ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດຂອງອິສຣາແອລ ຍົກເລີກອົງປະກອບ ທີ່ສຳຄັນ ຂອງການ​ປັບປຸງຂະບວນ​ການຍຸດຕິທຳ ແບບແບ່ງຝ່າຍ ຂອງທ່ານເນຕັນຢາຮູ


ແຟ້ມພາບ - ບັນດາຜູ້ປະທ້ວງ ເດີນຂະບວນປະທ້ວງ ໃນນະຄອນ ເທລອາວິບ ຂອງອິສຣາແອລ ເພື່ອຕໍ່ຕ້ານແຜນການຂອງນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ທີ່ຈະຄວບຄຸມສານສູງສຸດ ໃຫ້ແໜ້ນເຂົ້າ,​ ວັນທີ 20 ພຶດສະພາ 2023.
ແຟ້ມພາບ - ບັນດາຜູ້ປະທ້ວງ ເດີນຂະບວນປະທ້ວງ ໃນນະຄອນ ເທລອາວິບ ຂອງອິສຣາແອລ ເພື່ອຕໍ່ຕ້ານແຜນການຂອງນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ທີ່ຈະຄວບຄຸມສານສູງສຸດ ໃຫ້ແໜ້ນເຂົ້າ,​ ວັນທີ 20 ພຶດສະພາ 2023.

ສານ​ສູງ​ສຸດ​ຂອງ​ອິດສ​ຣາ​ແອລ ​ໄດ້​ປະ​ຕິ​ເສດ​ຕໍ່​ອົງ​ປະ​ກອບ​ທີ່​ສຳ​ຄັນ ​ຂອງ​ການ​ປັບປຸງຂະບວນ​ການຍຸດຕິທຳ ທີ່ເຮັດໃຫ້ເກີດການຖົກຖຽງຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນຈາມິນ ເນຕັນຢາຮູ, ອີງຕາມອົງການຂ່າວ ເອພີ. ການ​ຕັດສິນ​ດັ່ງກ່າວ ນາບຂູ່​ທີ່​ຈະ​ເຮັດໃຫ້ເກີດຄວາມແຕກແຍກ ​ໃນ​ສັງຄົມ​ອິ​ສ​ຣາ​ແອລ ທີ່ໄດ້ເກີດຂຶ້ນກ່ອນ​ສົງຄາມ​ຕໍ່ຕ້ານ​ກຸ່ມ​ຮາ​ມາ​ສ ທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ປະ​ເທດ ອີກຄັ້ງ. ຄວາມແຕກແຍກເຫຼົ່ານີ້ ສ່ວນໃຫຍ່ໄດ້ຖືກປະຖິ້ມໄວ້ ໃນຂະນະທີ່ປະເທດ ສຸມໃສ່ສົງ ຄາມຢູ່ໃນເຂດ ກາຊາ, ເຊິ່ງເກີດຈາກການໂຈມຕີຂ້າມຊາຍແດນ ທີ່ນອງເລືອດໂດຍກຸ່ມຮາມາສ. ການ​ຕັດສິນຂອງ​ສານ​ໃນ​ວັນ​ຈັນວານນີ້ ອາດກໍໃຫ້ເກີດຄວາມ​ເຄັ່ງ​ຕຶງເຫລົ່ານັ້ນ ອີກຄັ້ງ​, ​ເຊິ່ງ​ໄດ້​ເຮັດ​ໃຫ້​ເກີດ​ການ​ປະ​ທ້ວງ​ຕໍ່​ລັດຖະບານ ​ເປັນເວລາຫຼາຍເດືອນ ແລະ​ສ້າງຄວາມເສຍຫາຍໃຫ້ກັບຄວາມ​ສາມັກຄີ​ຂອງກອງທັບ​ທີ່​ມີ​ອຳນາດ. ບໍ່ມີຄຳເຫັນໃດໆ ຈາກທ່ານ ເນຕັນຢາຮູ ກ່ຽວກັບ ເລື້ອງນີ້ເທື່ອ. ໃນ​ການ​ຕັດ​ສິນ​ ດ້ວຍຄະແນນສຽງ​ສ່ວນ​ຫຼາຍ 8 ຕໍ່ 7, ສານ​ໄດ້​ລົງ​ມະຕິ ຢ່າງ
ຫວຸດຫວິດ ໃຫ້ລົບລ້າງ​ກົດ​ໝາຍ​ທີ່​ໄດ້​ຮັບ​ຜ່ານ​ໃນ​ເດືອນ​ກໍ​ລະ​ກົດ ທີ່​ປ້ອງ​ກັນ​ບໍ່ໃຫ້ຜູ້​ພິ​ພາກ​ສາ ຕ່າວປີ້ນການຕັດ​ສິນໃຈ​ຂອງ​ລັດ​ຖະ​ບານ ​ທີ່​ຜູ້ພິພາກສາ ເຫັນວ່າ "ບໍ່​ສົມ​ເຫດ​ສົມ​ຜົນ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG