ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ການ​ເຈ​ລະ​ຈາລະຫວ່າງ ອິສຣາແອລກັບປາ​ແລັສ​ໄຕ​ນ໌


ພວກຜູ້ນຳ​ຂອງ Israel ​ແລະປາ​ແລັສ​ໄຕ​ນ໌ ຈະ​ທໍາການ
ເຈ​ລະ​ຈາ​ກັນ​ຕໍ່ທີ່​ເມືອງ Sharm el-Sheik ປະ​ເທ​ດອີ​ຈິບ
ໃນ​ວັນ​ທີ 14​ ​ແລະທີ່​Jerusalem ວັນ​ທີ 15 ເດືອນ
ກັນຍານີ້.

ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດສະຫະລັດຖະ​ແຫລງ​
ໃນ​ວັນ​ອາທິດ​ວານ​ນີ້​ວ່າ ນາຍົກລັດຖະມົນຕີອິສຣາ​ແອ​ລ
ທ່ານ Benjamin Netanyahu, ປະທານາທິບໍດີປາ​ແລ​ສ​
ໄຕ​ນ໌ ທ່ານ Mahmoud Abbas, ທ່ານ​ນາງ Hillary
Clinton ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ ແລະທ່ານ
George Mitchell ທູດ​ພິ​ເສດຂອງ​ສະຫະລັດ​ສໍາ​ລັບ​ພາກ​ຕາ​ເວັນ​ອອກ​ກາງ​ ຈະຮ່ວມໃນ​ການເຈລະຈາໃນ​ຄັ້ງ​ນີ້.

ບັນຫາການກໍ່ສ້າງບ້ານ​ເຮືອນ​ໃໝ່​ຂອງ​ຊາວ​ຍິວ ໃນ​ເຂດ ​ຂອງ​ປາແລ​ສ​ໄຕ​ນ໌ ແມ່ນ​ເປັນໄພ​ຂົ່ມຂູ່​ ທີ່​ຈະ​ເຮັດໃຫ້​ການເຈລະຈານີ້ຕົກ​ລາງ.

ລັດຖະມົນຕີ​ການ​ຕ່າງປະ​ເທ​ດ Israel ທ່ານ Avigdor Lieberman ກ່າວ​ໃນ​ວັນ​ຈັນມື້​ນີ້​ວ່າ ພັກ​ຂອງ​ທ່ານ​ຈະ​ຂັດຂວາງການ​ຕໍ່ເວລາໃດ​ໆກໍ​ຕາມ ຂອງຄໍາ​ສັ່ງ​ໃຫ້ຢຸດ​ເຊົາການກໍ່ສ້າງບ້ານ​ຢູ່​ອາ​ໃສ​ໄວ້​ຊົ່ວຄາວ​ ທີ່​ຈະ​ໝົດອາຍຸ​ໃນ​ທ້າຍ​ເດືອນ​ນີ້​ນັ້ນ. ສະມາຊິກ​ຫຼາຍໆ​ຄົນຂອງພັກຂອງທ່ານ Netanyahu ກໍ​ຄັດຄ້ານ​ຕໍ່​ການ​ຕໍ່ອາຍຸ​ຂອງໂຄງການ​ນີ້​ເຊ່ນ​ກັນ.

ຝ່າຍພວກຜູ້ນຳ​ປາ​ແລັສ​ໄຕ​ນ໌ໄດ້​ກ່າວ​ວ່າ​ ພວກ​ຕົນຈະ​ຖອນ​ໂຕ​ຈາກ​ການເຈລະຈາ ຖ້າ​ຫາກ ​ວ່າ​ການກໍ່ສ້າງ​ຕຶກ​ອາ​ຄານຍັງ​ດໍາເນີນ​ຢູ່​ຕໍ່​ໄປ​.

XS
SM
MD
LG