ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາ​ແອ​ລ ເພິ່ງ​ພາ ລະບົບຕໍ່ຕ້ານ ລູກ​ສອນ​ໄຟ Iron Dome ​ເພື່ອ​ປົກ​ປ້ອງ ປະຊາ​ຊົນ


​ລະ​ບົບ​ຕໍ່​ຕ້ານລູກສອນໄຟ Iron Dome ຍິງລູກສອນໄຟ ລູກນຶ່ງ ເພື່ອສະກັດກັ້ນຈະຫຼວດ ຢູ່ເມືອງ Ashdod ໃນ​ພາກ​ໃຕ້ ອິສຣາແອລ.
​ລະ​ບົບ​ຕໍ່​ຕ້ານລູກສອນໄຟ Iron Dome ຍິງລູກສອນໄຟ ລູກນຶ່ງ ເພື່ອສະກັດກັ້ນຈະຫຼວດ ຢູ່ເມືອງ Ashdod ໃນ​ພາກ​ໃຕ້ ອິສຣາແອລ.

ໃນ​ຂະນະ​ທີ່​ເຮືອບິນ​ລົບຂອງອິສຣາ​ແອ​ລ ຍັງ​ສືບ​ຕໍ່ປ​ະຕິ​ບັດ
​ການໂຈມ​ຕີ​ທາງ​ອາກາດ​ ​ໃນ​ເຂ​ດ Gaza Strip ນັ້ນ ອິສຣາ​ແອ​ລ
​ແມ່ນເພິ່ງ​ພາ ລະບົບຕໍ່ຕ້ານລູກ​ສອນ​ໄຟ​ທີ່ເອີ້ນວ່າ Iron Dome ​
ເພື່ອ​ປົກ​ປ້ອງປະຊາ​ຊົນຂອງ​ຕົນຈາກການຍິງຈະຫຼວດໂຈມຕີ
ຂອງ​ກຸ່ມຮົວຮຸນ​ແຮງ Hamas.

ຕັ້ງ​ແຕ່​ເລີ້ມປະຕິ​ບັດ​ການໃນອາທິດແລ້ວນີ້ ເພື່ອ​ຍຸດຕິການ​ໂຈມ​ຕີ
​ດ້ວຍ​ຈະ​ຫລວດນັ້ນ ​ກອງທັບ​ອິສຣາ​ແອ​ລກ່າວ​ວ່າ Iron Dome ​
ໄດ້​ຍິງ​ຈະ​ຫລວດ​ ປະມານ 200 ລູກຕົກ ຈາກ​ຈຳນວນ​ທັງ​ໝົດຫຼາຍ
ກວ່າ 1,000 ລູກ ​ທີ່​ໄດ້ຍິງເຂົ້າມາ​ຈາກເຂດ Gaza.

ລະບົບ​ Iron Dome ດັ່ງກ່າວ ໄດ້ອອກ​ແບບ ເພື່ອສະກັດກັ້ນ​ລູກ​ຈະ​ຫລວດ​ທີ່​ແນ​ໃສ່
​ບໍລິ​ເວນ ​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່ຢ່າງໜາ​ແໜ້ນ​ໃນ​ຂະນະ​ທີ່​ບໍ່ໃຫ້ຄວາມສຳຄັນ ຕໍ່ພວກ
ລູກ​ຈະ​ຫລວດ ທີ່​ແນ​ໄປ​ໃສ່​ເຂດນອກ​ ທີ່​ບໍ່​ມີ​ຄົນ​ອາ​ໄສ​ຢູ່​ ຄືທົ່ງ ຫຼື ​ເດີ່ນ​ເປົ່າ​ວ່າງນັ້ນ.

ລະບົບດັ່ງກ່າວ ໃຊ້​ເຣດ້າ​ ເພື່ອ​ຈັບ​ເອົາ​ສັນຍາ​ນ​ ໃນ​ເວລາ​ມີການຍິງຈະ​ຫຼວດ​ ​ໂປ​ແກມ ຫຼື
software ຂອງ​ມັນຈະ​ຄຳນວນ​ບ່ອນທີ່ມີທ່າທາງວ່າ ຈະເປັນເປົ້າ​ໝາຍ​ ຂອງຈະ​ຫລວດ
​ແລະ​ລູກ​ສອນໄຟ​ ຊຶ່ງ​ມີ​ລາຄາຫຼາຍ ໝື່ນ​ດອນ​ລາ​ຕໍ່​ລູກ ຈະຖືກຍິງຂຶ້ນໄປ​ໃສ່​ເສັ້ນທາງ
ທີ່ເປັນ​ຈຸດໝາຍຂອງ​ຈະ​ຫລວດ ​ແລ້ວ​ກໍ​ຈະ​ທຳລາຍ​ມັນ.

ລະບົບ​ລູກ​ສອນ​ໄຟ​ດັ່ງກ່າວ ​ແມ່ນ​ໄດ້​ພັດທະນາ​ຂຶ້ນ​ໂດຍ​ບໍລິສັດ​ປ້ອງ​ກັນ​ປະ​ເທດ ລັດ​
ວິ​ສາ​ຫະກິດ Rafael ພ້ອມ​ກັບ​ຄວາມ​ຊ່ອຍ​ເຫຼືອຈາກ 2 ບໍລິສັດ​ອື່ນ​ອີກ. ສະຫະລັດ​ໄດ້
​ສະໜອງ​ທຶນ​ຫຼາຍຮ້ອຍ​ລ້ານ​ດອນ​ລາ ໃຫ້​ແກ່ອິສຣາ​ແອ​ລ ສຳ​ຫລັບ​ການ​ພັດທະນາ​ລະບົບ Iron Dome ນີ້ ຕັ້ງ​ແຕ່ໄດ້​ເລີ້ມ​ນຳໃຊ້​ລະບົບ​ດັ່ງກ່າວ ​ໃນ​ປີ 2011.

XS
SM
MD
LG