Iອິສຣາແອລ ປ່ອຍເງິນລາຍໄດ້ພາສີຫຼາຍຮ້ອຍລ້ານໂດລາ
ຂອງປາແລສໄຕນ໌ ທີ່ຕົນໄດ້ກັກເອົາໄວ້ ບໍ່ໃຫ້ຝ່າຍປາແລສ
ໄຕນ໌ ເພື່ອເປັນການລົງໂທດທີ່ພວກເຂົາເຈົ້າໄດ້ເຂົ້າຮ່ວມຢູ່
ໃນສານອາຍານາໆຊາດ.
ນາຍົກລັດຖະມົນຕີ Benjamin Netanyahu ໄດ້ອອກຖະ
ແຫລງການໃນວັນສຸກວານນີ້ ໂດຍກ່າວວ່າ “ເນື່ອງຈາກສະ
ພາບການໃນພາກຕາເວັນອອກກາງທີ່ ພວມຊຸດໂຊມລົງ ຜູ້
ໃດຜູ້ນຶ່ງຈະຕ້ອງໄດ້ດຳເນີນການແບບມີຄວາມຮັບຜິດຊອບ.”
ຫ້ອງການຂອງທ່ານຍັງກ່າວອ້າງວ່າ ມີຄວາມເປັນຫ່ວງດ້ານ
ມະນຸດສະທຳ.
ອິສຣາແອລ ໄດ້ປະຕິເສດບໍ່ຍອໂອນເງິນດັ່ງກ່າວໃຫ້ ມາຕັ້ງແຕ່ເດືອນມັງກອນ ເວລາ
ອຳນາດການປົກຄອງປາແລສໄຕນ໌ ປະກາດແຜນທີ່ຈະເຂົ້າຮ່ວມຢູ່ໃນສານນາໆຊາດ
ບ່ອນທີ່ເຂົາເຈົ້າຈະທຳການຟ້ອງຮ້ອງ ໃນຂໍ້ຫາກໍ່ອາຊະຍາກຳສົງຄາມ ຕໍ່ອິສຣາແອລ.
ອິສຣາແອລ ເກັບພາສີສີນຄ້າ ທີ່ສົ່ງຜ່ານທ່າເຮືອຂອງຕົນ ເພື່ອສົ່ງຕໍ່ໄປສູ່ດິນແດນປາ
ແລສໄຕນ໌ແລະໂອນເງິນດັ່ງກ່າວໄປໃຫ້ບັນດາເຈົ້າໜ້າທີ່ປາແລສໄຕນ໌.