ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ເຜີຍແຜ່ ຈຳນວນຕົວເລກຜູ້ເສຍຊີວິດ ທີ່ເປັນພົນລະເຮືອນ ຢູ່ໃນເຂດກາຊາ


ແພດ​ຊາວ​ປາ​ແລັ​ສ​ໄຕ​ນ໌ ​ຍ້າຍ​ຜູ້​ເສຍ​ຊີ​ວິດ​ຈາກການໂຈມຕີຂອງອິສຣາແອລ ໃສ່ເມືອງອັລ ຊາເວດາ ຢູ່​ໃຈກາງ​ເຂດ​ກາຊາ ໄປ​ຫ້ອງເກັບສົບຂອງໂຮງ​ໝໍ ອັລ ອັກຊາ ໃນ​ເມືອງ ເດອີ ອັລ ບາລາ, ເຂດ ກາຊາ, ວັນ​ທີ 22 ພຶດສະພາ 2024.
ແພດ​ຊາວ​ປາ​ແລັ​ສ​ໄຕ​ນ໌ ​ຍ້າຍ​ຜູ້​ເສຍ​ຊີ​ວິດ​ຈາກການໂຈມຕີຂອງອິສຣາແອລ ໃສ່ເມືອງອັລ ຊາເວດາ ຢູ່​ໃຈກາງ​ເຂດ​ກາຊາ ໄປ​ຫ້ອງເກັບສົບຂອງໂຮງ​ໝໍ ອັລ ອັກຊາ ໃນ​ເມືອງ ເດອີ ອັລ ບາລາ, ເຂດ ກາຊາ, ວັນ​ທີ 22 ພຶດສະພາ 2024.

ນັບ​ຕັ້ງ​ແຕ່​ກຸ່ມ ຮາມາສ ​ໄດ້ເປີດສາກ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 7 ຕຸລາ ຢູ່ອິສຣາແອລ, ​ເຊິ່ງໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ປະ​ມານ 1,200 ຄົນ ແລະ ຈັບ​ຕົວ​ປະ​ກັນ​ປະ​ມານ 250 ຄົນ, ອິສຣາແອລ ຈຶ່ງໄດ້ເລີ້ມດຳເນີນການ​ບຸກ​ໂຈມ​ຕີ​ເພື່ອ​ກຳ​ຈັດ ກຸ່ມຮາມາສ ອອກຈາກເຂດກາຊາ.

​ໃນ​ຕົ້ນ​ເດືອນ​ນີ້, ລັດຖະບານ​ອິສຣາແອລ ​ໄດ້​ສະ​ເໜີ​ການ​ຄາດ​ຄະ​ເນ​ຄັ້ງ​ທຳ​ອິດ ​ກ່ຽວ​ກັບ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ການດຳເນີນງານ​ດັ່ງກ່າວ ໂດຍກ່າວ​ວ່າ ກອງກຳລັງຂອງ​ຕົນ ​ໄດ້​ສັງຫານ​ພວກ​ກໍ່​ການ​ຮ້າຍໄປແລ້ວ 14,000 ຄົນ ​ແລະ ພົນລະ​ເຮືອນອີກ 16,000 ຄົນ.

ຢູ່ໃນ​ເຂດ​ກາຊາ, ກະຊວງ​ສາທາລະນະ​ສຸກ​ທີ່ດຳເນີນງານໂດຍກຸ່ມຮາມາສ ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ 35,000 ຄົນ, ​ແລະ​ໄດ້ “ລະບຸ​ໂຕຕົນ​ຂອງ​ຜູ້​ເສຍ​ຊີວິດໄດ້ຢ່າງສົມບູນ” ເກືອບ 25,000 ຄົນ.

ຈຳ​ນວນຂອງ​ຜູ້​ເສຍ​ຊີ​ວິດ​ທີ່​ລະບຸໂດຍກຸ່ມຮາມາສ ບໍ່ໄດ້​ຈໍາ​ແນກ​ລະ​ຫວ່າງ​ພວກນັກຕໍ່ສູ້ ​ແລະ​ ​ພົນ​ລະ​ເຮືອນ. ກຸ່ມຮາມາສ ຢັ້ງຢືນວ່າ ​ມາ​ຮອດ​ປັດຈຸ​ບັນນີ້ ຈຳນວນຜູ້​ເສຍ​ຊີວິດ​ສ່ວນ​ຫລາຍແມ່ນ​ແມ່ຍິງ ​ແລະ​ເດັກນ້ອຍ.

ອິສຣາແອລ ໄດ້ກ່າວຕຳໜິບັນດາສື່ມວນຊົນພາຍນອກຢ່າງໜັກໜ່ວງ ທີ່ລາຍງານຈຳນວນຜູ້ເສຍຊີວິດຂອງກຸ່ມຮາມາສໂດຍບໍ່ວິພາກວິຈານ ແລະກ່າວວ່າ ຕົວເລກຂອງຕົນນັ້ນ ມີຄວາມໜ້າເຊື່ອຖືກວ່າ.

ທ່ານ ໂອເຣນ(ມາມໍສໄຕນ໌ (Oren Marmorstein), ໂຄສົກກະຊວງການຕ່າງປະເທດອິສຣາແອລກ່າວໃນອາທິດແລ້ວນີ້ວ່າ “ອິສຣາແອລໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ຕົວເລກທີ່ອອກມາຈາກເຂດກາຊາ, ເຊິ່ງຖືກສະທ້ອນໃຫ້ເຫັນໂດຍອົງການສະຫະປະຊາຊາດ ແມ່ນຖືກຄວບຄຸມໂດຍອົງການກໍ່ການຮ້າຍ ຮາມາສ.

ທ່ານ ກ່າວຕື່ມວ່າ ຕົວເລກດັ່ງກ່າວ “ບໍ່ຖືກຕ້ອງ, ແລະມັນບໍ່ໄດ້ສະທ້ອນໃຫ້ເຫັນເຖິງຄວາມເປັນຈິງຢູ່ໃນພື້ນທີ່.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG