ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດຳເນີນຄະດີ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ເລີ້ມຂຶ້ນແລ້ວທີ່ ເຈຣູຊາແລມ


ນາຍົກລັດຖະມົນຍຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ
ນາຍົກລັດຖະມົນຍຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ຖືກດຳເນີນຄະດີ ໃນວັນອາທິດວານນີ້ໃນສາມກະທົງ ກ່ຽວກັບ ການສໍ້ໂກງ, ການສໍ້ລາດບັງຫຼວງ ແລະຂາດຄວາມເຊື່ອຖືໄດ້. ຖ້າຫາກຖືກຕັດສິນລົງໂທດ ທ່ານຈະປະເຊີນກັບການ ຕິດຄຸກເປັນເວລາຫຼາຍປີ. ທ່ານໂຕ້ແຍງວ່າທ່ານບໍ່ມີຄວາມຜິດ ແລະກ່າວຫາລະ ບົບຍຸຕິທໍາວ່າພະຍາຍາມວາງແຜນທີ່ຈະໂຄນລົ້ມທ່ານ, ອີງຕາມການລາຍງານ ຂອງລິນດາ ແກຣສະຕາຍ ມາໃຫ້ວີໂອເອຈາກນະຄອນເຈຣູຊາແລມ.

ທ່າເບັນຈາມິນ ເນຕັນຢາຮູ ໄດ້ສ້າງປະຫວັດສາດໃນການເປັນນາຍົກລັດຖະມົນຕີ ອິສຣາແອລຂອງອິສຣາແອລທີ່ດົນນານທີ່ສຸດ. ໃນວັນອາທິດວານນີ້ທ່ານໄດ້ ສ້າງປະຫວັດສາດອີກເທື່ອນຶ່ງ ໂດຍກາຍມາເປັນນາຍົກລັດຖະມົນຕີ ທີ່ກໍາຕຳ ແໜ່ງຢູ່ທີ່ຖືກດຳເນີນ ຄະດີໃນຖານສໍ້ໂກງ ແລະຂາດຄວາມເຊື່ອຖື. ທ່ານໄດ້ໄປ ເຖິງສານຫຼັງຈາກມີກອງປະຊຸມຄະນະບໍລິຫານຂອງ ການທ້ອມໂຮມລັດຖະບານ ໃໝ່ແຫ່ງຊາດຂອງທ່ານ.

ຢູ່ນອກເຮືອນຂອງທ່ານເນຕັນຢາຮູ ມີຊາວອິສຣາແອລ ຫຼາຍຮ້ອຍຄົນພາກັນປະທ້ວງຕ້ານທ່ານ ເນຕັນຢາຮູ ຮຽກຮ້ອງໃຫ້ທ່ານລາອອກຈາກຕຳແໜ່ງ. ຢູ່ ນອກສານໃນນະຄອນເຈຣູຊາແລມຕາເວັນອອກມີຄົນທີ່ມີຈຳນວນຄ້າຍຄືກັນນີ້ ພາກັນ ເຕົ້າໂຮມສະໜັບສະໜູນທ່ານເນຕັນຢາຮູ.

ກ່ອນເຂົ້າໄປໃນສານ ທ່ານເນຕັນຢາຮູ ປະນາມສານ ແລະສື່ມວນຊົນ. ກ່າວຢືນຢັດວ່າທ່ານບໍລິສຸດບໍ່ມີຄວາມຜິດໃດໆຢູ່ໃນຂໍ້ກ່າວຫາທັງໝົດ.

ທ່ານເນຕັນຢາຮູ ກ່າວເປັນພາສາຮີບຣູວ່າການດຳເນີນຄະດີເປັນການພະຍາ ຍາມກໍ່ລັດຖະປະ ຫານ ທາງການເມືອງຕ້ານຄວາມຫວັງດີຂອງປະຊາຊົນ. ທ່ານກ່າວວ່າ ທ່ານຈະສືບຕໍ່ທໍາການຕໍ່ສູ້ ແລະນຳພາປະເທດອິສຣາແອລ ຕໍ່ໄປ.

ທ່ານເນຕັນຢາຮູ ເຂົ້າໄປໃນຫ້ອງສານທີ່ນັ່ງໄດ້ພຽງແຕ່ 20 ຄົນ ພ້ອມດ້ວຍ ທະນາຍຄວາມຂອງທ່ານສອງຄົນ ແລະປະຕິເສດບໍ່ນັ່ງຢູ່ບ່ອນນັ່ງຂອງຈຳເລີຍ ຈົນກວ່າວ່າພວກນັກຖ່າຍຮູບໄດ້ຖືກຍ້າຍໜີອອກຈາກຫ້ອງສານ.

ຕໍ່ມາບັນດາຜູ້ພິພາກສາ ໄດ້ອ່ານຂໍ້ກ່າວຫາຕ້ານທ່ານ ຮວມທັງການສໍ້ໂກງ ແລະຂາດຄວາມເຊື່ອ ຖື. ທ່ານເນຕັນຢາຮູໄດ້ກ່າວຫາວ່າໃຫ້ຄວາມສະດວດ ເພື່ອແລກປ່ຽນກັບທັງຂອງຂວັນທີ່ທີມູນຄ່າຈຳນວນຫຼາຍຮ້ອຍພັນໂດລາ ແລະການລາຍງານຂ່າວທີ່ເປັນໄປໃນທາງບວກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG