ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ສຳ​ພັນ ​​ອິ​ສ​ຣາ​ແອ​ລ ແລະ ​ຊາ​ອຸ​ດີ ອາ​ຣາ​ເບຍ ແມ່ນ​ຢູ່​ໃນ​ວາ​ລະ​ການ​ພົບ​ປະ ໃນ​ຂະ​ນະ​ທີ່​ທ່ານບ​ລິງ​ເກັນ ເດີນ​ທາງ​ໄປ​ຊາ​ອຸ​ດີ ອາ​ຣາ​ເບຍ


​ແຟ້ມ - ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ຖະ​ແຫຼງ​ໃນ​ຕອນ​ທ້າຍກອງ​ປະ​ຊຸມລັດ​ຖະ​ມົນ​ຕ​ີ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ຈີ 7 ​ທີ່​ເມືອງ​ກາ​ຣຸ​ອິ​ຊາ​ວະ ປະ​ເທດ​ຍີ່​ປຸ່ນ ເມື່ອ​ວັນ​ທີ 18 ເມ​ສາ 2023.
​ແຟ້ມ - ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ຖະ​ແຫຼງ​ໃນ​ຕອນ​ທ້າຍກອງ​ປະ​ຊຸມລັດ​ຖະ​ມົນ​ຕ​ີ​ຕ່າງ​ປະ​ເທດ​ຂອງ​ກຸ່ມ​ຈີ 7 ​ທີ່​ເມືອງ​ກາ​ຣຸ​ອິ​ຊາ​ວະ ປະ​ເທດ​ຍີ່​ປຸ່ນ ເມື່ອ​ວັນ​ທີ 18 ເມ​ສາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ເດີນ​ທາງໄປ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ວັນ​ອັງ​ຄານມື້ນີ້ ເພື່ອ​ເຈ​ລະ​ຈາ​ຫາ​ລື ​ກ່ຽວ​ກັບ​ບັນ​ຫາ ເລືື້ອງ​ຄວາມ​ໝັ້​ນ​ຄົງ​ແລະ​ເສດ​ຖະ​ກິດ.​

ກ່ອນ​ອອກ​ເດີນ​ທາງ ທ່ານບ​ລິງ​ເກັນ​ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ສະ​ຫະ​ລັດ “ມີ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ທີ່​ແທ້​ຈິງ ໃນ​ການ​ຊຸກ​ຍູ້​ຄວາມ​ສຳ​ພັນ​ແບບ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ.”

ເມື່ອ​ຢ້ອນ​ຄືນ​ໄປ ຢ່າງ​ໜ້ອຍ​ໃນ​ສະ​ໄໝ​ລັດ​ຖະ​ບານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຈິມ​ມີ ຄາ​ເຕີ ສະ​ຫະ​ລັດ​ໄດ້​ເຮັດ​ວຽກ​ເພື່ອ​ຊ່ວຍ​ໃຫ້​ຄວາມ​ສຳ​ພັນ ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ກັບປ​ະ​ເທດ​ອາ​ຣັບຫຼາຍໆ​ປະ​ເທດ ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ ຮວມ​ທັງ​ອີ​ຈິບ ບາ​ຫ໌​ເຣນ ໂມ​ຣອກ​ໂກ ແລະ​ສ​ະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ.

ທ່ານບ​ລິງ​ເກັນ ​ກ່າວ​ຕໍ່​ກອງ​ປະ​ຊຸມ​ຂອງ​ກຸ່ມວິ້ງ​ເຕັ້ນ​ສະ​ໜັບ​ສະ​ໜຸນ​ອິ​ສ​ຣາ​ແອ​ລ AIPAC ວ່າ ສ່ວນ​ນຶ່ງ​ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມຊາ​ອຸ​ດີ ອາ​ຣາ​ເບຍ ຂອງ​ທ່ານ ແມ່ນ​ຈະ​ພົວ​ພັນ​ກັບ​ການ​ເຮັດ​ວຽກ​ເພື່ອ​ຊ່ວຍ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ.

ທ່ານບ​ລິງ​ເກັນ ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ພວກ​ເຮົາ​ສາ​ມາດ​ແລະ​ທີ່​ຈິງ​ແລ້ວ ຕ້ອງ​ໄດ້​ເອົາ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສ້າງ​ຄວາມ​ກ້າວ​ໜ້າ​ເລື້ອງນີ້. ເວ​ລານີ້​ພວກ​ເຮົາ​ບໍ່​ມີຄວາມ​ເຂົ້າ​ໃຈ​ຜິດ​ໃດໆ​ທີ່​ວ່ານີ້ ສິ່ງ​ດັ່ງ​ກ່າວ​ສາ​ມາດ​ເຮັດ​ໄດ້​ຢ່າງວ່ອງ​ໄວ​ແລະ​ງ່າຍ​ດາຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG