ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ສູງ​ສຸດ ອິ​ສ​ຣາ​ແອ​ລ ຫ້າມ​ນັກ​ການ​ເມືອງ ຂວາ​ຈັດ ບໍ່ໃຫ້ລົງແຂ່ງຂັນ​ເລືອກ​ຕັ້ງ


A man on a motorcycle rides past fallen power lines in the aftermath of Hurricane Fiona in Higuey, Dominican Republic, Sept. 19, 2022.
A man on a motorcycle rides past fallen power lines in the aftermath of Hurricane Fiona in Higuey, Dominican Republic, Sept. 19, 2022.

ໃນ​ວັນ​ອາ​ທິ​ດ​ວານ​ນີ້ ສາ​ນສູງ​ສຸດ​ຂອງ​ອິ​ສ​ຣາແອລ ໄດ້​ຕັດ​ສິດ​ນັກ​ການ​ເມືອງ​ປີກ​ຂວາ​
ຈັດຄົນນຶ່ງ ຈາກການເລືອກຕັ້ງສະພາແຫ່ງຊາດທີ່ຈະຈັດຂຶ້ນໃນເດືອນໜ້ານີ້ ສຳລັບ
ການສົ່ງເສີມຄວາມຮຸນແຮງ ແລະ ການແບ່ງແຍກຊາວ ອາຣັບ.

ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ ອິ​ສ​ຣາ​ແອ​ລ ໄດ້​ອະ​ນຸ​ຍາດ​ໃຫ້​ທ່ານ ໄມ​ເກິ​ລ ເບັນ ອາ​ຣີ
ຈາກພັກອຳນາດຊາວ ຢິວ ລົງແຂ່ງຂັນ. ແຕ່ໃນວັນອາທິດວານນີ້ ສານໄດ້ສະໜັບສະ
ໜູນການຄັດຄ້ານທາງກົດໝາຍຂອງພັກຝ່າຍຄ້ານ ເມເຣັດສ໌ ທີ່ນິຍົມແນວທາງອຽງ
ຊ້າຍ, ເຊິ່ງໄດ້ໂຕ້ຖຽງວ່າທ່ານ ເບັນ ອາຣີ ໄດ້ຮຽກຮ້ອງຄວາມຮຸນແຮງໃຫ້ມີຕໍ່ຊາວ
ອາຣັບ, ປະຕິເສດເຂົາເຈົ້າຈາກສິດທິພົນລະເມືອງ, ແລະ ສົ່ງເສີມການແບ່ງແຍກ.

ໂຄ​ສົກ​ຄົນ​ນຶ່ງ​ຂອງ​ພັກ ເມ​ເຣັດ​ສ໌ ໄດ້​ກ່າວ​ວ່າ “ສະ​ຖານ​ທີ່​ສຳ​ລັບ​ຄົນ​ຜູ້​ທີ່​ມີ​ຄວາມ​ເຊື່ອ
ກ່ຽວກັບ ຄົນຜິວຂາວເປັນຜູ້ສູງສົ່ງກວ່າໝູ່ແມ່ນຄຸກ, ບໍ່ແມ່ນສະພາແຫ່ງຊາດ.”

ທ່ານ ເບັນ ອາ​ຣີ ໄດ້​ປະ​ນາມ​ການ​ຕັດ​ສິນ​ຂອງ​ສານ, ໂດຍ​ເວົ້າ​ວ່າ “ຄະ​ນະຕຸ​ລາ​ການ​
ກຳລັງພະຍາຍາມຕັ້ງກົດໝາຍຂອງເຂົາເຈົ້າ, ມັນບໍ່ແມ່ນປະຊາທິປະໄຕ.

ແນວ​ໃດ​ກໍ​ຕາມ, ສານ​ໄດ້​ຕັດ​ສິນ​ວ່າ, ຜູ້​ລົງ​ແຂ່ງ​ຂັນ​ຄົນ​ອື່ນ​ຈາກ​ພັກ​ອຳ​ນາດ​ຊາວ ຢິວ
ສາມາດລົງແຂ່ງຂັນໄດ້. ເຂົາເຈົ້າຍັງໄດ້ຕ່າວປີ້ນການຕັດສິນຂອງຄະນະກຳມາທິການ
ການເລືອກຕັ້ງ ເພື່ອຫ້າມຜູ້ລົງແຂ່ງຂັນຈາກພັກການເມືອງ ອາຣັບ ສອງພັກ, ເຊິ່ງ
ແມ່ນພັກ ຮາດາສ ຕາລ (Hadaash-Taal) ແລະ ຣາມ ບາລາດ (Raam-Balad).

ຄະ​ນະ​ກຳ​ມາ​ທິ​ການ​ໄດ້​ກ່າວ​ຫາ​ສອງ​ພັກ​ການ​ເມືອງ​ດັ່ງ​ກ່າວ ກ່ຽວ​ກັບ ການ​ຮຽກ​ຮ້ອງ
ຄວາມຮຸນແຮງຕໍ່ລັດຖະບານ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ອິ​ສ​ຣາ​ແອ​ລ ທ່ານ ອາ​ເຢ​ເລັດ ຊາ​ເກັດ ໄດ້​ກ່າວ​ໂຈມ​ຕີ​
ການຕັດສິນຂອງສານໃນວັນອາທິດວານນີ້, ເວົ້າວ່າ ເຂົາເຈົ້າຫ້າມທ່ານ ເບັນ ອາຣີ
ລົງແຂ່ງຂັນ “ໃນຂະນະທີ່ປະກາດວ່າພັກ ໂຄເຊີ ທີ່ໄດ້ຮັບການໜູນຫຼັງຈາກພວກກໍ່
ການຮ້າຍວ່າ ໂງ່ຫຼາຍ ແລະ ເຂົ້າແຊກແຊງໃນໝາກຫົວໃຈຂອງປະຊາທິປະໄຕຂອງ
ອິສຣາແອລ ໃນທາງທີ່ຜິດ.”

ນາ​ຍົກລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ​ກຳ​ລັງ​ຕໍ່​ສູ້​ເພື່ອ​ຊີ​ວິດ​ການ​ເມືອງ​ຂອງ​ທ່ານ
ຫຼັງຈາກຕຳຫຼວດໄດ້ກ່າວໃນເດືອນທີ່ຜ່ານມາວ່າ ທ່ານຄວນຖືກຟ້ອງຮ້ອງ ສຳລັບການ
ສໍ້ລາດບັງຫຼວງ. ທ່ານ ເນຕັນຢາຮູ ໄດ້ຮວມພັກ ລີຄຸດ ຂອງທ່ານ ເຂົ້າກັບພັກປີກຂວາ
ອື່ນໆ, ລວມທັງພັກ ອຳນາດຊາວ ຢິວ, ເພື່ອຕັ້ງລາຍຊື່ຜູ້ສະໝັກຮັບເລືອກຕັ້ງດຽວ ໃນ
ການເລືອກຕັ້ງສະພາແຫ່ງຊາດຂອງເດືອນໜ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG