ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອິສຣາແອລ ສັງຫານ ຊາວປາແລສໄຕນ໌ ທີ່ເຂດ ຝັ່ງຕາເວັນຕົກ ແມ່ນ້ຳຈໍແດັນ


ກຳລັງຮັກສາຄວາມສະຫງົບອິສຣາແອລ ຢືນຍາມ ຢູ່ບ່ອນເກີດເຫດ ທີ່ເມືອງ Tal-Rumida ໃນເຂດຝັ່ງຕາເວັນຕົກ ແມ່ນ້ຳຈໍແດັນ. (17 ກັນຍາ 2016)
ກຳລັງຮັກສາຄວາມສະຫງົບອິສຣາແອລ ຢືນຍາມ ຢູ່ບ່ອນເກີດເຫດ ທີ່ເມືອງ Tal-Rumida ໃນເຂດຝັ່ງຕາເວັນຕົກ ແມ່ນ້ຳຈໍແດັນ. (17 ກັນຍາ 2016)

ອິສຣາ​ແອ​ລ ກ່າວ​ວ່າ ກຳລັງ​ທະຫານ​ຂອງ​ຕົນ​ໄດ້​ຍິງ​ສັງຫານ​ຜູ້​ຊາຍຊາວ​ປາ​ແລ​ສໄຕ​ນ໌ ຄົນນຶ່ງ ທີ່​ໄດ້​ແທງທະຫານ​ອິສຣາ​ແອລບາດ​ເຈັບທີ່​ເຂດ​ແຄມຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ ​ຈໍແດນ.

ຄວາມ​ຮຸນ​ແຮງ​ໃນ​ຕອນ​ເຊົ້າວັນ​ເສົາ​ມື້ນີ້ ມີ​ຂຶ້ນທີ່​ດ່ານ​ກວດ​ຂອງ​ທະຫານ​ແຫ່ງ​ນຶ່ງທີ່​ແບ່ງ​ເມືອງ Hebron ອອກ​ເປັນ​ສອງ​ເຂດ.

ຄວາມ​ຮຸນ​ແຮງ​ດັ່ງກ່າວ​ນີ້​ເກີດ​ຂຶ້ນນຶ່ງ​ມື້ ຫລັງ​ຈາກ​ກຳລັງ​ຂອງ​ອິສຣາ​ແອ​ລ​ໄດ້ຍິງ​ສັງຫານ​ ຜູ້ໂຈມ​ຕີ​ຊາວ​ປາ​ແລ​ສ​ໄຕ​ນ໌ 3 ຄົນ ຢູ່​ໃນ​ເຫດການ​ທີ່​ເກີດ​ຂຶ້ນ ຢູ່​ເມືອງ Hebron ​ແລະ​ກ້ຳ​ ຕາ​ເວັນ​ອອກ​ຂອງ​ນະຄອນ​ເຢຣູຊາ​ແລັມ.

ມີ​ຊາວ​ປາ​ແລ​ສ​ໄຕ​ນ໌ຫລາຍ​ກວ່າ 200 ຄົນ ​ແລະ​ອິສຣາ​ແອ​ລ 34 ຄົນ ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ຄວາມ​ຮຸນ​ແຮງ​ທີ່​ເພີ້ມທະວີ​ຂຶ້ນ ​ໃນ​ປີ​ແລ້ວ.

ອິສຣາ​ແອ​ລ​ໄດ້​ຖິ້ມ​ໂທດການ​ກໍ່​ຄວາມ​ແຮງ​ເຫຼົ່ານີ້​ໃສ່​ການ​ປຸກລະດົມ​ຍຸຍົງໂດຍ​ພວກ​ຜູ້ນຳ​ທາງ​ການ​ເມື​ອງ​ແລະ​ສາສະໜາ​ປາ​ແລ​ສ​ໄຕ​ນ໌.

ຊາວ​ປາ​ແລ​ສ​ໄຕ​ນ໌ກ່າວ​ວ່າ ຄວາມ​ຮຸນ​ແຮງ​ດັ່ງກ່າວ​ແມ່ນ​ເປັນ​ຜົນ​ທີ່​ເກີດ​ມາ​ຈາກ​ຄວາມ​ບໍ່ ພໍໃຈ​ແລະ​ໂກດ​ແຄ້ນ ກ່ຽວ​ກັບ​ການ​ຍຶດຄອງ​ຂອງ​ອິສຣາ​ແອ​ລທີ່​ມີ​ມາ​ເປັນເວລາ​ຫລາຍໆ​ທົດ​ສະ​ວັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG