ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ປະ​ຕິ​ເສດ​ການ​ຮຽກ​ຮ້ອງ​ຂອງ​ ສ​ປ​ຊ ເພື່ອ "ຂະ​ຫຍາຍ​ເວ​ລາ​​ຢຸດ​ຍິງ ​ດ້ານ​ມະ​ນຸດ​ສະ​ທຳ" ສຳ​ລັບ​ເຂດ ກາ​ຊາ


ຊາວ​ປ​າ​ແລັ​ສ​ໄຕ​ນ໌ ເບິ່ງ​ຊາກ​ຫັກ​ພັງ ຫຼັງ​ຈາກ​ການ​ໂຈມ​ຕີ​ໂດຍ ອິ​ສ​ຣາ​ແອ​ລ, ເຂດ ກາ​ຊາ, 15 ພະ​ຈິກ 2023.
ຊາວ​ປ​າ​ແລັ​ສ​ໄຕ​ນ໌ ເບິ່ງ​ຊາກ​ຫັກ​ພັງ ຫຼັງ​ຈາກ​ການ​ໂຈມ​ຕີ​ໂດຍ ອິ​ສ​ຣາ​ແອ​ລ, ເຂດ ກາ​ຊາ, 15 ພະ​ຈິກ 2023.

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ຜ່ານ​ພົ້ນຫຼາຍ​ອາ​ທິດ​ໃນ​ການ​ບໍ່​ດຳ​ເນີນ​ການ ແລະ ການ​ໂຕ້​ຖຽງ​ກັນ ໃນ​ວັນ​ພຸດ​ວານນີ້ ​ເພື່ອ​ຮຽກ​ຮ້ອງໃຫ້​ມີ “ການ​ຂະ​ຫຍາຍ​ເວ​ລາ​ການ​ຢຸດ​ຍິງ​ເພື່ອ​ມະ​ນຸດ​ສະ​ທຳ​” ໃນ​ເຂດ​ກາ​ຊາ, ໂດຍ​ສະ​ເພາະ​ສຳ​ລັບ​ການ​ປົກ​ປ້ອງ​ເດັກ​ນ້ອຍ, ແຕ່ ອິ​ສ​ຣາ​ແອ​ລ ໄດ້​ປະ​ຕິ​ເສດ​ມາດ​ຕະ​ການ​ດັ່ງ​ກ່າວ​ໃນ​ທັນ​ທີ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ລ​ຕ້າ ທ່ານ​ນາງ ວາ​ເນັ​ສ​ຊາ ເຟ​ຣ​ເຊຍ, ຜູ້​ທີ່​ໄດ້​ນຳ​ພາ​ການ​ເຈ​ລະ​ຈາ ແລະ ໄດ້​ຮ່າງ​ຂໍ້​ຄວາມ​ກ່າວ​ວ່າ “ຮ່າງ​ມະ​ຕິ​ສະ​ບັບ​ນີ້​ທີ່​ພວກ​ເຮົາ​ມີ​ຢູ່​ຕໍ່​ໜ້າ​ພວກ​ເຮົາ​ໃນ​ມື້ນີ້ ແມ່ນ​ພະ​ຍາ​ຍາມ​ທີ່​ຈະ​ສະ​ໜອງ​ຄວາມ​ຫວັງ​ໃນ​ຊົ່ວ​ໂມງ​ທີ່​ມືດ​ມົວ​ນີ້. ມັນ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ຮັບ​ປະ​ກັນ​ການ​ຢຸດ​ຊົ່ວ​ຄາວ​ຈາກ​ຝັນ​ຮ້າຍ​ໃນ​ປັດ​ຈຸ​ບັນ​ຢູ່​ເຂດ​ກາ​ຊາ ແລະ ໃຫ້​ຄວາມ​ຫວັງ​ຕໍ່​ບັນ​ດາ​ຄອບ​ຄົວ​ຂອງ​ຜູ້​ເຄາະ​ຮ້າຍ​ທຸກ​ຄົນ. ມັນ​ຈະ​ເພັ່ງ​ເລັງ​ໃສ່​ໂດ​ຍ​ສະ​ເພາະ​ເດັກ​ນ້ອ​ຍ​ທີ່​ຕິດ​ຄ້າງ​ຢູ່​ໃນ​ວົງ​ລ້ອມ​ສົງ​ຄາມ ແລະ ຜູ້​ທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ.”

ຮ່າງ​ມະ​ຕິ​ດັ່ງ​ກ່າວ​ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ຕໍ່​ເວ​ລາ​ຢຸດ​ຍິງ​ ແລະ ເສັ້​ນ​ທາງ​ເພື່ອ​ມະ​ນຸດ​ສະ​ທຳ” ໃນ​ກາ​ຊາ “ສຳ​ລັບຫຼາຍ​ວັນ​ຢ່າງ​ພຽງ​ພໍ” ເພື່ອ​ໃຫ້​ການ​ຊົ່ວ​ເຫຼືອ​ເຂົ້າ​ໄປ, ສ້ອມ​ແປງ​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ເຊັ່ນ​ໂຮງ​ໝໍ, ນ້ຳ​ສ້າງ ແລະ ຮ້ານ​ອົບ​ເຂົ້າ​ຈີ່, ແລະ ເພື່ອ​ອະ​ນຸ​ຍາດ​ໃຫ້​ມີ​ການ​ອົບ​ພະ​ຍົບ​ທາງ​ການ​ແພດ, ໂດ​ຍ​ສະ​ເພາະ​ເດັກ​ນ້ອຍ. ເຂົາ​ເຈົ້າ​ຍັງ​ໄດ້​ຮຽກ​ຮ້ອງ​ສຳ​ລັບ “ການ​ປ່ອຍ​ຕົວ​ປະ​ກັນ​ໝົດ​ທຸກ​ຄົນ​ໃນ​ທັນ​ທີ ແລະ ບໍ່​ມີ​ເງື່ອນ​ໄຂ” ທີ່​ຖືກ​ຈັບ​ໂດຍ​ກຸ່ມ​ຮາ​ມາ​ສ ແລະ ກຸ່ມ​ອື່ນໆ ໂດຍ​ສະ​ເພາະ​ເດັກ​ນ້ອຍ.

ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແມ່ນ​ມີ​ຂໍ້​ຜູກ​ມັດ​ທາງ​ກົດ​ໝາຍ, ແຕ່​ຝ່າຍ​ຕ່າງໆ​ທີ່​ມີ​ຊື່​ໃນ​ນັ້ນ​ໄດ້​ເມີນ​ເສີຍ​ຕໍ່​ມັນ​ຢ່າງ​ເປັນ​ປະ​ຈຳ, ໂດຍບໍ່​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ມັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG