫ້​ແກ່ສະຖຽນລະພາບ ຄວາມໝັ້ນຄົງ ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ ຢູ່​ໃນທົ່ວ​ພາກຕາເວັນອອກກາງ ແລະ​ໄກໄປກວ່ານັ້ນ ຮວມທັງ​ໂດຍຜ່ານຂໍ້ຕົກລົງການເມືອງ​ຮອບ​ດ້ານເພື່ອບັນລຸສັນຕິພາບ ຄວາມອຸ​ດົມ​ຮັ່ງ​ມີ ແລະຄວາມໝັ້ນຄົງຢູ່ໃນເຢເມນ” ໂຄສົກກະຊວງຕ່າງປະເທດ ທ່ານແມັດທິວ ມິລເລີ ໄດ້ກ່າວ ຢູ່ໃນການອ່ານຂອງກອງປະຊຸມ. “ລັດ ຖະມົນຕີ ຍັງໄດ້ເນັ້ນ​ຢ້ຳວ່າ ຄວາມສຳພັນສອງຝ່າຍ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍດ້ວຍຄວາມຄືບໜ້າ​ທາງດ້ານສິດທິມະນຸດ.

ທ່ານມິລເລີກ່າວວ່າ ກອງປະຊຸມຍັງຮວມທັງການ​ປຶກ​ສາ​ຫາ​ລື “​ເພື່ອ​ລົງ​ເລິກ​ການຮ່ວມມືດ້ານເສດຖະກິດ ໂດຍສະເພາະຢູ່ໃນ​ດ້ານພະລັງງານທີ່ສະອາດ ແລະຂະແໜງເທັກໂນໂລຈີຕ່າງໆ.”

ກ່ອນໜ້າການເດີນທາງ ທ່ານບລິງເກັນ ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າ “ສະຫະລັດ ມີ​ຜົນ​ປະ​ໂຫຍດດ້ານຄວາມປອດໄພ​ແຫ່ງ​ຊາດຢ່າງແທ້ຈິງ ເພື່ອສົ່ງເສີມສະ​ພາບ​ການ​ທີ່ເປັນປົກກະຕິ ລະຫວ່າງອິສຣາແອລ ແລະຊາອຸດີ ອາຣາເບຍ.”

ຢ່າງໜ້ອຍນັບ​ແຕ່​ຢ້ອນ​ຄືນ​ໄປ​ໃນລັດຖະບານຂອງອະດີດປະທານາທິບໍດີຈິມມີ ຄາເຕີ ສະຫະລັດໄດ້ປະຕິບັດງານ ເພື່ອໃຫ້​ມີຄວາມສຳພັນ​ທີ່ເປັນປົກກະຕິ ລະຫວ່າງອິສຣາແອລ ແລະບັນດາປະເທດອາຣັບ ຮວມທັງອີຈິບ ບາຫ໌ເຣນ ໂມຣົກໂກ ແລະສະຫະ ລັດ ອາຣັບ ເອເມີເຣັສ.

ທ່ານບລິງເກັນ ກ່າວຕໍ່ກອງປະຊຸມຂອງຜູ້ວິ້ງເຕັ້ນສະໜັບສະໜູນອິສຣາແອລ AIPAC ວ່າ ພາກສ່ວນການຢ້ຽມຢາມຊາອຸດີ ອາຣາເບຍ ຈະພົວພັນການເຮັດວຽກໄປສູ່ການຊຸກຍູ້ຄວາມສຳພັນ ອິສຣາແອລ ກັບຊາອຸຸດີ ອາຣາເບຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG