ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ປະຊາຊົນອີສຣາແອລ ປະທ້ວງ ຄ່າຄອງຊີບສູງ


ປະຊາຊົນອີສຣາແອລ ພາກັນເດີນຂະບວນ ປະທ້ວງຄ່າຄອງຊີບສູງໃນ ກຸງ Tel Aviv ໃນວັນເສົາວານນີ້, ທີ 30 ກໍລະກົດ 2011.

ປະຊາຊົນ​ຫລາຍ​ໝື່ນ​ຄົນໄດ້ພາກັນເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​ຫົນ ທາງໃນ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ ເພື່ອ​ປະ​ທ້ວງ​ຄ່າ​ຄອງຊີບ​ທີ່ສູງ​ຂຶ້ນ​ນັບ​ມື້​ນັ້ນ.

ປະຊາຊົນ​ຫລາຍ​ພັນ​ຄົນ​ໄດ້​ພາກັນໄປ​ອັດແອແຫຍ້​ກັນເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​ຫົນທາງ​ໃນ​ນະຄອນ Jerusalem ​ໃນ​ກຸງ Tel Aviv ​ແລະ​ຫົວ​ເມືອງ​ໃຫຍ່​ອື່ນໆ​ໃນ​ວັນ​ເສົາ​ວານ​ນີ້ ຮຽກຮ້ອງ​ຂໍ​ໃຫ້​ລັດຖະບານ ຊ່ວຍ​ເຫລືອ​ໃນ​ການ​ຫລຸດຜ່ອນ ​ຄ່າເຂົ້າປາ​ອາຫານ ຄ່າ​ນໍ້າມັນ​ເຊື້ອ​ໄຟ ​ແລະ​ຄ່າ​ບ່ອນ​ພັກ​ພາ​ອາ​ໄສ​ທີ່​ແພງ​ຂຶ້ນ​ນັ້ນ. ຄ່າ​ຄອງ​ຊີບ​ທີ່ແພງ​ຂຶ້ນ​ເຫລົ່າ​ນີ້​ໄດ້​ເຮັດ​ຄວາມ​ແຕກ​ໂຕນ ກວ້າງຂວາງອອກລະຫວ່າງ​ພວກ​ຄົນ​ຮັ່ງມີ​ແລະ​ພວກ​ທີ່​ທຸກ​ຈົນ​.

ພວກ​ປະ​ທ້ວງ​ຮຽກຮ້ອງ​ໃຫ້​ລັດຖະບານ​ລົດ​ຄ່າ​ພາສີ​ລົງ ​ໃຫ້ການ​ຊ່ອຍ​ເຫລືອ​ເກື້ອ​ກູນ​ດ້ານ​ບ່ອນ
ພັກ​ເຊົາ​ແລະ​ໃຫ້​ປັບ​ລາ​ຄາສິນຄ້າ​ລົງ. ນາຍົກລັດຖະມົນຕີ Netanyahu ​ໄດ້​ຕອບ​ສະໜອງ
ໂດຍປະກາດ​ທໍາ​ການ​ປະຕິ​ຮູບ​ຫລາຍໆ​ຢ່າງ ​ທີ່ພວກ​ປະ​ທ້ວງ​ເຫັນວ່າ​ບໍ່​ພຽງພໍ​.

ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ ຄະ​ແນນ​ນິຍົມທ່ານ​ເນ​ທັນ​ຢາ​ຮູ​ນັ້ນ ​
ຫລຸດລົງ​ຢ່າງ​ຫລວງຫລາຍ ​ແລະ​ປະຊາຊົນ​ສະໜັບສະໜຸນ​ພວກ​ປະ​ທ້ວງ​ຢ່າງ​ແຂງ​ແຮງ.

XS
SM
MD
LG