ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດຄວາມຮຸນແຮງ ເພີ່ມຂຶ້ນ ຂະນະທີ່ ສຫລ ເປີດສະຖານທູດ ແຫ່ງໃໝ່ ທີ່ ເຈຣູຊາແລັມ


ພວກປະທ້ວງຊາວປາແລສໄຕນ໌ ພາກັນຫ້ຄົນເຈັບທີ່ຖືກຍິງ
ໂດຍທະຫານອິສຣາແອລ ການປະທ້ວງ ທີ່ເຂດກາຊາ ຕິດກັບຊາຍແດນ ອິສຣາເອລ, 14 ພຶດສະພາ 2018.
ພວກປະທ້ວງຊາວປາແລສໄຕນ໌ ພາກັນຫ້ຄົນເຈັບທີ່ຖືກຍິງ ໂດຍທະຫານອິສຣາແອລ ການປະທ້ວງ ທີ່ເຂດກາຊາ ຕິດກັບຊາຍແດນ ອິສຣາເອລ, 14 ພຶດສະພາ 2018.

ມີ​ການ​ຄາດ​ຄະ​ເນ​ວ່າ ຈະ​ມີ​ການປະ​ທ້ວງ​ຕື່ມອີກ ​ໃນ​ວັນ​ອັງ​ຄານ​ມື້​ນີ້ ຕາມ​ເຂດ​ຊາຍ​ແດນກາຊາ ຫລັງຈາກການ​ປະ​ທະ​ໃນມື້ວານນີ້ ​ທີ່​ກຳລັງ​ອິສຣາ​ແອ​ລ ​ໄດ້​ຍິງຊາວປາ​ແລສ​ໄຕ​ນ໌ຢ່າງນ້ອຍ 58 ຄົນເສຍຊີວິດ ​ແລະ​ບາດ​ເຈັບຫຼາຍ​ກວ່າ 2 ພັນ 700 ຄົນ ນັ້ນ.

ວັນ​ຈັນ​ວານ​ນີ້ ​ແມ່ນ​ວັນ​ທີ່​ມີ​ການ​ຕາຍ​ຫຼາຍ​ທີ່​ສຸດ​ໃນຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນເຂດ
​ຊາຍ​ແດນເຂດ​ກາຊາ ນັບ​ຕັ້ງ​ແຕ່ ສົງຄາມ​ປີ 2014 ກັບ​ອິສຣາ​ແອ​ລ.

ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ ​ໃນ​ຂະນະທີ່​ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ​ອິສຣາດອລ ​ໄດ້​ສະ​ເຫຼີ​ມສະຫຼອງການເປີດສະຖານທູດສະຫະລັດແຫ່ງ​ໃໝ່ ​ໃນ​ນະຄອນເຈຣູຊາ​ແລັມ ທີ່​ຫ່າງຈາກບ່ອນເກົ່າເກືອບ 100 ກິ​ໂລ​ແມັດ. ກອງ​ທັບອິສຣາ​ແອ​ລ ​ໄດ້​ກ່າ​ວວ່າ ​ມີ​ພວກ​ປະ​ທ້ວງ​ປະມານ 40 ພັນຄົນ.

​ພ້ອມໆກັບການ​ປະຕິ​ເສດຕໍ່ການຍົກຍ້າຍສະຖານທູດສະຫະລັດໄປຢູ່ແຫ່ງໃໝ່ນັ້ນ ຊາວ​ປາ​ແລສ​ໄຕ​ນ໌ ​ຍັງໄດ້​ປະ​ທ້ວງ ຕໍ່ໂອກາດຄົບຮອບ ໃນອັນທີ່ເຂົາເຈົ້າເອີ້ນວ່າ “ນັກ​ບາ” ຫຼື “ໄພພິບັດ” ທີ່​ໝາຍ​ເຖິງ​ການ​ທີ່ຊາວ​ປາ​ແລສ​ໄຕ​ນ໌ ຈຳນວນ​ຫຼາຍ​ຮ້ອຍພັນ​ຄົນ​ໄດ້​ຖືກ​ ຂັບໄລ່​ ຫຼື​ອົບ​ພະຍົບໜີ ​ໃນປີ 1948 ເວລາມີການ​ສ້າງ​ຕັ້ງ​ອິສຣາ​ເອລນັ້ນ.

ບາງ​ປະ​ເທດ ທີ່​ຮວມທັງ ພັນທະ​ມິດສະຫະລັດ ເຊັ່ນຝຣັ່ງແລະ​ອັງກິດ ​ໄດ້​ຮຽກຮ້ອງ​ໃຫ້ ອິສຣາ​ເອລໃຊ້ຄວາມຢັບຢັ້ງ ເພື່ອບໍ່ໃຫ້ເກີດຄວາມຮຸນແຮງ​ທີ່​ນອງ​ເລືອດ​ນີ້, ​ແຕ່​ສະຫະ ລັດ ບໍ່​ໄດ້​ເຂົ້າ​ຮ່ວມ ​ໃນ​ການ​ຮຽກຮ້ອງ​ ເພື່ອໃຫ້ຈຳກັດການ​ໂຕ້​ຕອບ​ຕໍ່​ການ​ປະ​ທ້ວງ​ທີ່​ວ່າ​ນີ້ ​ແລະ​ໄດ້​ຖິ້ມໂທດ ໃນການກໍຄວາມ​ຮຸນແຮງ​ນີ້​ວ່າ ​ເປັນ​ການ​ກະທຳ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມາສ ທີ່​ຄວບ​ຄຸມຂົງ​ເຂດ​ກາ​ຊາ ນັ້ນ.

ໂຄສົກ​ທຳນຽບຂາວ ທ່ານ ຣາຊ ຊາຣ໌ ​ໄດ້​ກ່າວ​ວ່າ “ພວກ​ເຮົາ ບໍ່​ຄວນທີ່ຈະເບິ່ງບໍ່ເຫັນວ່າ​ກຸ່ມ​ຮາ​ມາສ ​ແມ່ນ​ຜູ້​ຮັບຜິດຊອບ​ກ່ຽວກັບ​ສະຖານະ​ການ​ທັງ​ໝົດ.” ແລະທ່ານຍັງກ່າວຫາພວກເຂົາ
ວ່າ ​“​ພົວພັນ​ກັບການເອົາບາດກ້າວທີ່ໜ້າປະນາມ” ​ເພື່ອ​ຊຸກຍູ້ການ​ໂຮມຊຸມນຸມ​ປະ​ທ້ວງ ຕໍ່ຕ້ານລັດ​ຂອງຊາວຢິວ ​ແລະການເອົາບາດກ້າວຂອງ​ສະຫະລັດ ທີ່​ໄດ້ຍ້າຍ​ສະຖານ​ສູດຈາກ ແທລອາ​ວີ​ບ ​ໄປ​ຍັງນະຄອນເຈຣູດຊາ​ແລັມ ຊຶ່ງ​ບັນດາ​ປະ​ເທດ​ສ່ວນ​ໃຫຍ່​ນັ້ນ ​ແມ່ນ​ຍັງ​ມີ​ສະຖານທູດ​ໃນນະຄອນແທລອາ​ວີ​ບ ຢູ່​ນັ້ນ.

ປະທານາທິບໍດີ​ປາ​ແລສ​ໄຕ​ນ໌ ທ່ານ​ມາ​ມູດ ອັບ​ບາສ ​ໄດ້​ເອີ້ນ​ການ​ເອົາ​ບາດກ້າວ​ຂອງ​ອິສຣາ​ແອ​ລນີ້​ວ່າ ​ເປັນ “ການ​ສັງຫານ​ໝູ່.”

​ໃນ​ຂະນະ​ທີ່​ສະຖານທູດສະຫະລັດ ​ໄດ້​ເປີດ​ໃນມື້ວານນີ້, ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ​ວີ​ດີ​ໂອ ປະກາດ​ອອກ​ໄປ​ວ່າ ເຈຣູຊາ​ແລັມ ​“ແມ່ນ​ເມືອງ​ຫຼວງ​ຂອງ​ອິສຣາ​ເອລ.” ນາຍົກລັດຖະມົນຕີອິສຣາ​ເອລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ​ໄດ້ປະກາດ​ອອກ​ໄປ​ວ່າ “ພວກ​ເຮົາ​ແມ່ນຢູ່​ໃນເຈຣູຊາ​ແລັມ ​ແລະ​ພວກ​ເຮົາ​ແມ່ນ​ມາ​ຢູ່​ທີ່​ນີ້ ​ເພື່ອອາ​ໄສ​ຢູ່​ທີ່​ນີ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເດັກໜຸ່ມ ຕຽມຢາງລົດເພື່ອຈູດໃນການປະທ້ວງຕໍ່ ການເປີດສະຖານທູດສະຫະລັດ ໃນນະຄອນເຈຣູດຊາແລັມ, ໃນເຂດກາຊາ, 14 ພຶດສພາ 2018.
ເດັກໜຸ່ມ ຕຽມຢາງລົດເພື່ອຈູດໃນການປະທ້ວງຕໍ່ ການເປີດສະຖານທູດສະຫະລັດ ໃນນະຄອນເຈຣູດຊາແລັມ, ໃນເຂດກາຊາ, 14 ພຶດສພາ 2018.

XS
SM
MD
LG