ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປິດຫ້ອງການຂ່າວ ອັລ ຈາຊີຣາ ຂອງອິສຣາແອລ ລໍຖ້າ ການອະນຸມັດຂອງລັດຖະມົນຕີປ້ອງກັນຊາດ


ແຟ້ມພາບ - ພະນັກງານໃນຫ້ອງການຂອງເຄືອຄ່າຍ ອັລ ຈາຊີຣາ ໃນກາຕາ ໃນນະຄອນຫຼວງເຈຣູຊາແລັມ, ອິສຣາແອລ ໃນວັນທີ 7 ສິງຫາ 2017. ລັດຖະມົນຕີກະຊວງໂທລະຄົມມະນາຄົມຂອງອິສຣາແອລ ໄດ້ກ່າວວ່າ ການຕັດສິນໃຈປິດຫ້ອງການຂ່າວທ້ອງຖິ່ນ ອັລ ຈາຊີຣາ ກຳລັງລໍຖ້າການອະນຸມັດຈາກລັດຖະມົນຕີປ້ອງກັນປະເທດ.
ແຟ້ມພາບ - ພະນັກງານໃນຫ້ອງການຂອງເຄືອຄ່າຍ ອັລ ຈາຊີຣາ ໃນກາຕາ ໃນນະຄອນຫຼວງເຈຣູຊາແລັມ, ອິສຣາແອລ ໃນວັນທີ 7 ສິງຫາ 2017. ລັດຖະມົນຕີກະຊວງໂທລະຄົມມະນາຄົມຂອງອິສຣາແອລ ໄດ້ກ່າວວ່າ ການຕັດສິນໃຈປິດຫ້ອງການຂ່າວທ້ອງຖິ່ນ ອັລ ຈາຊີຣາ ກຳລັງລໍຖ້າການອະນຸມັດຈາກລັດຖະມົນຕີປ້ອງກັນປະເທດ.

ລັດ​ຖະ​ມົນ​ຕີ​ການກະຊວງໂທລະຄົມມະນາຄົມ​ຂອງ​ອິ​ສ​ຣາ​ແອ​ລ ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ປິດ​ຫ້ອງ​ການ​ຂ່າວ​ທ້ອງ​ຖິ່ນ ອັລ ຈາຊີຣາ (Al Jazeera) ​ແມ່ນກຳ ລັງ​ລໍ​ຖ້າ​ການ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ປະ​ເທດ​ຢູ່.

"ບັນຫານີ້ ແມ່ນຢູ່ກັບລັດຖະມົນຕີປ້ອງກັນປະເທດແລ້ວ, ຫຼັງຈາກການອະນຸມັດ ຂອງທ່ານ, ເຊິ່ງພວກເຮົາຍັງບໍ່ທັນໄດ້ຮັບ, ຄໍາຮ້ອງຂໍຈະຖືກນໍາໄປຫາຫ້ອງວ່າ ການກະຊວງຄວາມໝັ້ນຄົງ ສຳ​ລັບ​ການອະນຸມັດ," ລັດຖະມົນຕີກະຊວງໂທລະຄົມມະນາຄົມ ທ່ານ ຊໂລໂມ ຄາຮີ (Shlomo Karhi) ກ່າວ, ອີງຕາມ ການລາຍງານຂອງໜັງ​ສື​ພິມ​ອອນ​ໄລ​ນ໌ Times of Israel.

ກ່ອນ​ໜ້າ​ນີ້ ທ່ານຄາຮີ (Karhi) ​ໄດ້​ເອີ້ນຫ້ອງການຂ່າວ ອັລ ຈາຊີຣາ (Al Jazeera) ວ່າ “ເປັນ​ກະບອກສຽງ​ໂຄສະນາ​ຊວນເຊື່ອ” ຂອງ​ກຸ່ມ​ຫົວ​ຮຸນ​ແຮງຮາມາສ ທີ່​ໄດ້​ບຸກໂຈມຕີ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອລ ເມື່ອ​ວັນ​ທີ 7 ຕຸລາ​ ທີ່​ຜ່ານ​ມາ ​ແລະ​ໄດ້​ສັງຫານ​ຫຼາຍ​ກວ່າ 1,400 ຄົນ.

ທ່ານຄາຮີ (Karhi) ຍັງ​ໄດ້​ກ່າວ​ຫາ ຫ້ອງການຂ່າວ ອັລ ຈາຊີຣາ (Al Jazeera) ວ່າໄດ້ເປີດເຜີຍ​ທະຫານ​ອິສຣາ​ແອ​ລ ຕໍ່​ຄວາມ​ເປັນ​ໄປ​ໄດ້​ຂອງ​ການຖືກໂຈມ​ຕີຈາກ​ເຂດກາຊາ ​ໂດຍ​ໄດ້ບອກກັບສະຖານີ​ວິທະຍຸ​ກອງທັບ​ອິສຣາ​ແອ​ລວ່າ “ນີ້​ແມ່ນ​ສະ​ຖາ​ນີທີ່​ປຸກລະດົມ, ນີ້​ແມ່ນ​ສະຖານີ​ທີ່​ຖ່າຍ​ວີດີໂອກອງ​ທະຫານ​ ​ໃນ​ເຂດ​ໂຮມ​ຊຸມນຸມ​ທີ່ຢູ່​ນອກ​ເຂດ ກາຊາ... ທີ່ປຸກລະດົມການຕໍ່ຕ້ານພົນລະ ເມືອງຂອງອິສຣາແອລ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG