ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຕອບໂຕ້ ຕໍ່ການ ຍິງຈະຫຼວດ ໂຈມຕີ ຈາກ ເລບານອນ (ວີດີໂອ)


ຜູ້ຊາຍເລບານອນຄົນນຶ່ງ ຊີ້ມືໄປໃສ່ທີ່ໝັ້ນຂອງເລບານອນ
ຜູ້ຊາຍເລບານອນຄົນນຶ່ງ ຊີ້ມືໄປໃສ່ທີ່ໝັ້ນຂອງເລບານອນ
ກອງທັບ​ອາ​ກາດອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ຖີ້ມລະ​ເບີດ​ໃສ່
​ທີ່​ໝັ້ນຂອງ​ພວກຫົວ​ຮຸນແຮງ​ແຫ່ງ​ນຶ່ງໃນ​ເລ​ບາ​ນອນເພື່ອ​ເປັນ
ການ​ຕອບ​ໂຕ້ ​ຕໍ່​ການ​ຍິງ​ຈະ​ຫລວດ 4 ລູກ ໂຈມ​ຕີ​ເປົ້າໝາຍ
ຫລາຍໆ​ແຫ່ງ ​ໃນອິສຣາ​ແອ​ລ ​ໃນ​ວັນ​ພະຫັດ​ວານ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ອິສຣາແອ​ລກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ການ​ໂຈມ​
ຕີ​ທາງ​ອາກາດດັ່ງກ່າວ ​ແມ່ນ​ໄດ້​ແນ​ໃສ່​ເປົ້າ​ໝາຍ​ແຫ່ງ​ນຶ່ງ ທີ່​ຕັ້ງ
ຢູ່​ລະຫວ່າງກຸງ Beirut ​ແລະ​ເມືອງ Sidon ​ໃກ້​ກັບ​ເຂດ​ເທດສະ
ບານ Naameh.

ກຸ່ມ​ຫົວ​ຮຸນ​ແຮງປາ​ແລ​ສຕາຍ ທີ່​ມີ​ຊື່ວ່າ ​ແນວ​ໂຮມປະຊາຊົນ
​ເພື່ອ​ປົດ​ປ່ອຍປາ​ແລສຕາຍ ​ໃຫ້ການ​ຢືນຢັນ​ວ່າ ອິສຣາ​ແອ​ລ
​ໄດ້​ຍິງ​ລູກ​ຈະ​ຫລວດ​ໃສ່​ຄ້າຍ​ຂອງ​ຕົນ​ແຫ່ງ​ນຶ່ງຢູ່​ທາງ​ໃຕ້​ຂອງ
ນະຄອນຫຼວງ Beirut ​ແຕ່​ກ່າວ​ວ່າ ບໍ່​ໄດ້ເຮັດ​ໃຫ້​ມີຜູ້​ໃດ​ໄດ້​
ຮັບ​ບາດ​ເຈັບຫລືສ້າງ​ຄວາມ​ເສຍ​ຫາຍທີ່​ສໍາ​ຄັນ​ໃດໆ.

​ໃນ​ວັນ​ພະຫັດວານ​ນີ້ ອິສຣາ​ແອ​ລກ່າວ​ວ່າ ລູກ​ຈະ​ຫລວດ​ສອງ​ລູກ ທີ່​ຍິງ​ມາ​ຈາກ​ພາກ​ໃຕ້​ຂອງ Lebanon ​ໄດ້​ຕົກລົງ​ໃສ່ເຂດ ​ທີ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ຢ່າງໜາ​ແໜ້ນ​ໃນ ພາກ​ເໜືອ​ຂອງອິສຣາ​ແອ​ລ ​ແລະ​ຈະ​ຫລວດ​ລູກ​ນຶ່ງ​ ໄດ້​ຖືກ​ຍິງ​ທຳລາຍ ​ໂດຍ​ລະ​ ບົບ​ປ້ອງ​ກັນລູກ​ສອນ​ໄຟ ທີ່​ເອີ້ນວ່າ Iron Dome ຂອງອິສຣາ​ແອ​ລ. ໂຄສົກ ກອງທັບ​ຄົນ​ນຶ່ງ​ກ່າວ​ວ່າ ການ​ໂຈມ​ຕີນີ້​ເປັນເຫດ​ຮ້າຍ​ທີ່​ບໍ່​ຄ່ອຍ​ເກີດ​ຂື້ນ. ບໍ່​ມີ​ລາຍ​ງານ​ກ່ຽວ​ກັບການບາດ​ເຈັບ
ລົ້ມຕາຍ.

ພາກ​ໃຕ້​ຂອງ Lebanon ​ເປັນ​ທີ່ໝັ້ນ​ອັນ​ເຂັ້ມ​ແຂງຂອງກຸ່ມ​ຫົວ​ຮຸນ​ແຮງອິສລາມ Hezbollah ທີ່​ໄດ້​ເຮັດສົງຄາມ​ກັບອິສຣາ​ແອ​ລ​ ໃນ​ປີ 2006. ​ແຕ່​ອິສຣາ​ແອ​ລ​ໄດ້​ຖິ້ມ​ໂທດ​ການ​ໂຈມ​ຕີ​ໃນ​ຄັ້ງນີ້ ​ໃສ່ກຸ່ມ​ກໍ່​ການ​ຮ້າຍ ຈີ​ຮາດ​ຂອງ​ໂລກ.

Israel: 4 Rockets Fired From Lebanon
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG