ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ອິສຣາແອລ ແລະກຸ່ມຫົວຮຸນແຮງ ຮາມັສ ແລກປ່ຽນການໂຈມຕີ ທາງອາກາດ ແລະ ຍິງຈະຫຼວດ ໃສ່ກັນ


ລະເບີດທີ່ແຕກຂຶ້ນ ໄດ້ເກີດຈາກ ການໂຈມຕີທາງອາກາດຂອງອິສຣາແອລ ສາມາດເຫັນໄດ້ ຈາກສຳນັກງານ ຂອງຜູ້ນຳກຸ່ມຮາມັສ ທ່ານ ອິສແມລ ຮານີເຢ (Ismail Haniyeh) ໃນເມືອງ ກາຊາ ຂອງປາແລັສໄຕນ໌, ເມື່ອວັນຈັນ ທີ 25 ມີນາ 2019.
ລະເບີດທີ່ແຕກຂຶ້ນ ໄດ້ເກີດຈາກ ການໂຈມຕີທາງອາກາດຂອງອິສຣາແອລ ສາມາດເຫັນໄດ້ ຈາກສຳນັກງານ ຂອງຜູ້ນຳກຸ່ມຮາມັສ ທ່ານ ອິສແມລ ຮານີເຢ (Ismail Haniyeh) ໃນເມືອງ ກາຊາ ຂອງປາແລັສໄຕນ໌, ເມື່ອວັນຈັນ ທີ 25 ມີນາ 2019.

ເຮືອບິນລົບຂອງອິສຣາແອລ ຫຼາຍລຳ ໄດ້ປະຕິບັດການໂຈມຕີທາງອາກາດ ຢູ່ໃນເຂດ
ກາຊາ ຂອງປາແລສໄຕນ໌ ເມື່ອຕອນເຊົ້າວັນອັງຄານມື້ນີ້ ໃນຂະນະດຽວກັນ ກອງທັບ
ອິສຣາແອລ ໄດ້ລາຍງານວ່າ ການຍິງຈະຫຼວດຈາກເຂດແດນ ຂອງປາແລສໄຕນ໌ ຍັງ
ມີຢູ່ຕໍ່ມາ.

ຄວາມຮຸນແຮງດັ່ງກ່າວ ທີ່ໄດ້ເກີດຂຶ້ນ ໃນວັນຈັນວານນີ້ ຍ້ອນການໂຈມຕີດ້ວຍຈະຫຼວດ
ຈາກເຂດກາຊາ ທີ່ໄດ້ເຮັດໃຫ້ 7 ຄົນ ຢູ່ໃນເຮືອນ ຕັ້ງຢູ່ທາງພາກເໜືອ ຂອງນະຄອນ
ແທລ ອາວີບ ໄດ້ຮັບບາດເຈັບ ແລະໄດ້ແກ່ຍາວອອກໄປ ເປັນມື້ທີສອງແລ້ວ ເຖິງແມ່ນ
ວ່າ ບັນດາເຈົ້າໜ້າທີ່ປາແລສໄຕນ໌ໄດ້ປະກາດການຢຸດຍິງ ທີ່ໄກ່ເກ່ຍໂດຍປະເທດອີຈິບ
ໄປແລ້ວກໍຕາມ.

ເຈົ້າໜ້າທີີ່ຕຳຫຼວດ ກວດກາເບິ່ງ ຄວາມເສຍຫາຍ ຂອງເຮືອນຫຼັງນຶ່ງ ທີ່ຖືກຖະຫຼົ່ມໂດຍຈະຫຼວດ ໃນເມືອງ ມິໍຊແມເຣັດ, ຢູ່ພາກກາງຂອງອິສຣາແອລ, ເມື່ອວັນຈັນ ທີ 25 ມີນາ 2019.
ເຈົ້າໜ້າທີີ່ຕຳຫຼວດ ກວດກາເບິ່ງ ຄວາມເສຍຫາຍ ຂອງເຮືອນຫຼັງນຶ່ງ ທີ່ຖືກຖະຫຼົ່ມໂດຍຈະຫຼວດ ໃນເມືອງ ມິໍຊແມເຣັດ, ຢູ່ພາກກາງຂອງອິສຣາແອລ, ເມື່ອວັນຈັນ ທີ 25 ມີນາ 2019.

ໃນຄືນວັນຈັນວານນີ້ ການໂຈມຕີທາງອາກາດຂອງອິສຣາແອລ ໄດ້ຖະຫຼົ່ມເປົ້າໝາຍ
ຫຼາຍກວ່າ 20 ແຫ່ງ ຢູ່ໃນທົ່ວເຂດກາຊາທີ່ລວມທັງສຳນັກງານຂອງຜູ້ນຳ ກຸ່ມຫົວຮຸນ
ແຮງຮາມັສ ນຳດ້ວຍ.

ຍັງບໍ່ມີລາຍງານໃນທັນທີທັນໃດ ກ່ຽວ​ກັບການສູນເສຍຊີວິດ ແຕ່ຢ່າງໃດຈາກການໂຈມ
ຕີ ດັ່ງກ່າວ.

ສ່ວນນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ແມ່ນກຳລັງຢ້ຽມ
ຢາມ ວໍຊິງຕັນ ຢູ່ ໃນເວລາທີ່ມີການໂຈມຕີ ຕໍ່ກຸ່ມຮາມັສ. ທ່ານໄດ້ກ່າວ ໃນລະຫວ່າງ
ການພົບປະກັບ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ວ່າ “ອິສຣາແອລ ​ຈະ​
ບໍ່​ຮັບ​ເອົາການກະທຳນີ້.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ພົບປະກັນຢູ່ໃນຫ້ອງການ ໂອໂວລ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມີນາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ພົບປະກັນຢູ່ໃນຫ້ອງການ ໂອໂວລ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມີນາ 2019.

ທ່ານ ໄດ້ກ່າວອີກວ່າ ອິສຣາແອລ “ຈະເຮັດອັນໃດກໍຕາມ ທີ່ພວກເຮົາຕ້ອງໄດ້ເຮັດ
ເພື່ອປົກປ້ອງປະຊາຊົນຂອງພວກເຮົາ ແລະ ປ້ອງກັນປະເທດຂອງພວກເຮົາ.”

ການໂຈມຕີດ້ວຍຈະຫຼວດ ເປັນການເລີ້ມຕົ້ນຂຶ້ນ ຄັ້ງທີສອງ ທີ່ຍິງໄປ​ໃສ່ທາງ ພາກກາງຂອງອິສຣາແອລ ໃນສອງສາມສັບປະດາມໍ່ໆມານີ້ ແລະກໍໄດ້ກະຕຸ້ນ ໃຫ້ທ່ານເນຕັນຢາຮູ ຕັດການເດີນທາງໄປຍັງວໍຊິງຕັນ ໃຫ້ສັ້ນລົງ.

ເລຂາທິການໃຫຍ່ ຂອງສະຫະປະຊາຊາດ ທ່ານແອນໂຕນິໂອ ກູແຕຣເຣສ ໄດ້ກ່າວໃນສັນຈັນວານນີ້ ວ່າ ທ່ານຮູ້ສຶກ “ເປັນຫ່ວງຢ່າງໜັກຕໍ່ສະຖານະການ ທີ່ເກີດຂຶ້ນຄັ້ງຫຼ້າສຸດ” ຢູ່ໃນເຂດກາຊາ. ທ່ານໄດ້ເອີ້ນການໂຈມຕີດ້ວຍຈະຫຼວດ ຂອງກຸ່ມຮາມັສ “ເປັນການລະເມີດທີ່ຮ້າຍແຮງ ແລະບໍ່ສາມາດຮັບເອົາໄດ້” ແລະທ່ານໄດ້ຮຽກ​ຮ້ອງໃຫ້ທຸກ​ໆຝ່າຍ “​ໃຊ້​ຄວາມຢັບຢັ້ງຢ່າງສຸດຂີດ ຕໍ່ການກະ ທຳໃດໆທັງ​ນັ້ນ.”

ຄວາມຮຸນແຮງດັ່ງກ່າວ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວວ່າ ການຂັດແຍ້ງທີ່ໃຫຍ່ ຂຶ້ນກວ່ານີ້ ອາດເກີດຂຶ້ນໄດ້ພາຍໃນສອງອາທິດ ກ່ອນໜ້າການເລືອກຕັ້ງຂອງ ອິສຣາແອລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG