ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ລາຍງານວ່າ ທະຫານ 24 ຄົນ ໄດ້ຖືກສັງຫານ ໃນເຂດກາຊາ ພາຍໃນມື້ດຽວ


ຮູບພາບຈາກເອກະສານສຳລັບແຈກຢາຍທີ່ເຜີຍແຜ່ໂດຍກອງທັບອິສຣາແອລ ໃນວັນທີ 22 ມັງກອນ 2024 ສະແດງໃຫ້ເຫັນທະຫານອິສຣາແອລ ກຳລັງປະຕິບັດການໃນເຂດກາຊາ. (ຮູບພາບຈາກກອງທັບອິສຣາແອລ / ອົງການຂ່າວ AFP)
ຮູບພາບຈາກເອກະສານສຳລັບແຈກຢາຍທີ່ເຜີຍແຜ່ໂດຍກອງທັບອິສຣາແອລ ໃນວັນທີ 22 ມັງກອນ 2024 ສະແດງໃຫ້ເຫັນທະຫານອິສຣາແອລ ກຳລັງປະຕິບັດການໃນເຂດກາຊາ. (ຮູບພາບຈາກກອງທັບອິສຣາແອລ / ອົງການຂ່າວ AFP)

ອິສຣາແອລ ໃນວັນອັງຄານນີ້ ໄດ້ລາຍງານການເສຍຊີວິດ ຂອງທະຫານ 24 ຄົນຂອງຕົນ ຢູ່ໃນເຂດກາຊາ ຊຶ່ງເປັນມື້ທີ່ຮ້າຍແຮງທີ່ສຸດ ສໍາລັບກອງທັບອິສຣາແອລ ນັບຕັ້ງແຕ່ໄດ້ເລີ້ມການບຸກໂຈມຕີ ເພື່ອກໍາຈັດກຸ່ມຫົວຮຸນແຮງ ຮາມາສ.

ໂຄສົກຂອງກອງທັບອິສຣາແອລ ພົນຕີ ແດນນີລ ຮາກາຣີ (Daniel Hagari) ກ່າວຕໍ່ພວກນັກຂ່າວວ່າ ທະຫານ 21 ຄົນ ກຳລັງກະກຽມທີ່ຈະທັບມ້າງຕຶກອາ ຄານສອງຫຼັງດ້ວຍລະເບີດ ຕອນທີ່ພວກຫົວຮຸນແຮງ ໄດ້ຍິງຈະຫຼວດໃສ່ລົດຖັງທີ່ຢູ່ໃກ້ໆ ແລະລະເບີດຢູ່ໃນຕຶກອາຄານເຫລົ່ານັ້ນ ກໍໄດ້ລະເບີດຂຶ້ນ ເຮັດໃຫ້ໂຄງສ້າງຂອງອາຄານພັງລົງມາໃສ່ບັນດາທະຫານຂອງອິສຣາແອລ. ທະຫານ ອິສຣາແອລອີກສາມຄົນ ໄດ້ເສຍຊີວິດໃນການໂຈມຕີ ທີ່​ມີ​ຂຶ້ນ​ອີກຕ່າງຫາກ.

ລັດຖະມົນຕີປ້ອງກັນປະເທດອິສຣາແອລ ທ່ານ ໂຢບ ກາລລັນ (Yoav Gallant) ຂຽນໃນຕອນເຊົ້າວັນອັງຄານ ຢູ່ໃນສື່ສັງຄົມ X ທີ່ໃນເມື່ອກ່ອນເອີ້ນວ່າ ທວິທເຕີ ວ່າ ມັນເປັນ "ຕອນເຊົ້າທີ່ຫຍຸ້ງຍາກ ແລະເຈັບປວດ."

"ສົງຄາມຄັ້ງນີ້ ຈະກຳນົດອະນາຄົດຂອງອິສຣາແອລໃນອີກຫຼາຍທົດສະວັດທີ່ຈະມາເຖິງ, ແລະການສູນເສຍທະຫານ ແມ່ນສິ່ງຈຳເປັນ ເພື່ອໃຫ້ບັນລຸເປົ້າໝາຍ ຂອງສົງຄາມ," ທ່ານ ກາລລັນ ກ່າວ.

ກອງກຳລັງອິສຣາແອລໄດ້ທຳການໂຈມຕີດ້ວຍລະເບີດທີ່ຮຸນແຮງ ຢູ່ໃນພາກໃຕ້ຂອງເຂດກາຊາ, ໃນຂະນະທີ່ເຈົ້າໜ້າ ທີ່ສາທາລະນະສຸກ ໄດ້ກ່າວຫາວ່າອິສຣາແອລ ໂຈມຕີສະຖານທີ່ສາທາລະນະສຸກ.

ສະພາກາແດງຂອງປາແລັສໄຕນ໌ ກ່າວວ່າການຍິງຂອງອິສຣາແອລ ໄດ້ໂຈມຕີສໍານັກງານໃຫຍ່ຂອງກຸ່ມ ຢູ່ໃນເມືອງ ຄານ ຢູນິສ (Khan Younis), "ຄຽງຄູ່ກັບການຍິງປືນຢ່າງຮຸນແຮງ ຈາກເຮືອບິນບໍ່ມີຄົນຂັບຂອງອິສຣາແອລ ສົ່ງຜົນໃຫ້ມີການບາດເຈັບ ໃນບັນດາຜູ້ອົບພະຍົບພາຍໃນປະເທດ ທີ່ຊອກຫາຄວາມປອດໄພຢູ່ໃນສະຖານທີ່ຂອງພວກເຮົາ."

ອົງການຂ່າວຣອຍເຕີສ໌ ລາຍງານວ່າ ໂຄສົກກະຊວງສາທາລະນະສຸກຂອງເຂດກາຊາ ທ່ານ ອັຊຣາຟ ອັລ-ຄີດຣາ (Ashraf al Qidra) ກ່າວຕໍ່ອົງການຂ່າວວ່າ ກອງທັບອິສຣາແອລ ໄດ້ບຸກໂຈມຕີໂຮງໝໍແຫ່ງນຶ່ງ ແລະໄດ້ຈັບພະນັກງານແພດໝໍ ໃນເມືອງ ຄານ ຢູນິສ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG