ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ປ້ອງກັນປະເທດ ອິສຣາແອລ ປະກາດ ບໍ່ລົງສະໝັກ ເລືອກຕັ້ງ ຕື່ມອີກ


ທ່ານ Ehud Barak ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລ
ທ່ານ Ehud Barak ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລ
ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອລ ທ່ານ Ehud
Barak ໄດ້ລາອອກຈາກ ວົງການການເມືອງ.

ໃນການເຄື່ອນໄຫວໃນວັນຈັນມື້ນີ້ ທ່ານ Barak ປະກາດວ່າ ທ່ານ ຈະບໍ່ລົງສະໝັກໃນການ ເລືອກຕັ້ງໃນເດືອນມັງກອນທີ່ຈະມາເຖິງ
ນີ້ ແຕ່ວ່າຍັງຈະປະຈໍາຢູ່ໃນຕໍາແໜ່ງຂອງທ່ານ ຕໍ່ໄປຈົນກວ່າວ່າ
ລັດຖະບານໃໝ່ຈະຖືກສ້າງຕັ້ງຂຶ້ນ.

ທ່ານ Barak ທີ່ມີອາຍຸ 70 ປີ ຊຶ່ງກໍເປັນອະດີດນາຍົກລັດຖະມົນ
ຕີອີກດ້ວຍນັ້ນເວົ້າວ່າ ທ່ານ “ເມື່ອຍລ້າຕໍ່ການສູ້ຊົນກັບຊີວິດ
ທາງການເມືອງ” ແລະຢາກຈະໃຊ້ຊີວິດຢູ່ກັບຄອບຄົວຫລາຍຂຶ້ນ.
ທ່ານຍັງເວົ້າຕື່ມອີກວ່າ ທ່ານຢາກຈະເປີດບ່ອນນັ່ງໃຫ້ແກ່ຜູ້ອື່ນ
ຂຶ້ນມາຮັບ ໃຊ້ໃນຕໍາແໜ່ງແທນ.

ນາຍົກລັດຖະມົນຕີ Benjamin Netanyahu ເວົ້າວ່າ ທ່ານນັບຖືການຕັດສິນໃຈຂອງທ່ານ
Barak ແລະຍົກຍ້ອງສັນລະເສີນຕໍ່ການປະກອບສ່ວນຂອງລັດຖະມົນຕີກະຊວງປ້ອງກັນ
ປະເທດທ່ານນີ້ ໃນການຮັກສາຄວາມໝັ້ນຄົງຂອງຊາດ.

ທ່ານ Barak ໄດ້ສ້າງຕັ້ງພັກເອກະລາດກາງອຽງຊ້າຍຂຶ້ນ ລຸນຫລັງທີ່ໄດ້ແຍກຕົວອອກ ຈາກພັກແຮງງານ ໃນປີ 2011.

ທ່ານໄດ້ກາຍມາເປັນຄົນໃກ້ຊິດຕໍ່ທ່ານ Netanyahu ໃນໄລຍະຊຸມປີໝໍ່ໆມານີ້ ແຕ່ວ່າ ສາຍສໍາພັນຂອງພວກທ່ານທັງສອງ ໄດ້ກັບກາຍມາເຄັ່ງຕຶງຂຶ້ນຍ້ອນຄວາມເຫັນແຕກຕ່າງ ກັນ ໃນການພະຍາຍາມຂໍເອົາການສະໜັບສະໜຸນຈາກສະຫະລັດ ໃນດ້ານຍຸດທະສາດ ຂອງອິສຣາແອລ ຕໍ່ອີຣ່ານ.
XS
SM
MD
LG