ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ນາ​ຍົກ ອິ​ສ​ຣາ​ແອ​ລ ທ່ານ​ ເນ​ຕັນ​ຢາ​ຮູ ມີ​ແຜນຍຶດ​ເອົາ ທີ່​ຕັ້ງ​ຖິ່ນ​ຖານ ​ໃນ​ເຂດເວັ​ສ​ແບັງ


ປ. ອິ​ສ​ຣາ​ແອ​ລ ເບັນ​ຈາ​ມີນ ເນ​ຕັນ​ຢາ​ຮູ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ທີ່ ນະ​ຄອນ​ເຈ​ລູ​ຊາ​ແລມ ມັນ​ທີ 1 ເມ​ສາ 2019.
ປ. ອິ​ສ​ຣາ​ແອ​ລ ເບັນ​ຈາ​ມີນ ເນ​ຕັນ​ຢາ​ຮູ ກ່າວ​ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ​ທີ່ ນະ​ຄອນ​ເຈ​ລູ​ຊາ​ແລມ ມັນ​ທີ 1 ເມ​ສາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອິ​ສ​ຣາ​ແອ​ລ ທ່ານ ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້ກ່າວ​ໃນ​ວັນ​ເສົາ​ວານ​
ນີ້​ວ່າ ທ່ານ​ຈະ​ຍຶດບ່ອນຕັ້ງ​ຖິ່ນ​ຖານ​ ອິ​ສ​ຣາ​ແອ​ລ​ ຢູ່​ເຂດ​ຄອບ​ຄອງ ແຄມ​ຝັ່ງ​ຕາ​ເວັນຕົກ
ຂອງ​ແມ່​ນໍ້າຈໍ​ແດນ (West Bank) ​ຖ້​າ​ຫາກ​ທ່ານໄດ້​ຊະ​ນະ​ການ​ເລືອ​ຕັ້ງ​ອີ​ກ​ສະ​ໄໝ​ນຶ່ງ
ເປັນສັນຍານາ​ທີ​ສຸດທ້າຍ​ກ່ອນ​ການເລືອກ​ຕັ້ງ ທີ່​ເບິ່ງ​ຄື​ວ່າ​ຈະ​ຍຸ​ແຍ່ຊາວ ​ປາ​ແລັ​ສໄຕ​ນ໌
ແລະ ໂລກ​ອາ​ຣັບ.

ຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບໂທ​ລະ​ພາບຊ່ອງ 12 ຂອງ​ອິ​ສ​ຣາ​ແອ​ລ ​ສາມ​ມື້ກ່ອນ​ໜ້າ​ການ
ລົງ​ຄະ​ແນນ​ສຽງ​ຂອງ ວັນ​ທີ 9 ເມ​ສານັ້ນ, ທ່ານ​ ເນ​ຕັນ​ຢາ​ຮູ ຖືກ​ຖາມ​ວ່າ​ເປັນ​ຫຍັງ​ທ່ານ
​ຍັງ​ບໍ່ຂະ​ຫຍາຍ​ ອຳ​ນາດອ​ະ​ທິ​ປະໄຕ ອອກ​ໄປ​ຫາ​ບ່ອນ​ຕັ້ງ​ຖິ່ນ​ຖານ​ໃນ​ເຂດແຄມ​ຝັ່ງ​ຕາ
ເວັນຕົກຂອງແມ່ນໍ້າຈໍແດນ ຄືກັບທີ່ ອິສຣາແອລ ໄດ້ເຮັດໂດຍປາສະຈາກການຮັບຮູ້
ຈາກ​ສາ​ກົນ ໃນ​ພາກ​ຕາ​ເວັນ​ອອກ​ຂອງນະ​ຄອ​ນ ເຈ​ຣູ​ຂາ​ແລັມ​ ແລະ ພູ​ພຽງ ​ໂກ​ລານ ​
ໄຮທ໌, ຊຶ່ງ​ທັງ​ສອງບ່ອນ​ຖືກຍຶດ​ໄດ້ຢູ່​ໃນ​ສົງ​ຄາມຕາ​ເວັນ​ອອກ​ກາງໃນ​ປີ 1​967.

ທ່ານ ​ເນ​ຕັນ​ຢາ​ຮູ ກ່າວ​ວ່າ “ແມ່ນ​ໃຜ​ເວົ້າ​ວ່າ​ພວກ​ເຮົາ​ຈະ​ບໍ່​ເຮັດ? ພວກ​ເຮົາ​ກຳ​ລັງເຮັດ
ຢູ່ ແລະ ​ພວກ​ເຮົາ​ກຳ​ລັງ​ປຶກ​ສາ​ກ່ຽວ​ກັບ​ມັນ​ຢູ່”

ພວກຜູ້​ຊາຍກຳ​ລັງ​ກໍ່​ສ້າງ​ເຮືອນ ຢູ່ບ່ອນ​ຕັ້ງ​ຖິ່ນ​ຖານຢູ່​ເຂດ​ຄອບ​ຄອງ ແຄມ​ຝັ່ງ​ຕາ​ເວັນຕົກ ເຂດ​ແມ່​ນ້ຳ​ຈໍ​ແດນ ​ວັນ​ທີ 1 ເມ​ສາ 2019.
ພວກຜູ້​ຊາຍກຳ​ລັງ​ກໍ່​ສ້າງ​ເຮືອນ ຢູ່ບ່ອນ​ຕັ້ງ​ຖິ່ນ​ຖານຢູ່​ເຂດ​ຄອບ​ຄອງ ແຄມ​ຝັ່ງ​ຕາ​ເວັນຕົກ ເຂດ​ແມ່​ນ້ຳ​ຈໍ​ແດນ ​ວັນ​ທີ 1 ເມ​ສາ 2019.

ທ່ານ ກ່າວ​ວ່າ “ເຈົ້າກຳ​ລັງ​ຖາມ​ວ່າ ​ພວກ​ເຮົາ​ຈະ​ຍ້າຍ​ໄປ​ຂັ້ນຕໍ່​ໄປບໍ່ ຄຳ​ຕອບ​ກໍ​ຄື ແມ່ນ
​ແລ້ວ, ພວກ​ເຮົາ​ຈະຍ້າຍໄປ​ຂັ້ນຕໍ່​ໄປ. ຂ້າ​ພະ​ເຈົ້າ​ຈະ​ຂະ​ຫຍາຍອຳ​ນາດ​ອະ​ທິປະ​ໄຕຂອງ
ອິ​ສ​ຣາ​ແອ​ລ ແລະ​ ຂ້າ​ພະ​ເຈົ້າ​ຈະ​ບໍ່​ແຍກ​ລະ​ຫວ່າງ ​ກຸ່ມ​ບ່ອນ​ຕັ້ງ​ຖິ່ນ​ຖານ ແລະ​ ​ທີ່ຕັ້ງ​ຖິ່ນ​
ຖານ​ທີ່​ຢູ່ຫ່າງ​ໄກ​ສອກ​ຫລີກ.”

ທ່ານ​ ເນ​ຕັນ​ຢາ​ຮູ ​ໄດ້​ແຂ່ງ​ຂັນ​ໃນ​ການ​ລົງ​ຄະ​ແນນ​ສ​ຽງ ກັບ​ພາກ​ຂວາ​ຈັດ​ນ້ອຍ​ທັງຫຼາຍ
ຜູ້​ທີ່​ສະ​ໜັບ​ສະ​ໜູນ​ການ​ເຂົ້າ​ຍຶດ​ຄອງ. ຄຳເຫັນຂອງ​ທ່ານເບິ່ງ​ຄື​ວ່າ​ຈະ ເປັນ​ຕາ​ດືງ​ດູດ
ໃຈ​ໃຫ້​ແກ່​ບັນ​ດາ​ຜູ້​ປ່ອນ​ບັດ​ຫົວ​ຈັດ​ທັງຫຼາ, ຜູ້​ມີບໍ່​ຍອມ​ຍົກ​ດິນ​ແດນ​ໃຫ້​ຊາ​ວ​ ປາ​ແລ​ັສ​
ໄຕນ໌.

ອ່ານ​ຂາວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG