ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ລາຍງານວ່າ ມີທະຫານ 24 ຄົນ ຖືກສັງຫານໃນເຂດກາຊາ ພາຍໃນມື້ດຽວ


ພາບທີ່ໄດ້ຮັບການສະໜອງ ແລະເຜີຍແຜ່ໂດຍກອງທັບອິສຣາແອລ ໃນວັນທີ 22 ມັງກອນ 2024, ສະແດງໃຫ້ເຫັນການດໍາເນີນງານຂອງກອງທັບອິສຣາແອລໃນແຫຼມກາຊາ. (Photo by Israeli Army/AFP)
ພາບທີ່ໄດ້ຮັບການສະໜອງ ແລະເຜີຍແຜ່ໂດຍກອງທັບອິສຣາແອລ ໃນວັນທີ 22 ມັງກອນ 2024, ສະແດງໃຫ້ເຫັນການດໍາເນີນງານຂອງກອງທັບອິສຣາແອລໃນແຫຼມກາຊາ. (Photo by Israeli Army/AFP)

ອິສຣາແອລ, ລາຍງານໃນວັນອັງຄານວານນີ້ວ່າ ທະຫານຂອງຕົນ 24 ຄົນ​ໄດ້ ຖືກສັງຫານຢູ່ໃນແຫຼມກາຊາ, ເຊິ່ງເປັນເວລາມື້ນຶ່ງທີ່ຮ້າຍແຮງທີ່ສຸດສໍາລັບກອງກຳລັງຂອງ ອິສຣາແອລ ນັບ​ຕັ້ງ​ແຕ່​ເ​ລີ້ມການ​ປະຕິບັດງານ ​ເພື່ອ​ກຳຈັດ​ກຸ່ມ​ຫົວ​ຮຸນ​ແຮງຮາມາສ ເປັນຕົ້ນມາ.

ພົນ​ເຮືອ​ຕີ ແດ​ນຽ​ລ ຮາ​ກາ​ຣີ (Daniel Hagari) ໂຄ​ສົກ​ຂອງກອງ​ທັບ​ອິ​ສ​ຣາ​ແອ​ລກ່າວຕໍ່ບັນດານັກຂ່າວວ່າ ທະຫານ 21 ຄົນ ກໍາລັງກະກຽມທີ່ຈະທໍາລາຍອາຄານສອງຫລັງດ້ວຍລະເບີດໃນວັນຈັນແລ້ວນີ້ ໃນເວລາທີ່ພວກຫົວຮຸນແຮງຍິງຈະຫຼວດມາໃສ່ລົດຖັງທີ່ຢູ່ໃກ້ໆ ແລະດິນລະເບີດ​ທີ່​ຢູ່​ໃນຕຶກອາຄານດັ່ງກ່າວ ​ກໍ​ໄດ້​ແຕກ​ຂຶ້ນ ສົ່ງຜົນເຮັດໃຫ້ໂຄງສ້າງຂອງອາຄານພັງລົງມາໃສ່ພວກທະຫານ. ສ່ວນທະຫານ​ອິສຣາ​ແອ​ລອີກ 3 ຄົນ​ ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີໃນອີກແຫ່ງນຶ່ງ.

ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກ່າວວ່າ ກອງທັບໄດ້ເປີດ “ການສືບສວນກ່ຽວກັບເຫດການທີ່ໂສກເສົ້າດັ່ງກ່າວນີ້ຢູ່.”

ທ່ານເນຕັນຢາຮູ ກ່າວວ່າ "ມື້ວານນີ້ ເປັນມື້ທີ່ພວກເຮົາໄດ້ຮັບປະສົບການທີ່ຫຍຸ້ງຍາກທີ່ສຸດນັບຕັ້ງແຕ່ສົງຄາມໄດ້ລະເບີດຂຶ້ນ. ໃນນາມຂອງວິລະຊົນຂອງພວກເຮົາ, ເພື່ອປະໂຫຍດແກ່ຊີວິດຂອງພວກເຮົາ, ພວກເຮົາຈະບໍ່ຢຸດຕໍ່ສູ້ຈົນ
ກ່ວາຈະໄດ້ຮັບໄຊຊະນະຢ່າງແທ້ຈິງ."

ຊາວປາແລັສໄຕນ໌ ທີ່ພາກັນໜີອອກຈາກເມືອງຄານຢູນິສ ເນື່ອງຈາກການໂຈມຕີທາງພາກພື້ນດິນ ແລະອາກາດຂອງອິສຣາແອລໃສ່ແຫຼມກາຊາ ໄດ້ເດີນທາງມາເຖິງເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງເຂດກາຊາ, ວັນທີ 22 ມັງກອນ 2024.
ຊາວປາແລັສໄຕນ໌ ທີ່ພາກັນໜີອອກຈາກເມືອງຄານຢູນິສ ເນື່ອງຈາກການໂຈມຕີທາງພາກພື້ນດິນ ແລະອາກາດຂອງອິສຣາແອລໃສ່ແຫຼມກາຊາ ໄດ້ເດີນທາງມາເຖິງເມືອງຣາຟາ ທີ່ຕັ້ງຢູ່ທາງພາກໃຕ້ຂອງເຂດກາຊາ, ວັນທີ 22 ມັງກອນ 2024.

ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລ ທ່ານໂຢອາບ ກາລລັນ (Yoav Gallant) ໄດ້ຂຽນລົງໃນສື່ສັງຄົມ X ໃນຕອນເຊົ້າຂອງວັນອັງຄານວານນີ້ວ່າ ມັນເປັນ “ຕອນເຊົ້າທີ່ຫຍຸ້ງຍາກ ແລະເຈັບປວດຫຼາຍ.”

ທ່ານກ່າວວ່າ "ສົງຄາມດັ່ງກ່າວນີ້ ຈະກຳນົດອະນາຄົດຂອງອິສຣາແອລໃນອີກຫຼາຍທົດສະວັດຕໍ່ໜ້າ, ແລະການສູນເສຍທະຫານ ແມ່ນສິ່ງທີ່ຕ້ອງການເພື່ອໃຫ້ບັນລຸເປົ້າໝາຍຂອງສົງຄາມ."

ໃນຂະນະດຽວກັນ, ຢູ່ວໍຊິງຕັນ, ທຳນຽບຂາວໄດ້ປະກາດວ່າ ທ່ານເບຣັດທ໌ ເມັກເກີກ (Brett McGurk), ທີ່ປຶກສາຂອງປະທານາທິບໍດີ ໂຈ ໄບເດັນ ຮັບ​ຜິດ​ຊອບ​ກ່ຽວ​ກັບພາກຕາເວັນອອກກາງ, ​ໄດ້​ເດີນ​ທາງ​ໄປ ອີຈິບ ແລະຈະໄປຢ້ຽມ ຢາມປະເທດຕ່າງໆ ເພື່ອປຶກສາຫາລືກ່ຽວກັບ "ຄວາມເປັນໄປໄດ້ສໍາລັບຂໍ້ຕົກ ລົງອື່ນໆກ່ຽວກັບໂຕປະກັນ, ເຊິ່ງອາດຈະຮຽກຮ້ອງໃຫ້ມີການຍຸຕິຊົ່ວຄາວທາງດ້ານມະນຸດສະທໍາ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG