ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ​ຈະ​ເປີດ​ເຜີຍ ແຜນ​ການ​ສັນ​ຕິ​ພາບ ສຳ​ລັ​ບເຂດພາກ​ຕາ​ເວັນ​ອອ​ກ​ກາງ ໃນ​ມື້ນີ້


ທ່ານເບນ​ຈາ​ມິນ ເນ​ຕັນ​ຢາຮູ, ນາ​ຍົກ​ຂອງ​ອິ​ສ​ຣາ​ແອບ ນັ່ງຢູ່​ຄຽງ​ຂ້າງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ການ​ພົບ​ປະ​ຂອງ​ພວກ​ເພິ່ນ​ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ທີ 27 ມັງ​ກອນ 2020
ທ່ານເບນ​ຈາ​ມິນ ເນ​ຕັນ​ຢາຮູ, ນາ​ຍົກ​ຂອງ​ອິ​ສ​ຣາ​ແອບ ນັ່ງຢູ່​ຄຽງ​ຂ້າງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ການ​ພົບ​ປະ​ຂອງ​ພວກ​ເພິ່ນ​ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ທີ 27 ມັງ​ກອນ 2020

ທ່ານ ດໍ​ໂນ​ລ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ມີ​ກຳ​ນົດທີ່​ຈະ​ເປີດ​ເຜີຍ​ແຜນ​ການຂອງ​ທ່ານ ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງລະ​ຫວ່າງ​ອິ​ສ​ຣາ​ແອ​ລກັບ​ປາ​ແລັ​ສ​ໄຕ​ນ໌ ໃນ​ວັນ​ອັງ​ຄານມື້ນີ້.

ເຫດ​ການ​ຢູ່ທຳ​ນຽບ​ຂາວເປັນ​ສິ່ງ​ສະ​ແດງ​ເຖິງ​ສະ​ພາບ​ການພົວ​ພັນ​ຂອງສາມ​ຝ່າຍ ໂດຍ​ທີ່​ທ່ານເນ​ຕັນ​ຢາຮູ ປາ​ກົດ​ໂຕຢູ່​ຄຽງ​ຂ້າງ​ຂອງ​ທ່ານ ທ​ຣຳ ແລະ​ບັນ​ດາ​ຜູ້​ນຳ​ຂອງ​ປາ​ແລັ​ສ​ໄຕ​ນ໌ເວົ້າ​ວ່າ ເຂົາ​ເຈົ້າ​ບໍ່​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມ​ເລີຍ.

ກ່ອນ​ຈະ​ມີ​ການ​ນຳ​ເອົາ​ແຜນ​ການ​ດັ່ງ​ກ່າວ​ອອກ​ມາ​ເຜີຍ​ແຜ່ນັ້ນ ທ່ານ​ທ​ຣຳໄດ້​ພົບ​ປະ​ກັບ​ທ່ານເນ​ຕັນ​ຢາຮູ ແລະ​ບໍ່​ໄດ້​ສົນ​ໃຈ​ຕໍ່​ຄວາມ​ເປັນ​ຫ່ວງ​ຂອງຊາວປາ​ແລັ​ສ​ໄຕ​ນ໌ ຜູ້ທີ່ປະ​ຕິ​ເສດບໍ່​ຍອມຮັບ​ເອົາ​ວິ​ທີ​ການ​ຂອງຜູ້​ນຳ​ສະ​ຫະ​ລັດ​ທ່ານນີ້ ແລະ ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ ​ເປັນ​ນະ​ໂຍ​ບາຍ​ລຳ​ອຽງຂອງ​ທ່ານ ທີ່​ເຂົ້າ​ຂ້າງອິສ​ຣາ​ແອ​ລ.

ທ່ານທ​ຣຳ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ສຸດ​ທ້າຍ​ພວກ​ເຂົາ​ເຈົ້າ​ກໍ​ຈະ​ຢາກ​ໄດ້​ມັນ. ມັນ​ດີ​ສຳ​ລັບ​ເຂົາ​ເຈົ້າ​ຫລາຍ. ທີ່​ຈິງ​ແລ້ວ ມັນ​ດີ​ສຳ​ລັບ​ເຂົາ​ເຈົ້າ​ເກີນ​ໄປ​ຊ້ຳ, ສະ​ນັ້ນ ພວ​ກ​ເຮົາຈະ​ລໍ​ຄອຍ​ເບິ່ງວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ. ບັດ​ນີ້ ໂດຍ​ທີ່ບໍ່​ມີ​ພວກ​ເຂົາ​ເຈົ້າ, ພວກ​ເຮົາ​ກໍ​ຈະ​ບໍ່​ເຮັດ​ຂໍ້​ຕົກ​ລົງ​ນັ້ນ ແລະເປັນ​ແບບນັ້ນ​ ກໍ​ບໍ່​ເປັນ​ຫຍັງ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງປາ​ແລັ​ສ​ໄຕ​ນ໌, ທ່ານ ໂມ​ຮຳ​ມາດ ສ​ໄທ​ເຢ (Mohammad Shtayyeh) ກ່າວ​ວ່າ ແຜນ​ການຂອງທ່ານທ​ຣຳ ບໍ່​ມີ​ຫຍັງ​ຫລາຍ ນອກເໜືອ​ໄປກວ່າ​ເປັນ​ວິ​ທີ​ການ​ອັນ​ນຶ່ງທີ່ "ເຮັດ​ໃຫ້ເຫດ​ຜົນຂອງປາ​ແລັ​ສ​ໄຕ​ນ໌ຢູ່ນັ້ນໝົດ​ໄປ."

ບໍ່​ເປັນ​ທີ່​ຈະ​ແຈ້ງ​ເລີຍ​ວ່າ ແຜນ​ສັນ​ຕິ​ພາບ​ຂອງ​ທ່ານ​ທ​ຣຳຈະ​ຖືກ​ເປີດ​ເຜີຍ​ໃຫ້​ທ່ານເນ​ຕັນ​ຢາຮູ ແລະ ທ່ານ ເບັນ​ນີ ແກນ​ທ໌ (Benny Gantz) ທີ່​ເປັນ​ຂູ່​ແຂ່ງ​ທາງ​ການ​ເມືອງ​ທີ່​ສຳ​ຄັນຂອງ​ທ່ານນັ້ນ ຮູ້​ຈັກຫລາຍປາ​ນ​ໃດຢູ່​ໃນ​ການ​ພົບ​ປະ​ກັບ​ແຕ່​ລະ​ຄົນ​ເປັນ​ການ​ຕ່າງ​ຫາກ ໃນ​ວັນ​ຈັນ​ວານນີ້.

ແຕ່​ວ່າ ທ່ານເນ​ຕັນ​ຢາຮູ​ກ່າວ​ວ່າ ມັນ​ເປັນ​ໂອ​ກາດອັນ​ນຶ່ງ​ທີ່​ຈະ "ສ້າງ​ປະ​ຫວັດ​ສາດ ແລະ​ກຳ​ນົດ​ເສັ້ນ​ຊາຍ​ແດນ​ຂອງ​ອິ​ສ​ຣາ​ແອ​ລ." ທ່ານ​ໄດ້​ກ່າວ​ສັນ​ລະ​ເສີນ​ທ່ານທ​ຣຳ ທີ່​ເຮັດ​ໃຫ້​ພັນ​ທະ​ມິດ​ລະ​ຫວ່າງ​ສະ​ຫະ​ລັດກັບອິ​ສ​ຣາ​ແອ​ລ “ເຂັ້ມ​ແຂງ ຂຶ້ນກວ່າເວ​ລາ​ໃດ​ໝົດ.”

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG